ຂ່າວ ພາຍໃນປະເທດ

ປັບລາຄານ້ຳມັນແອັດຊົງລົງ ແຕ່ກາຊວນ ຍັງຄົງທີ່ ໃນຕອນເຊົ້າຂອງມື້ນີ້!!!!

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ0510/ອຄ.ກຄພນ ລົງວັນທີ 16/05/2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບໍລິສັດນໍ້າມັນເຊື້ອໄຟແລະປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງປັບລົງລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາໃນຂອບເຂດທົ່ວປະເທດ. ການລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບຫຼຸດລາຄານໍ້າມັນແອັດຊັງພິເສດ 130 ກີບ/ລິດ, ແອັດຊັງທຳມະດາ 110 ກີບ/ລິດ. ສ່ວນລາຄານໍ້າມັນກາຊວນແມ່ນຍັງຮັກສາໄວ້ຄືເກົ່າ(ແຕ່ຫຼຸດຄັງແຮນໍ້າມັນກາຊວນລົງ50ກີບ/ລິດ). ຈາກການປັບລາຄາຄັ້ງນີ້ເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນ ໃນວັນທີ 17 ພຶດສະພາ ລົງມາຢູ່ທີ່ 10.690ກີບຕໍ່ລິດ ແລະ ນໍ້າມັນແອັດຊັງທຳມະດາລົງມາຢູ່ທີ່ 9.430 ກີບຕໍ່ລິດ.

Read More »

ເບຍລາວ ຈະປົດປ້າຍໂຄສະນາ ແລະ ປັບປຸງໂຄສະນາອື່ນໆ ໃຫ້ແລ້ວພາຍໃນ 1 ເດືອນ

ໃນວັນທີ 15 ພຶດສະພາ 2019 ອໍານວຍການບໍລິສັດ ເບຍລາວ ທ່ານ ສູນທອນ ສິຣິສັກ ແຈ້ງໃບສະເໜີ ເລກທີ 0864 ລົງວັນທີ 15 ພຶດສະພາ 2019 ເຖິງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ແລະ ລັດຖະມົນຕີ ກະຊວງສາທາລະນະສຸກ. ໂດຍເນື້ອໃນຂອງໃບສະເໜີ ແມ່ນມີ 3 ປະເດັນຫຼັກ ຄື: 1. ບໍລິສັດ ເບຍລາວ ຈະຢຸດຕິການໂຄສະນາເບຍ ໃນປ້າຍໂຄສະນາໃຫຍ່ ທຸກແຫ່ງ ຈົນກວ່າຈະມີ ລະບຽບການໂຄສະນາເຄື່ອງດຶ່ມທີ່ມີທາດເຫຼົ້າ ທີ່ຊັດເຈນ 2. ບໍລິສັດ ເບຍລາວ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນ 1​ ເດືອນ, ລວມເຖິງການປະເມີນເສດຖະກິດ ທີ່ສົ່ງຜົນກະທົບຕໍ່ອຸດສາຫະກໍາການຄ້າຍ່ອຍ, ການທ່ອງທ່ຽວ, ການຈ້າງງານ, ແລະ ການມອບພັນທະໃຫ້ ລັດຖະບານ ສປປ ລາວ. ແລ້ວນໍາສະເໜີ ...

Read More »

