ພົບສານຟ໋ອກໂມນ ໃນປາມຶກສົດ, ຍໍ່ງົວ, ຕັບ, ຫົວໃຈ, ຊິ້ນ ທີ່ນຳເຂົ້າຈາກຕ່າງປະເທດ ຢູ່ຕະຫຼາດໃນນະຄອນຫຼວງ

ພະແນກກະສິກໍາ-ປ່າໄມ້ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ແຕ່ງຕັ້ງໜ່ວຍງານລົງຕິດຕາມກວດກາສະພາບ ການລັກລອບໃຊ້ສານກັນບູດ (ຟອກໂມນ) ແຊ່ໃນອາຫານສົດ, ໂດຍສະເພາະ ປະເພດຊີ້ນ, ປາ, ເຄື່ອງໃນສັດ ແລະ ອາຫານທະເລຕ່າງໆຂອງຊາວຄ້າຂາຍ ຕາມທ້ອງຕະຫຼາດໃຫຍ່ ໃນຕົວເມືອງໃນໄລຍະເດືອນ​ເມສາຜ່ານມາ ຄື: ຢູ່ຕະຫຼາດເຂດ ເມືອງໄຊເສດຖາ, ສີສັດຕະນາກ ແລະ ເມືອງຈັນທະບູລີ ແລະ ຜ່ານການກວດ 17 ຕົວຢ່າງທີ່ສົງໄສວ່າມີສານເຄມີປົນເປື້ອນ, ຢູ່ຕະຫຼາດ ໜອງຈັນ, ໂພນສະຫວ່າງ ແລະ ຕະຫຼາດທາດຫຼວງ ພົບສານຟ໋ອກໂມນ (ສານກັນບູດ) ເກີນມາດຕະຖານຈຳນວນ 6 ຕົວ ຢ່າງຄື: ປາມຶກສົດ, ຍໍ່ງົວ, ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກ ທີ່ນຳເຂົ້າຈາກຕ່າງປະເທດຈຳນວນ 14 ຕົວຢ່າງ ຈາກນັ້ນກໍໄດ້ສັ່ງໃຫ້ຜູ້ຂາຍທຳລາຍອາຫານດັ່ງກ່າວທັນທີ ພ້ອມທັງ ຂຽນບົດບັນທຶກ,ຕັກເຕືອນ, ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າລ່ວງ ລະເມີດລະບຽບກົດໝາຍດັ່ງກ່າວ ຢ່າງເດັດຂາດ ແລະ ຖ້າກວດພົບ ເຫັນໃນຄັ້ງຕໍ່ໄປຈະມີມາດຕະການປັບໄໝ ລົງໂທດຕາມ ລະບຽບກົດໝາຍ.

ເຈົ້າໜ້າທີ່ກ່ຽວຂ້ອງຕີລາຄາວ່າ: ປັດຈຸບັນ ສະພາບດັ່ງກ່າວໄດ້ມີທ່າອ່ຽງຫຼຸດລົງຫຼາຍ. ທັງນີ້ກໍຍ້ອນຂະແໜງ ກ່ຽວຂ້ອງໄດ້ເອົາ ໃຈໃສ່ລົງຕິດຕາມກວດກາເປັນປະຈຳ, ເພື່ອແນ່ໃສ່ຄວບຄຸມດ້ານ ໂພຊະນາການໃຫ້ຖືກຕາມຫຼັກອະນາໄມ ແລະ ປາສະຈາກສານ ປົນເປື້ອນຕ່າງໆ ທີ່ສົ່ງຜົນກະທົບອັນບໍ່ດີຕໍ່ ສຸຂະພາບຂອງຜູ້ບໍລິໂພກ. ເນື່ອງຈາກສານດັ່ງກ່າວເປັນສານເຄມີ ທີ່ນໍາໃຊ້ຢູ່ໃນວຽກງານທາງການ ແພດ, ຖ້າຜູ້ໃດກິນ ແລະ ສູບດົມສານ ດັ່ງກ່າວເຂົ້າໄປ ຮ່າງກາຍກໍຈະສົ່ງຜົນກະ ທົບຕໍ່ ລະບົບ ຫາຍໃຈ, ສະໜອງ, ລະບົບຍ່ອຍອາຫານ ແລະ ທຳລາຍຈຸລັງ ຕ່າງໆ, ເຮັດໃຫ້ສຸຂະພາບອ່ອນເພຍຊຸດໂຊມ ແລະ ມີພະຍາດອື່ນໆ ແຊກຊ້ອນຕາມມາ, ໂດຍສະເພາະພະຍາດມະເຮັງ.

