ຂ່າວ ພາຍໃນປະເທດ

ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ເພີ່ມຂຶ້ນ 16% ທຽບໃສ່ໄລຍະດຽວກັນຂອງປີ 2018

ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວປະເທດລາວ ໃນ 3 ເດືອນຕົ້ນປີ ມີຈຳນວນ 259.205 ຄົນ, ເຊິ່ງທຽບໃສ່ໄລຍະດຽວກັນຂອງປີ 2018 ແມ່ນເພີ່ມຂຶ້ນ 16%, ຄາດວ່າຈະສາມາດບັນລຸຄາດ ໝາຍທີ່ວາງໄວ້ ບໍ່ຕໍ່າກວ່າ 1 ລ້ານເທື່ອຄົນ. ໃນຂະນະດຽວກັນ 4 ເດືອນຕົ້ນປີ 2019 ມີນັກທ່ອງທ່ຽວເຂົ້າມາລາວ ຫຼາຍກວ່າ 1.062.000 ເທື່ອຄົນ ເທົ່າກັບ 23% ຂອງແຜນການປີ, ຫຼຸດລົງຈາກໄລຍະດຽວກັນຂອງປີ 2018 ປະມານ 0,5%. ລາຍງານໂດຍ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໂອກາດໄຂກອງປະຊຸມ ສະໄໝສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫງຊາດ ນະຄອນຫຼວງວຽງຈັນ. ທີ່ມາ: ຂ່າວສານປະເທດລາວ.

Read More »

ການສ້າງນັກວິຊາການໄລຍະຜ່ານມາ ເຫັນວ່າຍັງບໍ່ສອດຄ່ອງກັບໂຄງປະກອບເສດຖະກິດ-ສັງຄົມ

ໃນໄລຍະຜ່ານມາ ການສ້າງນັກວິຊາການ ຍັງບໍ່ທັນສອດຄ່ອງກັບໂຄງປະກອບເສດຖະກິດ-ສັງຄົມ ເທົ່າທີ່ຄວນ, ການກໍ່ສ້າງໄປຕາມຄ່ານິຍົມ ເຮັດໃຫ້ຂາດດຸນທາງດ້ານແຮງງານ ລະຫວ່າງ ການສະໜອງ ແລະ ຄວາມຕ້ອງການ ໂດຍສະເພາະໃນຂະແໜງບູລິມະສິດ ເປັນຕົ້ນ ວິຊາສະເພາະໃນສາຂາວິຊາກະສິກຳ, ຄູ ແລະ ພະຍາບານ ເພື່ອຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດທາງດ້ານປະລິມານ ແລະ ຄຸນນະພາບ, ເຊິ່ງມີຫຼາຍສາເຫດ. ໃນນັ້ນ ສາເຫດຫຼັກແມ່ນສັງຄົມ ກໍຄື ພໍ່ແມ່ຜູ້ປົກຄອງ ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈ ຕໍ່ແຜນພັດທະນາຊັບພະຍາກອນມະນຸດ, ຂີດຄວາມສາມາດຂອງພະນັກງານຈຳນວນໜຶ່ງຍັງຈຳກັດໃນການຄົ້ນຄວ້າ, ຜັນຂະຫຍາຍຍຸດທະສາດໃຫ້ເປັນໂຄງການ, ແຜນງານ, ງົບປະມານໃນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ຍັງມີລັກສະນະຈຳກັດ.

Read More »