ເຜີຍແລ້ວ!!! ສາເຫດ ໄຟໄໝ້ໄອເຕັກ ຕຶກເກົ່າ ສ້າງຄວາມເສຍຫາຍ 30 ກວ່າຮ້ານ

ເຫດການໄຟໄໝ້ ສູນການຄ້າ ລາວ ໄອເຕັກ ໃນທ້າຍອາທິດຜ່ານມາ ສ້າງຄວາມເສຍຫາຍໃຫ້ກັບຜູ້ປະກອບການ 30 ກວ່າຮ້ານ ທີ່ນຳສິນຄ້າເພື່ອກຽມຮ່ວມງານວາງສະແດງຜະລິດຕະພັນລາວ ທີ່ມີກຳນົດເປີດຂຶ້ນໃນລະຫວ່າງວັນທີ 10 – 19 ພຶດສະພາ ເຮັດໃຫ້ຕ້ອງໄດ້ເລື່ອນງານດັ່ງກ່າວໄປຈົນກວ່າຈະຟື້ນຟູຕຶກໃຫ້ກັບສູ່ສະພາບປົກກະຕິ. ຫຼ້າສຸດ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ( ສຕອ ) ໄດ້ເຜີຍສາເຫດແມ່ນຍ້ອນໄຟຟ້າລັດວົງຈອນ.  ທ່ານ ພັນໂທ ຈັນທະບູນ ມະນີວົງ ຫົວໜ້າພະແນກ ສຕອ ຖະແຫຼງຕໍ່ນັກຂ່າວ ວ່າ: ຜ່ານການກວດກາ, ສອບຖາມຜູ້ຢູ່ໃນເຫດການ ແລະ ຂໍ້ມູນຈາກກ້ອງວົງຈອນປິດ ຈິຶ່ງຮູ້ວ່າກ່ອນໄຟໄໝ້ໃນເວລາປະມານ 8:30 ໂມງ ມີພະນັກງານໄຟຟ້າປະຈໍາສູນການຄ້າ ລາວ – ໄອເຕັກ ເຮັດໜ້າທີ່ເປີດໄຟ ແລະ ເປີດແອເປັນປະຈໍາ ກ່ອນເປີດໃຫ້ລູກຄ້າເຂົ້າໄປຂາຍ, ຕໍ່ມາປະມານ 35 ນາທີ ໄດ້ຍິນສຽງແຕກດັງຂຶ້ນ 1 ຄັ້ງ ພະນັກງານໄຟຟ້າຈຶ່ງເຂົ້າໄປເບິ່ງພົບເຫັນໄຟໄໝ້ລັດວົງຈອນ ( ຊັອດ ) ຢູ່ກະດານໄຟເທິງຮ້ານຂາຍເຄື່ອງປະດັບຍົນ ພະນັກງານຈຶ່ງນໍາເອົາບັ້ງດັບເພີງມາດັບມອດ ແຕ່ບໍ່ສາມາດດັບໄດ້, ເຮັດໃຫ້ໄໝ້ລາມໄປຕາມສາຍໄຟ ...

Read More »

ວອນພາກສ່ວນທີ່ກ່ຽວຂ້ອງລົງກວດກາດ່ວນ!!! ຈາກການປ່ອຍນໍ້າເສຍລົງຊະຊາຍ ຂອງໂຮງງານ

ວັນທີ 15 ພຶດສະພາ 2019 ນີ້ຄືນໍ້າເສຍຈາກໂຮງງານແຮ່ມ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຈາກການປ່ອຍນໍ້າເສຍລົງຊະຊາຍ ລົງໃສ່ທົ່ງນາເລີຍ ສົ່ງຜົນກະທົບຕໍ່ປະຊາຊົນເຂດໃກ້ຄຽງເດືອດຮ້ອນທົ່ວໆກັນ ຝາກກົດໄລ ກົດແຊ່ ໃຫ້ເຖິງຂັນເທີງ ພາກສ່ວນຮັບຜິດຊອບແນ່ເດີທຸກຄົນ ຂໍ້ມູນຈາກ: ຂ່າວໜ້າ 1

Read More »

ຊຽງຂວາງປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງ 27 ຄົນ!!!

ໃນຕົ້ນເດືອນເມສາ 2019 ຄະນະກຳມະການວິໄນຂັ້ນແຂວງ ໄດ້ຕົກລົງ ແລະ ສະເໜີໃຫ້ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງໆຊຽງຂວາງ ອອກມະຕິຕົກລົງປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ເມືອງຄຸ້ມຄອງ ຈຳນວນ 27 ຄົນ ທີ່ມີຂໍ້ບົກຜ່ອງຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ຕາມຂໍ້ມູນຈາກແຂວງຊຽງຂວາງຮູ້ວ່າ: ການລະເມີດຂອງພະນັກງານແມ່ນໄດ້ສວຍໃຊ້ໜ້າທີ່ຕຳແໜ່ງ ເຊັນ ເອກະສານບໍ່ຖືກຕ້ອງໃຫ້ແກ່ບໍລິສັດ ແລະ ຜູ້ປະກອບການ ທີ່ດຳເນີນທຸລະກິດຕ່າງໆເຊັ່ນ: ເຊັນໃບສະເໜີຂາຍໜີ້ໂຄງການແບບມີສ່ວນຫຼຸດ ໂດຍບໍ່ຖືກຕ້ອງຕາມມູນຄ່າຄ້າງສຳລະຕົວຈິງ, ເຊັນໃບອະນຸມັດສຳລະການຈ່າຍເງິນຊ້ຳຊ້ອນໂຄງການລົງທຶນຂອງລັດ ແລະ ເຊັນຢັ້ງຢືນຜະລິດຕະພັນໄມ້ບໍ່ຖືກຕ້ອງຈາກໂຮງງານເພື່ອສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ ທີ່ເປັນການລະເມີດຕໍ່ຄຳສັ່ງເລກທີ15/ນຍ, ລະເມີດລະບຽບການຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ທັງເປັນການລະເມີດຕໍ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ມີຄວາມບົກຜ່ອງໃນການລະເມີດຕໍ່ກົດລະບຽບຂອງພັກ. ການຕົກລົງປະຕິບັດວິໄນຕໍ່ພະນັກງານຂັ້ນແຂວງ ແລະ ເມືອງຄຸ້ມຄອງມີດັ່ງນີ້: 1, ພະນັກງານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳນວນ 4 ຄົນ ທີ່ພົວພັນກັບການກວດກາ ແລະ ສົ່ງອອກຜະລິດຕະພັນໄມ້ 2, ພະນັກງານ ພະແນກກະສິກຳ ...