ຫົວໜ້າຂະແໜງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ນອກຈາກການລົງ ຕິດຕາມກວດກາການ ໃຊ້ສານກັນ ບູດເຈືອປົນ ໃນອາຫານ ແລ້ວ, ອີກບັນຫາໜຶ່ງທີ່ໜ້າເປັນຫ່ວງແມ່ນມີສານເຄມີຕົກຄ້າງໃນຊີ້ນ, ປາ, ເຊິ່ງເກີດຈາກການໃຊ້ຢາຕ້ານເຊື້ອເກີນຂະໜາດຂອງຜູ້ຜະລິດ, ຊຶ່ງຜ່ານມາໄດ້ກວດພົບການໃຊ້ຢາດັ່ງກ່າວເກີນຂະໜາດຫຼາຍສົມຄວນຢູ່ໃນຟາມລ້ຽງສັດ ແລະ ປາກະຊັງຈຳນວນໜຶ່ງ, ໂດຍສະເພາະຜູ້ປະກອບການທີ່ຍັງບໍ່ໄດ້ຂື້ນທະບຽນກັບພາກສ່ວນກ່ຽວຂ້ອງ ແລະ ບໍ່ໄດ້ຮັບການ ກວດມາດຕະຖານການລ້ຽງກ່ອນສົ່ງຂາຍເຂົ້າຕະຫຼາດ. ຕໍ່ບັນຫາດັ່ງກ່າວຈຶ່ງ ເຕືອນໃຫ້ຜູ້ບໍລິໂພກກໍຄືປະຊາຊົນ ຈົ່ງເລືອກ ຊື້ອາຫານທີ່ສົດໃໝ່ ແລະ ສະອາດດີເທົ່ານັ້ນ.

ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ໃຫ້​ຮູ້​ວ່າ: ໃນຜ່ານມາວ່າ​ເຖິງມີການຫ້າມບໍ່ໃຫ້ ໃຊ້ສານເຄມີ (ຟ໋ອກໂມນ) ໃນອາຫານຢ່າງ ເດັດຂາດ, ແຕ່ 2-3 ປີມານີ້ ການນຳໃຊ້ສານດັ່ງກ່າວຍັງມີແຜ່ຫຼາຍ, ໂດຍສະເພາະແມ່ນການເກັບຮັກສາອາຫານດິບ ເຊັ່ນ: ຊີ້ນ, ປາຕ່າງໆບໍ່ໃຫ້ບຸດເນົ່າສາມາດເກັບໄວ້ໄດ້ດົນ ແຕ່ສານດັ່ງກ່າວ ພັດມີຜົນກະທົບ ລິດຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ບໍລິໂພກ ດັ່ງນັ້ນ, ຈຶ່ງຮຽກ ຮ້ອງໃຫ້ຊາວຄ້າຂາຍ ຈົ່ງຢຸດຕິຕໍ່ການປະພຶດບໍ່ດີດັ່ງກ່າວ ຢ່າງເດັດຂາດ ແລະ ຖ້າພົບເຫັນຈະ ມີມາດຕະການລົງໂທດຕາມ ລະບຽບກົດໝາຍ.

ຂອບໃຈຂໍ້ມູນຈາກ: ນສພ ລາວພັດທະນາ

Comments