ທີມນັກກິລາບານເຕະເດັກນ້ອຍລາວ ໄດ້ຮັບຂັນລາງວັນການແຂ່ງຂັນ ຢູ່ພັດທະຍາ, ປະເທດໄທ

ໃນວັນເສົາ ວັນທີ 1 ມິຖຸນາ 2019 ທີ່ຜ່ານມາ, ຄູເຝິກ  Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວ ທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10)  ໄປແຂ່ງຂັນໃນງານ BSS INTERNATIONAL TOURNAMENT 2019 ທີ່ພັດທະຍາ, ປະເທດໄທ. ໃນການແຂ່ງຂັນຄັ້ງນີ້, ມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ , ເຊິ່ງມີລຸ້ນອາຍຸຕັ້ງແຕ່ 7 ປີ ຫາ 12 ປີ. ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ. ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 ປີ ກໍສາມາດມີຜົນງານການແຂ່ງຂັນໃນຄັ້ງນີ້ໄດ້ດີຫຼາຍ ເຮັດໃຫ້ທີມ U11 ທີ່ມີຜົນງານການຫຼິ້ນທີ່ດີ ແລະ ໄດ້ຮັບຫຼຽນໄຊ ແລະ ຂັນລາງວັນລຸ້ນ “2008 Age Group Plate Winners”ມາຝາກຄົນລາວທຸກໆຄົນອີກດ້ວຍ. ສຳລັບການແຂ່ງຂັນບານເຕະໃນລະດັບໂຮງຮຽນນານາຊາດໃນເທື່ອນີ້ ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ ວັນທີ 5 ມິຖຸນາ 2019,  ທີ່ຫໍປະຊຸມສະພາແຫ່ງຊາດໂດຍມີການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ມີບັນດາການນໍາພັກ-ລັດຜູ້ອື່ນໆພອ້ມດ້ວຍບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ໃນພາກເຊົ້າ ທ່ານນາຍົກລັດຖະມົນຕີ ຈະຂຶ້ນລາຍງານການຈັດຕັ້ງແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ,ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ແລະ ຮັບຟັງຜົນການປະຕິບັດ ປີທ່ອງທ່ຽວລາວ-ຈີນ2019. ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອອາທິດຜ່ານມາວ່າ: ກອງປະຊຸມດັ່ງກ່າວຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້: ...

Read More »

ທົ່ວທຸກພາກ!!! ກຽມຮັບມືກັບສະພາບຝົນຕົກໜັກ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ

ອຸຕຸຄາດການ ອາທິດນີ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຈິ່ງຝາກເຖິງປະຊາຊົນກຽມຮັບມືກັບສະພາບອາກາດດັ່ງກ່າວ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນ ຍັງສືບຕໍ່ພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 5 ຫາ 9 ມິຖຸນາ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນຕອນບ່າຍອາກາດຈະຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະພູມຕໍ່າສຸດ 16-23 ອົງສາ ແລະ ...

Read More »

ກອງປະຊຸມປຶກສາຫາລື ກ່ຽວກັບການຊ້ອມຮົບລົດຕັງ ຮ່ວມລະຫວ່າງກອງທັບລາວ-ລັດເຊຍ

ໃນວັນທີ 3 ມິຖຸນາ 2019 ນີ້, ຢູ່ກົມພົວພັນຕ່າງປະເທດກະ ຊວງປ້ອງກັນປະເທດ ໄດ້ມີການ ພົບປະສອງຝ່າຍ ເພື່ອປຶກສາ ຫາລືກ່ຽວກັບການຊ້ອມຮົບ ລົດຕັງຮ່ວມລະຫວ່າງກອງ ທັບລາວ-ລັດເຊຍ ເຊິ່ງຕາງ ໜ້າຝ່າຍລາວນຳໂດຍສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບ ແລະ ຕາງໜ້າຝ່າຍ ລັດເຊຍ ນຳໂດຍສະຫາຍ ພົນຈັດ ຕະວາ ບີຢູໂກບ ໂຣມານ ອາເລັກ ຊານໂດຼວິດຈ໌ ຫົວໜ້າອົບຮົມ ກອງທັບບົກ ກອງທັບຣັດເຊຍ ພ້ອມດ້ວຍຄະນະ ແລະ ວິຊາການ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທັງສອງຝ່າຍກໍໄດ້ປຶກສາຫາລື ແລະ ເປັນເອກະ ພາບກັນກ່ຽວກັບແຜນການຊ້ອມຮົບລົດຕັງຮ່ວມລະຫວ່າງສອງກອງທັບລາວ-ລັດເຊຍ ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດ ທັງນີ້ກໍເພື່ອ ເປັນການຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງກອງ ທັບໃຫ້ເປັນຮູບປະທຳ ແນໃສ່ຍົກລະດັບຍົກລະດັບຄວາມຮູ້, ຄວາມສາມາດໃນການຈັດຕັ້ງ ແລະ ບັນຊາສູ້ຮົບໃນເງື່ອນໄຂ ການນຳໃຊ້ພາຫະນະອາວຸດ ຍຸດໂທປະກອນທີ່ທັນສະໄໝ ເຂົ້າໃນການເຄື່ອນໄຫວຊ້ອ ຮົບຄ້າຍຄືກັບການສູ້ຮົບ ແລະ ຮຽນຮູ້ໃນການນຳໃຊ້ພາຫະນະອາວຸດຍຸດໂທປະກອນທີ່ທັນສະ ໄໝ, ປະສານສົມທົບກັບອາວຸດຍຸດໂທປະກອນທີ່ມີໃນການປະກອບຂອງກົມກອງເຂົ້າໃນການ ດັບສູນເປົ້າໝາຍດ້ວຍລູກປືນ ແທ້ໃຫ້ມີຄວາມຊຳນິຊຳນານ. ໂດຍ: ...

