4 ສາເຫດຫຼັກ ທີ່ເຮັດໃຫ້ນັກທ່ອງທ່ຽວສ. ເກົາຫລີ ມາທ່ຽວລາວ ຫຼຸດລົງ

ໜ່ວຍງານທີ່ກ່ຽວຂ້ອງລາຍງານວ່າ ໃນໄລຍະເວລາ 3 ເດືອນທໍາອິດ ເດືອນມັງກອນ – ເດືອນມີນາ ຂອງ ປີ 2019, ສະຖິຕິ ນັກທ່ອງທ່ຽວ ຈາກປະເທດ ສ.ເກົາຫຼີ ຫຼຸດລົງ ເປັນຈຳນວນຫຼາຍ ໂດຍຫຼຸດລົງເຖິງ 32% ທຽບໃສ່ປີ 2018 ມີພຽງແຕ່ 46 000 ກວ່າຄົນ. ພະນັກງານ ຈາກກົມທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ແລະ ວັດທະນາທໍາ ຊີ້ໃຫ້ຮູ້ວ່າ: ສາເຫດການຫຼຸດລົງ ເປັນຈໍານວນຫຼວງຫຼາຍ ຂອງນັກທ່ອງທ່ຽວເກົາຫຼີ ແມ່ນຍັງບໍ່ທັນຮູ້ແຈ້ງ ແຕ່ ເຊື່ອວ່າ ອາດເປັນຍ້ອນ 4 ສາເຫດ ດັ່ງຕໍ່ໄປນີ້:

1) ການໃຫ້ບໍລິການ ຍັງຢູ່ໃນມາດຕະຖານຕໍ່າ
2) ລາຄາບໍລິການ ແລະ ສິນຄ້າ ຢູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງສູງ
3) ບໍ່ມີຄວາມປະທັບໃຈ ໃນສະຖານທີ່ທີ່ມາທ່ຽວ (ບໍ່ງາມຄືກັບຮູບ)
4) ເສັ້ນທາງການເຂົ້າສູ່ສະຖານທີ່ທ່ອງທ່ຽວ ແມ່ນຍັງບໍ່ສະດວກ

ສ່ວນຕົວເລກນັກທ່ອງທ່ຽວໄທ ເຂົ້າມາທ່ຽວ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ ແມ່ນຫຼຸດລົງ 9%  ມີພຽງແຕ່ 421 000 ກວ່າຄົນ, ຊຶ່ງອາດເປັນຍ້ອນ ການເລີ່ມການ ປະຊາສໍາພັນການທ່ອງທ່ຽວ “ໄທທ່ຽວໄທ” ຊຶ່ງເລີ້ມຕົ້ນມາ ໃນຕົ້ນປີ 2019 ນີ້.

ເວົ້າລວມແລ້ວ!!! ປີນີ້ວັງວຽງມີນັກທ່ອງທ່ຽວມາທ່ຽວຫຼຸດລົງກວ່າ 60% ຖ້າທຽບໃສ່ປີຜ່ານມາ ນັກທ່ອງທ່ຽວທີ່ມາທ່ຽວວັງວຽງປີນີ້ ສ່ວນຫຼາຍຈະແມ່ນຄົນໃນແຂວງໃກ້ຄຽງທີ່ເດີນທາງມາທ່ຽວ ບໍ່ຄ່ອຍຈະເຫັນມີນັກທ່ອງທ່ຽວຕ່າງປະເທດຄືດັ່ງຜ່ານມາ ເຊິ່ງມັນສະແດງໃຫ້ເຫັນເຖິງຫຼາຍບັນຫາທີ່ເຈົ້າຫນ້າທີ່ເມືອງວັງວຽງຕ້ອງຮີບຮ້ອນແກ້ໄຂ ໂດຍສະເພາະແມ່ນບັນຫາ ການສວຍໂອກາດ ຂຶ້ນລາຄາ ບໍ່ວ່າຈະເປັນທີ່ພັກ ລາຄາອາຫານ ແລະຄ່າບໍລິການຕ່າງໆ, ປັບປຸງ, ຮັກສາອານຸຮັກ ສະຖານທີ່ທ່ອງທ່ຽວໃຫ້ສະອາດຄືເກົ່າໃຫ້ໄດ້.

 

Comments