ພິທີຖະແຫຼງຂ່າວ ງານວາງສະແດງ ຜະລິດຕະພັນລາວ ປີ 2019

ໃນວັນທີ 30 ເມສາ 2019 ທີ່ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ພິທີຖະແຫຼງຂ່າວ ງານວາງສະແດງ ຜະລິດຕະພັນລາວ ປີ 2019 ທີ່ ສຄອຊ. ໂດຍການເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ​ໄຊ​ສົມ​ເພັດ ນໍລະສິງ ຫົວໜ້າກົມສົ່ງເສີມ ການ​ຄ້າ,​ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ  ສີບຸນທຳ ສີບຸນມີ   ຜູ້ອຳນວຍກການໃຫ່ຍ ບໍລິສັດ ລາວເວີນ ມະຫາຊົນ ແລະ ມີທ່ານ ຜູ້ຕ່າງໜ້າ ຈາກບໍໍລິສັດທີ່ໃຫ້ການສະໜັບສະໜູນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ສະມາຄົມ, ກຸ່ມທຸລະກິດ ແລະ ສູນການຄ້າ ລາວ – ໄອເຕັກ ຈະໄດ້ຈັດ ງານວາງສະແດງ ຜະລິດຕະພັນລາວ 2019, Made in Laos 2019 ຄັ້ງທີ 6,ເຊິ່ງຈະ​ໄດ້​ຈັດ​ຂື້ນໃນລະຫວ່າງວັນທີ 10-19 ເດືອນ ພຶດສະພາ 2019 ທີ່ ສູນວາງສະແດງສິນຄ້າ ລາວ – ໄອເຕັກ ຕືກ​ເກົ່າ.

  • ກິດຈະກຳຫຼັກພາຍໃນງານປະກອບມີ:
  1. ງານວາງສະແດງ ແລະ ຂາຍສິນຄ້າ
  2. ສຳມະນາ ແລະ ພົບປະທຸລະກິດ
  3. ງານວາງສະແດງ ແລະ ຂາຍສິນຄ້າ

ງານວາງສະແດງໃນຄັ້ງນີ້ ຈະວາງສະແດງຫຼາກຫຼາຍຜະລິດຕະພັນທີ່ຜະລິດ ແລະ ປະກອບ ຢູ່ສປປ ລາວ ໂດຍຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງ ເຊັ່ນ: ຂະແໜງຫັດຖະກຳ, ອຸດສາຫະກຳ, ອັນຍະມະນີ, ເຟີນີເຈີ້, ຕັດຫຍິບ, ການຢາ, ທ່ອງທ່ຽວ ແລະ ການບໍລິການ ແລະລວມເຖິງຜະລິດຕະພັນ ໜື່ງເມືອງໜື່ງຜະລິດຕະພັນ ແລະ ອື່ນໆ ຫຼາຍກວ່າ 250 ຫ້ອງວາງສະແດງ. ເຊິ່ງ ສຄອ ແຂວງ, ບັນດາກຸ່ມ, ສະມາຄົມທຸລະກິດ ກໍ່ຈະລະດົມສະມາຊິກຂອງຕົນນຳເອົາຜະລິດຕະພັນທີ່ໂດດເດັ່ນ ແລະ ເປັນເອກະລັກເຂົ້າຮ່ວມງານວາງສະແດງ ໃນຄັ້ງນີ້ອີກດ້ວຍ.

ກອງປະຊຸມສໍາມະນາ ແລະ ພົບປະນັກທຸລະກິດ ແມ່ນການຈັດກິດຈະກຳເພື່ອໃຫ້ຄວາມຮູ້ແກ່ຜູ້ ຜະລິດ ແລະ ຜູ້ຂາຍ ລວມໄປເຖີງ ທ່ານໃດທີ່ຕ້ອງການປະກອບທຸລະກິດຂອງຕົນເອງ, ກໍສາມາດເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ໄດ້, ໂດຍກອງປະຊຸມສໍາມະນາຈະດໍາເນີນໄປ ແຕ່ວັນທີ 13-18 ເປັນເວລາ 6 ວັນ . ເຊີ່ງມີຫົວໜ່ວຍທີ່ໜ້າສົນໃຈດັ່ງນີ:

  • ສຳມະນາກ່ຽວກັບການແປຮູບ ສິນຄ້າກະສິກຳ
  • Mini Training ( ILO-SSC)
  • ສຳມະນາ ການກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງຢູ່ຕ່າງປະເທດ
  • ການນຳສະເໜີຂອງບໍລິສັດທີ່ປະສົມຜົນສຳເລັດໃນການເຮັດທຸລະກິດໃນ ສປປ ລາວ
  • ນໍາສະເໜີກ່ຽວກັບຜະລິດຕະພັນ ແລະ ການບໍລິການ ທີ່ທັນສະໄໝຂອງ ທະນາຄານພັດທະນາລາວ
  • ເງື່ອນໄຂໃນການເຂົ້າຫາແຫລ່ງທຶນຂອງ ທະນາຄານພັດທະນາລາວ

ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ​ແມ່ນ​ໄດ້​ເຊື້ອ​ເຊີນ​ຜູ້​ບັນຍາຍ​ທີ່​ມີ​ປະສົບ​ການ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ຄາດ​ຄະ​ເນ​ຜູ້​ຈະ​ເຂົ້າ​ຮ່ວມ​ສຳ​ມະ​ນາ​ທັງ​ໝົດ​ຫຼາຍ​ກ່ວາ 500 ຄົນ ​ເຊິ່ງລວມມີ​ຜູ້​ປະກອບ​ການ ​ແລະ ນັກ​ສຶກສາ. ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ ນອກຈາກ​ຈະ​ເປັນ​ການ​ສະໜອງ​ຄວາມ​ຮູ້​ໃຫ້​ແກ່​ຜູ້​ປະ​ກອບການ ​ແລະ ນັກ​ສຶກສາ​ແລ້ວ ຍັງ​ເປັນ​ເວທີ​ໜື່ງ​ໃນ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ ​ລະຫວ່າງ​ຜູ້​ປະກອບ​ກັນ​ດ້ວຍ​ກັນ​ອີກ​ດ້ວຍ.

ໃນນາມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຂໍເຊີນຊວນບັນດາທ່ານ,​ ຜູ້ປະກອບການ ເຂົ້າຮ່ວມວາງສະແດງ ແລະ ທ່ຽວຊົມໃນງານໃນຄັ້ງນີ້, ເຊິ່ງສາມາດສອບຖາມຂໍ້ມູນ ແລະ ລົງທະບຽນ     ໄດ້ ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະພາການຄ້າ ແຂວງ, ສະມາຄົມ, ກຸ່ມທະລະກິດ ທີ່ ຂື້ນກັບ ສຄອ ແຫ່ງຊາດລາວ.

Comments