ການແຂ່ງຂັນ carlsberg golf classic 2019 ຈົບລົງດ້ວຍຜົນສຳເລັດຢ່າງຍິ່ງໃຫຍ່….

ວັນທີ 30 ມີນາ 2019 ຜ່ານມາ, ມີການແຂ່ງຂັນກ໊ອຟລາຍການ ຄາລສະເບີກ ກ໊ອຟ ຄລາສສິກ 2019 ( Carlsberg Golf Classic 2019 ) ທີ່ ສປປ ລາວ ຢູ່ສະໜາມກ໊ອຟຊີເກມ ຫຼັກ 16 ເຊິ່ງເປັນສະໜາມທໍາອິດຂອງປີ ແລະ ປິດສາກການແຂ່ງຂັນລົງຢ່າງຈົບງາມ ໂດຍການຊະນະເລີດສາຍບໍ່ມີແຕ້ມຕໍ່ເປັນຂອງ ທ່ານ Choi Jong Sik, ສ່ວນສາຍມີແຕ້ມຕໍ່ຕົກເປັນຂອງ ທ່ານ ສຸລະເພັດ ແກ້ວວຽງຄໍາ.

ພິທີປິດການແຂ່ງຂັນງານດັ່ງກ່າວ,  ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມິເກລ ໂອເລີມານ ຜູ້ອໍານວຍການດ້ານການຂາຍ ແລະ ການຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ວິດເຕີ ຊ໊ອງ ຜູ້ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ຈັນສະໝອນ ຜອງຈັນທາ ຜູ້ຈັດການການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ນັກກິລາ.

ເພື່ອເປັນການຕໍ່ຍອດຜົນສໍາເລັດໃນການຈັດການແຂ່ງຂັນກ໊ອຟລາຍການ Carlsberg Golf Classic ໃນປີ 2018 ໃຫ້ມີຄວາມຕໍ່ເນື່ອງທັງເປັນການສົ່ງເສີມ ແລະ ສ້າງບັນຍາກາດໃຫ້ວົງການກິລາກ໊ອຟລາວໃຫ້ມີການພັດທະນາກ້າວສູ່ລະດັບມາດຕະຖານສາກົນ. ຄາລສະເບີກລາວ ໄດ້ວາງເປົ້າໝາຍໃນການຈັດການແຂ່ງຂັນກ໊ອຟລາຍການນີ້ໃຫ້ມີຄວາມຕໍ່ເນື່ອງພາຍໃນປີ 2019 ຈະຈັດການແຂ່ງຂັນໃຫ້ໄດ້ 3 ຄັ້ງ ໃນສະໜາມທີ່ແຕກຕ່າງກັນພາຍໃນນະຄອນຫຼວງວຽງຈັນ. ສໍາລັບສະໜາມທໍາອິດຂອງລາຍການ ຄາລສະເບີກ ກ໊ອຟ ຄລາສສິກ 2019 ຈັດຂຶ້ນທີ່ສະໜາມກ໊ອຟຊີເກມ ( ຫຼັກ 16 ) ໃນວັນທີ 30 ມີນາ 2019.

ສ່ວນຮູບແບບການແຂ່ງຂັນຄາລສະເບີກກ໊ອຟຄລາສສິກ 2019 ແມ່ນຈະແຂ່ງຂັນມື້ດຽວຈົບກໍານົດ 18 ຂຸມ, 1 ກ້ວນ ມີຈໍານວນນັກກ໊ອຟ 4 ທ່ານ ໃຊ້ລະບົບນັບຄະແນນມີ 2 ປະເພດ ຄື: ແບບມີແຕ້ມຕໍ່ ( Handicap ) ແລະ ບໍ່ມີແຕ້ມຕໍ່ ( Gross ). ຜ່ານການແຂ່ງຂັນໃນວັນດັ່ງກ່າວ ປາກົດວ່າ: ຊະນະເລີດສາຍມີແຕ້ມຕໍ່ ( Handicap ) ຕົກເປັນຂອງ ທ່ານ ສຸລະເພັດ ແກ້ວວຽງຄໍາ ໄດ້ຮັບ Majesty UFS, ຖົງກ໊ອຟ Majesty ແລະ Maruman Putter ພ້ອມຂັນລາງວັນ, ໄດ້ສິດໄປຕີກ໊ອຟເຖິງ Forest city, ມາເລເຊຍ ແລະ ສ.ເກົາຫຼີ.

ຮອງຊະນະເລີດ ທ່ານ ສາຍຄໍາ ສຸລິນທອນ ແລະ ອັນດັບ 3 ທ່ານ ສີພະໄຕ ພັນແພງດີ. ສຳລັບຊະນະເລີດສາຍບໍ່ມີແຕ້ມຕໍ່ ( Gross ) ທ່ານ Choi Jong Sik ໄດ້ຮັບໄມ້ຕີກ໊ອຟ Maruman Putter, ຖົງກ໊ອຟ Majesty, Majesty UFS ພ້ອມໄດ້ສິດໄປຕີກ໊ອຟຢູ່ Forest city, ມາເລເຊຍ ແລະ ສ.ເກົາຫຼີ.  ຮອງຊະນະເລີດຕົກເປັນຂອງ ທ່ານ ລັງສີ ອະຍະບັນດິດ ແລະ ອັນດັບ 3 ທ່ານ ຄິດລັງສິນໄຊ.

ລາງວັນພິເສດອື່ນໆ ມີຄື: ຕີໃກ້ຂຸມ 5 ທ່ານ ສະພາ ພິນເພັດ 37 ຊັງຕີແມັດ, ຕີໃກ້ຂຸມ 8 ທ່ານ ອຸໄທ ແສງຈັນ 130 ຊັງຕີແມັດ, ຕີໃກ້ຂຸມ 12 ທ່ານ ທອງວັນ 240 ຊັງຕີແມັດ, ຕີໃກ້ຂຸມ 16 ທ່ານ ວຽງແກ້ວ 50 ຊັງຕີແມັດ ແລະ ຕີໄກຂຸມ 9 ທ່ານ ພຸດທະວົງ ພະຣັງຮັກ ເຊິ່ງລາງວັນຕີໃກ້ຈະໄດ້ຮັບກະເປົ໋າ Majesty, Maruman ພັດເຕີ ພ້ອມເງິນສົດ 5 ລ້ານກີບ ຈາກ ລາວຟອດຊິຕີ້, ສ່ວນລາງວັນຕີໄກ ໄດ້ຮັບ Driver Shuttle ຈາກມາເຈັດສະຕີ ພ້ອມກັບເງິນສົດ 5 ລ້ານກີບ.

Comments