ມູນຄ່າການນໍາເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າຂອງ ສປປ ລາວ ປະຈຳປີ 2018

ໃນປີ 2018 ມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ບັນລຸໄດ້ປະມານ 1.31 ຕື້ ໂດລາສະຫະລັດ ກວມເອົາ 24.30% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5.41 ຕື້ ໂດລາສະຫະລັດ. ສໍາລັບມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປະຕິບັດໄດ້ພຽງ 613.83 ລ້ານໂດລາສະຫະລັດ ກວມເອົາ 10,80% ຂອງມູນຄ່າການນໍາເຂົ້າທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5.84 ຕື້ ໂດລາສະຫະລັດ.

ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຳເລັດການສັງລວມສະຖິຕິການນຳ​ເຂົ້າ – ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈໍາ​ປີ 2018. ​ໃນ​ນັ້ນ, ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ແບ່ງ​ອອກ​ເປັນ 02 ​ຮູບແບບ​ດ້ວຍ​ກັນ​ຄື: ​ແບບ​ຝ່າຍ​ດຽວ (ລະບົບສິດທິພິເສດທົ່ວໄປ ຫຼື ​​​Generalized System of Preferences: GSP) ​ແລະ ​ແບບ​ຕອບ​ແທນ​ກັນ ຫຼື ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ (ສັນຍາການຄ້າເສລີ ຫຼື Free Trade Agreement: FTA).

ບັນດາປະເທດທີ່ ສປປ ລາວ ​ສົ່ງ​ອອກ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 37 ປະ​ເທດ,ໃນ​ນັ້ນ ປະ​ເທດ​ທີ່ມີ​ການ​ສົ່ງ​ອອກ​ໄປຫຼາຍກວ່າໝູ່ແມ່ນ ​ໄທ, ສສ ຫວຽດນາມ ​ແລະ ສ​ປ ຈີນ; ມີມູນ​ຄ່າ​ປະມານ 425.86 ລ້ານ ​ໂດ​ລາ​ສະຫະລັດ, 332.85 ລ້ານ ​ໂດ​ລາ​ສະຫະລັດ ​ແລະ 250.95 ລ້ານ ໂດ​ລາ​ສະຫະລັດ ຕາມ​ລຳດັບ. ກຸ່ມສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ສາມອັນດັບຕົ້ນແມ່ນ ກຸ່ມສິນຄ້າອຸດສາຫະກຳ ມີມູນຄ່າປະມານ 637.56 ລ້ານໂດລາສະຫະລັດ, ຮອງລົງມາແມ່ນ ກຸ່ມສິນຄ້າພືດກະສິກຳ ມີມູນຄ່າປະມານ 406.94 ລ້ານໂດລາສະຫະລັດ ແລະ ກຸ່ມສິນຄ້າຜະລິດຕະພັນແຮ່ທາດ ມີມູນຄ່າປະມານ 89.50 ລ້ານໂດລາສະຫະລັດ.

ສ່ວນປະເທດທີ່ ສປປ ລາວ ​ນໍາ​ເຂົ້າ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 39 ປະ​ເທດ, ໃນນັ້ນ ປະ​ເທດ​ທີ່​ສປປ ລາວ ມີ​ການນຳ​ເຂົ້າຫຼາຍກວ່າໝູ່​ແມ່ນ ​ໄທ, ສປ ຈີນ, ​ແລະ ສສ.ຫວຽດນາມ; ມີ​ມູນ​ຄ່າ​ການ​ນຳ​ເຂົ້າປະມານ 329.04 ລ້ານ ໂດ​ລາ​ສະຫະລັດ, 79.58 ລ້ານ ໂດ​ລາ​ສະຫະລັດ ​ແລະ 76.39 ລ້ານ ​ໂດ​ລາ​ສະຫະລັດ ຕາມ​ລຳດັບ. ສຳລັບສາມກຸ່ມສິນຄ້າທີ່ມີມູນຄ່າການນຳເຂົ້າຫຼາຍກວ່າໝູ່ແມ່ນ ກຸ່ມສິນຄ້າພາຫະນະ, ຊິ້ນສ່ວນ ແລະ ອາໄຫຼ່ ມີມູນຄ່າ 369.16 ລ້ານໂດລາສະຫະລັດ, ກຸ່ມສິນຄ້າເຄື່ອງກໍ່ສ້າງ ມີມູນຄ່າ 85.41 ລ້ານໂດລາສະຫະລັດ ແລະ ກຸ່ມສິນຄ້າເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍປະຈຳວັນ ມີມູນຄ່າ 64.14 ລ້ານໂດລາສະຫະລັດ.

ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບຝ່າຍ​ດຽວ ​ແລະ ​ແບບຕອບ​ແທນ​ກັນ ​ເຫັນ​ວ່າ ການ​ນຳ​ໃຊ້ສິດທິ​ພິ​ເສດແບບຝ່າຍ​ດຽວມີ​ມູນຄ່າ​ພຽງ 278.60 ລ້ານ ​ໂດ​ລາ​ສະຫະລັດ, ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນປະຕິບັດໄດ້ 1.03 ຕື້ ​ໂດ​ລາ​ສະຫະລັດ. ​ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນ ກວມ​ເອົາ​ອັດຕາ​ສ່ວນຫຼາຍກວ່າ​ການ​ສົ່ງ​ອອກ​ແບບຝ່າຍດຽວສູງ​ເຖິງ 78,77%.

ແຫຼ່ງຂໍ້ມູນ: ສະຖິຕິການນຳເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງດ້ານການຄ້າ ສປປ ລາວ ປະຈຳປີ 2018 ຂອງ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ.

Comments