ແຈ້ງການ!! ໃຫ້ຢຸດຜະລິດສື່ໂຄສະນາ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງການເລກທີ 196/ຖວທ ລົງວັນທີ 24/4/2019 ເລື່ອງ: ການຢຸດຕິ ການຜະລິດສື່ໂຄສະນາ ແລະໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ

– ອີງຕາມກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014

– ອີງຕາມລຳລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ສະບັບເລກທີ 95/ນຍ, ລົງວັນທີ 9 ມີນາ 2017

– ອີງຕາມແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ສະບັບເລກທີ 175/ຫສນຍ.ກຄສ, ລົງວັນທີ 01 ກຸມພາ 2019

ເພື່ອຄວາມເປັນເອກະພາບ, ສະເໝີພາບໃນການປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະລະບຽບການທີ່ວາງອອກ.

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຂໍຖືເປັນກຽດແຈ້ງດັ່ງນີ້:

1. ໃຫ້ບັນດາບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ບໍລິສັດປະກອບການໂຄສະນາ, ອອກແບບຜະລິດຕິດຕັ້ງປ້າຍ ໃຫ້ຢຸດຕິການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ, ເປັນຕົ້ນແມ່ນ ຜະລິດຕິດຕັ້ງປ້າຍໂຄສະນາຢູ່ຕາມສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະອື່ນໆ ທີ່ເປັນການຊັກຊວນໃຫ້ມີການດື່ມ

2. ໃຫ້ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທົ່ວປະເທດເປັນເຈົ້າການ ຕິດຕາມກວດກາ, ຈັດຕັ້ງປະຕິບັດ ແລະແກ້ໄຂບັນຫາປ້າຍໂຄສະນາ ແລະການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ໃນສື່ປະເພດຕ່າງໆ ໃຫ້ເປັນເອກະພາບ

ດັ່ງນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຊາບ ແລະປະຕິບັດເນື້ອໃນແຈ້ງການສະບັບນີ້

Comments