Read More »

ຍີ່ປຸ່ນ ມອບເງິນຊ່ວຍເຫຼືອການສຶກສາ ຢູ່ເມືອງສະໜາມໄຊ 361 ລ້ານກວ່າກີບ

ອົງການອາສາສະໝັກນາໆຊາດຍີ່ປຸ່ນ ນໍາໂດຍ ທ່ານ ນາງ ຊາຊິໂກ ໂທມິນະກະ ໄດ້ມອບທຶນຊ່ວຍເຫຼືອດ້ານການສຶກສາ ມູນຄ່າ 361.600.000 ກີບ ໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງສະ ໜາມໄຊ ແຂວງ ອັດຕະປື ໃນວັນທີ 13 ພຶດສະພາ 2019, ໂດຍມອບຜ່ານ ທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື, ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ໂອກາດດຽວກັນ ທ່ານ ອຸ່ນຫຼ້າ ໄຊຍະສິດ ກໍໄດ້ລາຍງານສະພາບໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍຫຍໍ້ ໃຫ້ແກ່ອົງການອາສາສະໝັກນາໆຊາດຍີ່ປຸ່ນ ທີ່ມາຊ່ວຍເຫຼືອຄັ້ງນີ້ ໄດ້ຮັບຊາບ, ພ້ອມມອບໃບຊົມເຊີຍ ເພື່ອເປັນການຍ້ອງຍໍ ແລະ ສະແດງຄວາມຂອບໃຈ ຮູ້ບຸນຄຸນຢ່າງລົ້ນເຫຼືອ ທີ່ໄດ້ມີນໍ້າໃຈມະນຸດສະທໍາ, ເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື.

Read More »

ວິໄສທັດຂອງລັດຖະບານ ແຕ່ນີ້ຮອດປີ 2030 ຄື ເຮັດໃຫ້ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 7.351 ໂດລາ

