ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບ ອະດີດປະທານປະເທດຫວຽດນາມ

ໃນລະຫວ່າງວັນທີ 2-3 ພຶດສະພານີ້, ສະຫາຍ  ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ນຳພາຄະນະເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ ນະຄອນຫຼວງຮ່າໂນ້ຍ.

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລຢ່າງເປັນທາງການ ທີ່ ຫໍຊາປະນາກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫຼວງຮ່າໂນ້ຍ ເພື່ອສະແດງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ.ຫວຽດນາມ. ການຈາກໄປຂອງສະຫາຍ ເລ ດຶກ ແອັງ ທີ່ບໍ່ມີວັນຫວນຄືນມານັ້ນ ເປັນການສູນເສຍຜູ້ນຳທີ່ສຳຄັນ ບໍ່ພຽງແຕ່ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນ ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດ ແລະ ສະໜິດສະໜົມ ຂອງ ພັກ-ລັດ ກໍຄື ປະຊາຊົນລາວ ອີກດ້ວຍ.

ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ປະກອບສ່ວນອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສສ.ຫວຽດນາມ ໃນຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຫຼາຍກວ່າ 80 ປີ ຂອງຕົນ ທັງໃນຂະບວນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ກອບກູ້ ແລະ ທ້ອນໂຮມປະເທດຊາດຫວຽດນາມ ແລະ ໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ສະຫາຍ ເລ ດຶກ ແອັງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ ຕະຫຼອດມາ.

ໃນໂອກາດດຽວກັນນີ້, ທີ່ ຫ້ອງວ່າການລັດຖະບານ ແຫ່ງ ສສ. ຫວຽດນາມ, ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ກໍໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ຫງວຽນ ຊວນ ຟຸກ,ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ເພື່ອສະແດງຄວາມເສົ້າໂສກເສຍໃຈອາໄລຮັກຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກເສຍໃຈ ຕໍ່ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ, ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫຼົດໃຈຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ບັນດາການນຳຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຕໍ່ການສູນເສຍອັນໃຫຍ່ຫຼວງໃນຄັ້ງນີ້, ໂດຍສະເພາະແມ່ນຄອບຄົວ, ເພື່ອນມິດ ຂອງສະຫາຍ ເລ ດຶກ ແອັງ ດ້ວຍ.

ທີ່ມາ: ໜັງສືພິມ ລາວພັດທະນາ

Comments