Read More »

ປັດຈຸບັນ, ປະຊາຊົນລາວໃນທົ່ວປະເທດ ມີໄຟຟ້າຊົມໃຊ້ຢ່າງຖາວອນ 95%

ກອງປະຊຸມສະຫຼຸບ ຕີລາຄາ ແລະ ຖອດຖອນບົດຮຽນ ວຽກງານພະລັງງານ ແລະ ບໍ່ແຮ່ ປີ 2018 ແລະ ໄຕມາດທີ 1 ປີ 2019 ທົ່ວປະເທດ ຈັດຂຶ້ນວັນທີ 3-4 ມີຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາເຈົ້າແຂວງ ຮອງລັດຖະມົນຕີ ຮອງເຈົ້າແຂວງທົ່ວປະເທດ ຜູ້ຕາງໜ້າຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ຜູ້ປະກອບການດ້ານພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. ທ່ານ ຄໍາມະນີ ອິນທິລາດ ກ່າວວ່າ: ບົນພຶ້ນຖານການຈັດຕັ້ງປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກຊຶ່ງໄດ້ກໍານົດອອກຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ມາເຖິງປັດຈຸບັນ ໄດ້ດຳເນີນການພັດທະນາວຽກງານພະລັງງານແລະບໍ່ແຮ່ ທີ່ມີລັກສະນະເປັນລະບົບ​ຄົບ​ຊຸດ ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ຕໍ່ເນື່ອງ ແລະ ມີດ້ານທີ່ໄດ້ຮັບການພັດທະນາຢ່າງ​ກ້າວກະໂດດ​ ເຊິ່ງລວມຍອດ​ມູນ​ຄ່າການ​ຜະລິດ​ ຂອງ​ຂະ​ແໜງ​ການ​ພະລັງງານ ​ແລະ ...

Read More »

ສະໜາມບິນສາກົນວັດໄຕ ປະກາດເປັນສະໜາມບິນປອດຄວັນຢາສູບແຫ່ງທໍາອິດໃນລາວ

ພິທີປະກາດສະໜາມບິນສາກົນວັດໄຕ ປອດຄວັນຢາສູບຢ່າງເປັນທາງການ ຖືກຈັດຂຶ້ນໃນວັນທີ 31 ພຶດສະພາ 2019 ທີ່ອາຄານຜູ້ໂດຍສານສາກົນ ໂດຍມີທ່ານສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານປອ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ພ້ອມດ້ວຍ ຜູ້ຕາງໜ້າອົງການອະນາໄມໂລກ, ຜູ້ຕາງໜ້າສະມາພັນຄວບຄຸມຢາສູບອາຊຽນ, ແລະ ຜູ້ບໍລິຫານ ເຈົ້າໜ້າທີ່ສາຍການບິນຕ່າງໆ ຕະຫຼອດຮອດພະນັກງານປະຈໍາສະໜາມບິນສາກົນວັດໄຕເຂົ້າຮ່ວມ. ໃນພິທີ, ທ່ານ​ດ໋ອກເຕີ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບສະໜາມບິນສາກົນວັດໄຕທຸກພາກສ່ວນ ທີ່ໄດ້ປະກາດໃຫ້ສະໜາມບິນແຫ່ງນີ້ເປັນສະໜາມບິນປອດຄວັນຢາສູບ. ອົງການອະນາໄມໂລກ ໄດ້ກໍານົດເອົາວັນທີ 31 ພຶດສະພາຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນງົດສູບຢາໂລກ ແລະ ສປປ ລາວ ກໍມີສ່ວນຮ່ວມເຊັ່ນດຽວກັນ. ວັນງົດສູບຢາໃນປີນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ພາຍໃຕ້ຄໍາຂວັນ ການສູບຢາ ພາໃຫ້ເປັນພະຍາດປອດ ຫຼື tobacco and lung health, ທັງນີ້ເພື່ອເປັນການປຸກລະດົມ ແລະ ໃຫ້ຄວາມຮູ້ກ່ຽວກັບຄວາມອັນຕະລາຍຂອງການສູບຢາ ແລະການໄດ້ຮັບຄວັນຢາສູບ ...