ວິ­ໄສ ​ທັດ​ການ​ພັດ­ທະ­ນາ​ແຕ່​ນີ້​ຮອດ​ປີ 2030 ໄດ້​ກຳ­ນົດ​ແຈ້ງ ຕ້ອງ​ສືບ­ຕໍ່​ຮັບ­ປະ­ກັນ​ໃຫ້​ປະ­ເທດ​ເຮົາ​ມີ​ສະ­ຖຽນ​ລະ​ພາບ​ທາງດ້ານ​ ການ­ເມືອງ​ທີ່​ໝັ້ນ­ຄົງ ແລະ ມີ​ຄວາມ​ສະຫງົບ​ປອດ​ໄພ ທາງ​ດ້ານ​ສັງ­ຄົມ​ຢ່າງ​ໜັກ​ແໜ້ນ, ມີ​ຂະ­ໜາດ​ເສດຖະ­ກິດ ຫຼື ​​ລວມຍອດ​ມູນ​ຄ່າຂອງ ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫຼື ຈີ​ດີ​ພີ (GDP) ຫຼາຍ​ກວ່າ​ປີ 2015 ເຖິງ 4 ເທົ່າ​ກວ່າ. ໃນ​ປີ 2014-2015 ປະ­ມານ 102.320 ຕື້​ກີບ ຫຼື 12,8 ຕື້​ໂດ​ລາ​ສະ­ຫະ­ລັດ, ລາຍ​ໄດ້​ສະ­ເລ່ຍ​ຕໍ່​ຫົວ​ຄົນ​ບັນ­ລຸ 15,8 ລ້ານກີບ ຫຼື​ປະ­ມານ 1.970 ໂດ​ລາ, ຮອດ​ປີ 2030 ລາຍ​ໄດ້ສະເລ່ຍຕໍ່​ຫົວຄົນໃຫ້ບັນ­ ລຸ​ໄດ້  7.351 ໂດ​ລາ. ການ​ພັດ­ທະ ນາ​ແບບ​ຍືນ​ຍົງ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ເສດ­ຖະ­ກິດ ມີ​ການ​ເຕີບ​ໂຕ​ທີ່​​ໝັ້ນ​ທ່ຽງ, ໜັກ​ແໜ້ນ, ຕໍ່​ເນື່ອງ ແລະ ມີ​ຄວາມ​ຍືນ​ຍົງ. ເມື່ອ​ຮອດ​ປີ 2030 ໃຫ້​ເປັນ​ປະ ເທດ​ມີ​ລາຍ​ຮັບ ປານ​ກາງ​-ສູງ ແລະ ບັນ­ລຸ​ບັນ­ດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ໂດຍ​ພື້ນ­ຖານ, ມີ​ຄວາມ​ສາ­ມາດ​ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານການ​ເງິນ​ຢ່າງ​ໜັກ​ແໜ້ນ. ລະ­ບົບ​ການ​ເງິນ​​–​ເງິນ­ຕາ​ທັນ​ສະ ໄໝ, ມີ​ປະ­ສິດ­ທິ­ພາບ, ສະ­ດວກ​ຄ່ອງຕົວ ແລະ ເອື້ອ​ອຳ­ນວຍ​ໃຫ້ແກ່ການ​ບໍ­ລິ­ການ​ດ້ານ​ການ​ເງິນ, ການ​ລົງທຶນ ແລະ ການ​ຜະ​ລິດ​​ທຸ­ລະ​ກິດ. ເສດຖະ­ກິດ​ຕະ­ຫຼາດ​ຕາມ​ທິດ​ສັງ­ຄົມ​ນິ­ຍົມ ໄດ້​ຮັບການ​ພັດ­ທະ­ນາຢ່າງເປັນ​ລະ­ບົບ, ບັນ­ດາ​ພາກ­ສ່ວນ​ເສດ­ຖະ­ກິດ​ເປັນ​ກຳ­ລັງ​ແຮງ​ໃຫ້​ແກ່​ເສດ­ຖະ­ກິດ​ແຫ່ງ​ຊາດ ມີ​ຄວາມ​ໜັກ​ແໜ້ນ, ມີ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ເສດ­ຖະ­ກິດ​ທີ່​ເຂັ້ມ​ແຂງ. ສ້າງ​ໄດ້​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ທີ່​ຖື​ເອົາ​ກະ­ສິ­ກຳ​ຕິດ​ແໜ້ນ​ກັບ​ ອຸດ­ສາ­ຫະກຳ ແລະ ...

Read More »

