ມູນຄ່າກໍ່ສ້າງເສັ້ນທາງສູງ ແຕ່ຄຸນນະພາບຕ່ຳ ບັນຫາທີ່ ຍທຂ ຈະສຸມໃສ່ແກ້ໄຂ

ຫາງສຽງຈົ່ມວ່າຂອງສັງຄົມຈາກກໍລະນີເສັ້ນທາງທີ່ມີມູນຄ່າສູງແຕ່ຄຸນນະພາບຂອງເສັ້ນທາງຕໍ່າ, ທາງເປ່ເພໄວກວ່າກຳນົດ, ເສັ້ນທາງສ້າງແລ້ວຊ້າກວ່າກຳນົດ ເປັນບັນຫາສຳຄັນທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຈະຕ້ອງໄດ້ປະເມີນຄົ້ນຄວ້າ ແລະ ຫາທາງແກ້ໄຂໂດຍໄວ. ແນວໃດກໍຕາມ, ສັນຍາລະ ຫວ່າງ ຍທຂ ກັບ ບໍລິສັດຮັບເໝົາກໍ່ສ້າງຍັງເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ມີການເຈລະຈາຄືນ.

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນລະຫວ່າງວັນທີ 28 – 29 ມີນາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຍທຂ ທົ່ວປະເທດເຂົ້າຮ່ວມ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂະແໜງ ຍທຂ ທົ່ວປະເທດ ປີ 2017 ແລະ 2018 ຜ່ານມາ ແລະ ຄົ້ນຄວ້າຈັດຕັ້ງປະຕິບັດແຜນພັດທະນາພື້ນຖານໂຄງລ່າງ ປະຈຳປີ 2019 ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ສະຫຼຸບສັງລວມຄວາມຄືບໜ້າການຈັດຕັ້ງປະຕິບັດການແກ້ໄຂບັນຫາຄົງຄ້າງພົ້ນເດັ່ນ ແລະ ໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືປະກອບຄຳຄິດເຫັນໃສ່ບັນດາເອກະສານທີ່ສຳຄັນຈຳນວນໜຶ່ງທີ່ຄົງຄ້າງ ແລະ ການວາງທິດທາງແຜນການປີ 2019 ໂດຍສະເພາະແມ່ນແຜນງົບປະມານການລົງທຶນຂອງລັດຂອງຂະແໜງ ຍທຂ ແລະ ແຜນງົບປະມານກອງທຶນທາງ ໃນປີ 2019, ພ້ອມທັງເຜີຍແຜ່ບົດແນະນຳເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ ລວມທັງເອກະສານຕ່າງໆທີ່ນຳມາເຜີຍແຜ່.

ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ ເຖິງວຽກງານທີ່ເປັນຫາງສຽງຂອງສັງຄົມ ກ່ຽວກັບບັນຫາເສັ້ນທາງທີ່ບໍ່ໄດ້ມາດຖານ, ເປ່ເພໄວກ່ອນກຳນົດ ໂດຍໃຫ້ເຫດຜົນວ່າ: ບັນຫາການເຮັດໃຫ້ເສັ້ນທາງມີມູນຄ່າສູງທຽບກັບຄຸນນະພາບເຫັນວ່າຕ່ຳຫຼາຍ ບັນຫາຄວາມຊັກຊ້າທັງທີ່ມີຜ່ານການປະມູນຕາມຂັ້ນຕອນຍ້ອນວ່າບໍລິສັດທີ່ຊະນະການປະມູນມີການສຳຫຼວດ, ອອກແບບເອງບວກກັບ ຄວາມສາມາດຂອງບຸກຄະລາກອນຍັງບໍ່ສູງ. ອີກບັນຫາແມ່ນບໍລິສັດດຽວຮັບຫຼາຍສັນຍາໂຄງການກໍ່ສ້າງເຮັດໃຫ້ເງິນໝູນວຽນບໍ່ທັນ ເຮັດໃຫ້ການກໍ່ສ້າງເສັ້ນທາງຫຼາຍເສັ້ນໃນຂອບເຂດທົ່ວປະເທດມີ ຄວາມຫຼ້າຊ້າ.

ການຂາດຄວາມເອົາໃຈໃສ່ຂອງບໍລິສັດຮັບເໝົາກໍ່ສ້າງຂອງບາງບໍລິສັດຍັງບໍ່ສູງ ແລະ ລະບົບການກວດສອບເບື້ອງພາກລັດເອງ ກໍຍັງບໍ່ທັນເຄັ່ງຄັດເທົ່າທີ່ຄວນ ແລະ ອີກບັນຫາທີ່ເຮັດໃຫ້ເສັ້ນທາງເປ່ເພໄວກວ່າກຳນົດ ຍ້ອນລົດບັນທຸກທີ່ບັນທຸກນ້ຳໜັກເກີນກວ່າກຳນົດທີ່ມີຢູ່ພາຍໃນ ແລະ ຕ່າງປະເທດຜ່ານດ່ານຕ່າງໆ.

ທ່ານ ນາງ ວິໄລຄຳ ໂພສາລາດ ສະເໜີເຖິງວິທີການທີ່ຈະແກ້ໄຂໃນຕໍ່ໜ້າ ວ່າ: ຈະຕ້ອງໄດ້ມີການເບິ່ງຄືນໂຄງການ, ກວດສອບການອອກແບບ ແລະ ຍົກສູງຄຸນນະພາບຂອງບຸກຄະລາກອນ, ສືບຕໍ່ປັບປຸງລະບົບຄຸ້ມຄອງໃຫ້ທັນສະໄໝໃຫ້ເປັນບ່ອນອີງໃນການແກ້ໄຂຈັດສັນງົບປະມານ, ແກ້ໄຂງົບປະມານໃນການສ້ອມແປງເສັ້ນທາງໃຫ້ໄວ, ກວດກາຕາມດ່ານຕ່າງໆທີ່ສໍາຄັນ, ກວດລົດບັນທຸກທີ່ບັນທຸກເກີນ, ລວງສູງຂອງລົດກ່ອນອະນຸຍາດແລ່ນຕໍ່ໄດ້ ຫາກພົບເຫັນຈະຕ້ອງປັບໃໝຢ່າງເໝາະສົມ ປັດຈຸບັນກຳລັງຈະມີການຫາລືກັບຂະແໜງທີ່ກ່ຽວຂ້ອງເພື່ອປັບໃໝໃຫ້ແທດເໝາະ

Comments