Read More »

ນາຍົກລັດຖະມົນຕີລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 25, ທີ່ ໂຕກຽວ

​ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ ກ່ຽວ​ກັບ ອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 25, ພາຍ​ໃຕ້​ຫົວ​ຂໍ້: “ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນວາຍໃນໂລກ (Seeking a new global order-overcoming the chaos)”, ​ໃນ​ວັນ​ທີ 30-31 ພຶດສະພາ 2019, ທີ່ ນະຄອນຫຼວງໂຕກຽວ, ປະເທດ ຍີ່ປຸ່ນ. ໃນກອງປະຊຸມຄັ້ງນີ້, ​ພະນະທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວປາ​ໄສ ​ໂດຍ​ໄດ້​ຍົກໃຫ້​ເຫັນ​ເຖິງສະພາບການຄວາມວຸ້ນວາຍສັບສົນທີ່ພວມເກີດຂຶ້ນໃນປະຈຸບັນ ແລະ ໄດ້ສະແດງທັດສະນະ ແລະ ວິໄສທັດ ເພື່ອແກ້ໄຂຄວາມຫຍຸ້ງຍາກສັບສົນດັ່ງກ່າວ ດ້ວຍຂໍ້ລິເລີ່ມ ແລະ ກົນໄກການຮ່ວມມື ທີ່ມີຄວາມຍຸຕິທໍາ, ໂປ່ງໃສ່, ເທົ່າທຽມກັນ ແລະ ບໍ່ຂຶ້ນກັບປະເທດໃດໜຶ່ງ ຫຼື ກຸ່ມເສດຖະກິດໃດໜຶ່ງ ບົນພື້ນຖານການມີສ່ວນຮ່ວມຂອງປະຊາຄົມໃນທົ່ວໂລກ ເພື່ອຈະນໍາພາໂລກນີ້ ກ້າວໄປສູ່ໂລກແຫ່ງໂລກາ​ພິວັດທີ່ມີຄຸນນະພາບສູງ, ຍືນຍົງມີຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ຄົງຮັກສາໄວ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນໂລກ. ໃນໂອກາດດັ່ງກ່າວ ...

Read More »

ຮອງປະທານປະເທດຮ່ວມສະເຫຼີມສະຫຼອງວັນເດັກ ແລະ ວັນປູກຕົ້ນໄມ້ ວັນທີ 1 ມິຖຸນາ

ໃນຕອນເຊົ້າມື້ວານນີ້ ວັນທີ 1 ມິຖຸນາ 2019, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນສິ່ງແວດລ້ອມໂລກ ກໍຄື ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ, ຢູ່ສວນພຶກສາສາດ, ຫ້ວຍຍາງດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໃຫ້ກຽດເຂົ້າຮ່ວມ, ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກບັນດາກະຊວງ ແລະ ອົງການທຽບເທົ່າ, ບັນດາທູຕານຸທູດຈາກປະເທດຕ່າງໆ ແລະ ຜູ້ຕາງຫນ້າຈາກພາກສ່ວນກ່ຽວຂ້ອງເປັນຈຳນວນຫຼາຍ.   ຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເພື່ອແນ່ໃສ່ຟື້ນຟູສວນພຶກສາສາດໃຫ້ກາຍເປັນປ່າທີ່ອຸດົມສົມບູນ, ເປັນແຫຼ່ງເຕົ້າໂຮມເຊື້ອພັນໄມ້ຊະນິດຕ່າງໆທີ່ມີຄຸນຄ່າ ແລະ ຫາຍາກຂອງລາວ, ພ້ອມທັງເພີ່ມເນື້ອທີ່ສີຂຽວໃຫ້ກາຍເປັນປອດຫາຍໃຈເອົາອາກາດທີ່ສະອາດ ແລະ ຫຼຸດຜ່ອນມົນລະພິດໃນອາກາດໃຫ້ແກ່ຊາວນະຄອນຫຼວງວຽງຈັນ.  ສວນພຶກສາສາດແຫ່ງນີ້ ມີເນື້ອທີ່ທັງໝົດ 268 ເຮັກຕາ ຊື່ງເຫັນວ່າຕ້ອງໄດ້ຟື້ນຟູ ແລະ ປູກໄມ້ຊະນິດຕ່າງໆ ເພື່ອເຮັດໃຫ້ໂຄງປະກອບດ້ານຊະນິດພັນໄມ້ ມີຄວາມຫຼາກຫຼາຍຍີ່ງຂຶ້ນ, ກາຍເປັນສະຖານທີ່ເພື່ອການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ ແລະ ...

Read More »