ພິທີເຊັນສັນຍາຊື້​ເຂົ້າຈ້າວ ລະຫວ່າງ ບໍ​ລິ​ສັດ​ເບຍ​ລາວ ແລະ ​ສະ​ມາ​ຄົມເຂົ້າ​ລາວ​

ໂດຍ​ປະ​ຕິ​ບັດຕາມ​ແນວ​ທາງນະ​ໂຍ​ບາຍຂອງພັກ ແລະ ລັດຖະ​ບານ ກ່ຽວ​ກັບການ​ສົ່ງ​ເສີ​ມ ​ແລະ ນຳ​ໃຊ້ສິນ​ຄ້າ​ກໍ​ຄືຜົນ​ຜະ​ລິດພາຍ​ໃນ​ປະ​ເທດ. ໃນ​ຕອນ​ເຊົ້າຂອງວັນ​ທີ 10 ພຶ​ດ​ສະ​ພາ 2019, ຢູ່ທີ່ບໍ​ລິ​ສັດເບຍ​ລາວ ຈຳກັດ ​ໄດ້​ຈັດໃຫ້​ພິ​ທີ​ເຊັນ​ສັນ​ຍາ​ຊື້-ຂາຍ​ເຂົ້າ​ຈ້າວ ລະ​ຫວ່າງ ບໍ​ລິ​ສັດເບຍ​ລາວ​ ຈຳ​ກັດ ກັບ ສະ​ມາ​ຄົມເຂົ້າ​ລາວ ນະ​ຄອນ​ຫຼວງວຽງ​ຈັນ, ເພື່ອເປັນ​ການສົ່ງ​ເສີມຊາວ​ນາ​ລາວດ້ວຍ​ການ​ຊື້​ເຂົ້າທີ່​ຜະ​ລິດ​ພາຍ​ໃນ​ປະ​ເທດມາ​​​ເປັນ​ວັດ​ຖຸ​ດິບໃຫ້​ແກ່ການ​ຜະ​ລິດເບຍ. ໃນ​ປັດຈຸ​ບັນ​ນີ້, ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດແມ່ນມີ​ຄວາມ​ຕ້ອງ​ການເຂົ້າ​ຈ້າວ​ເມັດ​ຫັກເພື່ອມາ​ເປັນສ່ວນປະກອບເຂົ້າໃນການ​ຜະ​ລິດ​ເບຍປີ​ໜຶ່ງປະ​ມານ 20,000 ໂຕນ. ສະເພາະ, ໃນ​ມື້​ນີ້ບໍ​ລິ​ສັດແມ່ນ​ຈະໄດ້​ເຮັດ​ພິ​ທີເຊັນ​ສັນ​ຍາຊື້​ເຂົ້າກັບສະ​ມາ​ຄົມ​ເຂົ້າ​ລາວນະ​ຄອນ​ຫຼວງວຽງ​ຈັນຈຳ​ນວນ 6.500 ໂຕນ ນັບແຕ່ວັນທີ 1 ພຶດສະພາ ຫາ ເດືອນຕຸລາ 2019 ລວມມູນຄ່າ 21.5 ຕື້ກັບ , ຖ້າ​ລວມ​ກັນກັບ​ການ​ເຊັນ​ສັນ​ຍາກັບຜູ້​ສະ​ໜອງອີກ​ລາຍ​ໜຶ່ງທີ່​ແຂວງຈຳ​ປາ​ສັກຈຳ​ນວນ 1.400 ໂຕນກໍ​ລວມ​ເປັນທັງ​ໝົດ 7.900 ໂຕນ, ມູນ​ຄ່າທັງ​ໝົດປະ​ມານ 26.2 ຕື້​ກີບ. ເຂົ້າ​ຮ່ວມໃນ​ພິ​ທີ​ເຊັນ​ສັນ​ຍາດັ່ງ​ກ່າວຕາງ​ໜ້າ​ໃຫ້ບໍ​ລິ​ສັດ​ເບຍ​ລາວໃນ​ການ​ເຊັນ​ສັນ​ຍາ​ແມ່ນ ທ່ານ ເຮັນ​ຣິກແອນ​ເດີ​ຊັນ (Henrik Andersen) ຜູ້​ອຳ​ນວຍການ ​ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດ, ສ່ວນ​ຕາງ​ໜ້າໃຫ້ສະ​ມາ​ຄົມ​ເຂົ້າ​ລາວນະ​ຄອນ​ຫຼວງວຽງ​ຈັນແມ່ນ ທ່ານ ນາງ ຈັນ​ເພັງ ແສງ​ທະ​ວີ, ທ່ານ ​ນາງ ...

Read More »

ລາວ-ຈີນຮ່ວມມືກັນພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ

ໃນວັນທີ 9 ພຶດສະພາ 2019, ຢູ່ໂຮງແຮມວຽງຈັນພລາຊາ, ນະຄອນຫລວງວຽງຈັນ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການພັດທະນາເວັບໄຊການທ່ອງທ່ຽວລາວເປັນພາສາຈີນ. ຮ່ວມເຊັນບົດບັນທຶກດັ່ງກ່າວ, ຝ່າຍລາວ ແມ່ນ ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຈີນ ແມ່ນທ່ານ ຫລີ່ ຈ້ຽນ, ກຳມະການຜູ້ຈັດການໃຫ່ຍບໍລິສັດຄຸນຫມິງ ຊອ໋ບແວ ເຕັກໂນໂລຊີຈຳກັດ. ເຂົ້າຮ່ວມພິທີໃນຄັ້ງນີ້, ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍຜູ້ຕາງໜ້າຂອງບັນດາພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ. ໃນໂອກາດນີ້, ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຍົກໃຫ້ເຫັນວ່າ: ການສ້າງເວັບໄຊການທ່ອງທ່ຽວລາວເປັນພາສາຈີນຈະຊ່ວຍໂຄສະນາ ແລະ ດຶງດູດນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວລາວຫລາຍຂື້ນໃນອານາຄົດ ແລະ ກາຍເປັນຂີດໝາຍໜຶ່ງທີ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສອງຊາດລາວ ແລະ ຈີນ, ໂດຍສະເພາະ ໃນໂອກາດປີທ່ອງທ່ຽວລາວ-ຈີນ 2019 ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຕາມຍຸດທະສາດ “ໜື່ງແລວໜື່ງເສັ້ນທາງ” ຂອງປະເທດຈີນຢ່າງມີປະສິດທິພາບ. ລັດຖະບານລາວຖືເອົາວຽກງານການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ...

Read More »

ຄວາມຄືບໜ້າ!!! ເຫດການໄຟໄຫມ້ ໄອເຕັກຕຶກເກົ່າ ມື້ນີ້…. (ມີຄຼິບຄວາມເສຍຫາຍ)

ຕອນນິ້, ແມ່ນສາມາດຄວບຄຸມເຊື້ອເພີງ ຈຸດເກີດໄຟໄຫມ້ໄດ້ແລ້ວ!!!!! (ຊົມຄຼິບ) ມື້ນີ້,​ ວັນທີ 10 ພຶດສະພາ 2019 ເວລາ 9:00 ໂມງເຊົ້າ ໄດ້ເກີດເຫດໄຟໄຫມ້ ລາວໄອເຕັກ ຕຶກເກົ່າ, ນະຄອນຫຼວງວຽງຈັນ. ເຊິ່ງມື້ນີ້, ແມ່ນຈະໄດ້ມີງານວາງສະແດງສິນຄ້າ ຜະລິດຕະພັນລາວ (Made In laos) ທີ່ມີຂຶ້ນລະຫວ່າງວັນທີ 10-19 ພຶດສະພານີ້. ເຊິ່ງແນ່ນອນ ອາດຈະມີການເລື່ອນງານເລັກໜ້ອຍ ແຕ່ກໍຍັງບໍ່ໄດ້ມີລາຍງານຢ່າງເປັນທາງການ. ພາບຂ່າວເຫດການຕ່າງໆແມ່ນໄດ້ມີປະຊາຊົນ ຫຼາຍຄົນໄດ້ເຜີຍແພ່ໃຫ້ຮັບຮູ້ທາງສື່ສັງຄົມອອນລາຍ ສະແດງໃຫ້ເຫັນຄວັນດຳກຸ້ມອອກມາຈາກຕຶກໄອເຕັກເປັນຈຳນວນຫຼາຍ ແຕ່ກໍຍັງບໍ່ທັນໄດ້ເຫັນເປັນແປວໄຟຂຶ້ນແຮງ. ທັງນີ້, ຍັງບໍ່ທັນມີລາຍງານຈາກເຈົ້າໜ້າທີ່ຢ່າງເປັນທາງການກ່ຽວກັບ ສາເຫດຂອງການເກີດໄຟໄຫມ້ໃນຄັ້ງນີ້ເທື່ອ, ລວມທັງຍັງບໍ່ທັນມີລາຍງານກ່ຽວກັບຄວາມເສຍຫາຍ, ຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ເວລາປະມານ 9:20 ໂມງ ເຈົ້າໜ້າທີ່ໄດ້ເລັ່ງເຂົ້າດັບໄຟ ມີລົດດັບເພີງເຂົ້າດັບ 5 ຄັນ  ແລະ ສາມາດມອດໄຟໄດ້ທັນການ ເວລາ 9:40 ໂມງ ໜ່ວຍກູ້ໄພມູນນິທິຈີນ  ລາຍງານວ່າ ສາມາດມອດໄຟໄດ້ແລ້ວ ພ້ອມເຜີຍຈຸດທີ່ເກີດໄຟໄຫມ້ ແມ່ນບໍລິເວນກ້ອງຂັ້ນໄດຂຶ້ນໄປໂຮງຮູບເງົາ. ສ່ວນລາຍລະອຽດຕ່າງໆກ່ຽວກັບ ເຫດການຄັ້ງນີ້ ຈະໄດ້ມາລາຍງານໃຫ້ທຸກຄົນໄດ້ຮັບຮູ້ເປັນໄລຍະ. ທີ່ມາ: ...

Read More »