ຂ່າວ ພາຍໃນປະເທດ

ຮອງປະທານປະເທດຮ່ວມສະເຫຼີມສະຫຼອງວັນເດັກ ແລະ ວັນປູກຕົ້ນໄມ້ ວັນທີ 1 ມິຖຸນາ

ໃນຕອນເຊົ້າມື້ວານນີ້ ວັນທີ 1 ມິຖຸນາ 2019, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນສິ່ງແວດລ້ອມໂລກ ກໍຄື ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ, ຢູ່ສວນພຶກສາສາດ, ຫ້ວຍຍາງດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໃຫ້ກຽດເຂົ້າຮ່ວມ, ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກບັນດາກະຊວງ ແລະ ອົງການທຽບເທົ່າ, ບັນດາທູຕານຸທູດຈາກປະເທດຕ່າງໆ ແລະ ຜູ້ຕາງຫນ້າຈາກພາກສ່ວນກ່ຽວຂ້ອງເປັນຈຳນວນຫຼາຍ.   ຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເພື່ອແນ່ໃສ່ຟື້ນຟູສວນພຶກສາສາດໃຫ້ກາຍເປັນປ່າທີ່ອຸດົມສົມບູນ, ເປັນແຫຼ່ງເຕົ້າໂຮມເຊື້ອພັນໄມ້ຊະນິດຕ່າງໆທີ່ມີຄຸນຄ່າ ແລະ ຫາຍາກຂອງລາວ, ພ້ອມທັງເພີ່ມເນື້ອທີ່ສີຂຽວໃຫ້ກາຍເປັນປອດຫາຍໃຈເອົາອາກາດທີ່ສະອາດ ແລະ ຫຼຸດຜ່ອນມົນລະພິດໃນອາກາດໃຫ້ແກ່ຊາວນະຄອນຫຼວງວຽງຈັນ.  ສວນພຶກສາສາດແຫ່ງນີ້ ມີເນື້ອທີ່ທັງໝົດ 268 ເຮັກຕາ ຊື່ງເຫັນວ່າຕ້ອງໄດ້ຟື້ນຟູ ແລະ ປູກໄມ້ຊະນິດຕ່າງໆ ເພື່ອເຮັດໃຫ້ໂຄງປະກອບດ້ານຊະນິດພັນໄມ້ ມີຄວາມຫຼາກຫຼາຍຍີ່ງຂຶ້ນ, ກາຍເປັນສະຖານທີ່ເພື່ອການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ ແລະ ...

Read More »

ລົງທຶນປູກຜັກ ສົ່ງຂາຍຍີ່ປຸ່ນ ລາຍຮັບປີລະເກືອບລ້ານໂດລາ

ລັດຖະບານລາວ ຖືເອົາຂະແໜງກະສິກຳເປັນປາຍແຫຼມ ຂັບເຄື່ອນເສດຖະກິດ ພ້ອມທັງສົ່ງເສີມປະຊາຊົນຫັນມາປູກຜັກເປັນສິນຄ້າເພື່ອສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ, ທັງນີ້ ກໍ່ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວໆ. ສະນັ້ນ, ຍາມໃດພັກ-ລັດຈິ່ງໃຫ້ຄວາມສຳຄັນພິເສດໃນການຊຸກຍູ້ສົ່ງເສີມຂະແໜງການດັ່ງກ່າວ. ວັນທີ 31 ພຶດສະພາ 2019 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ລົງລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດຂອງຟາມປູກຜັກ ຕັ້ງຢູ່ບ້ານ ໂພນໄຮຄຳ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ແລະ ເມືອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຟາມແຫ່ງນີ້ ແມ່ນຂຶ້ນກັບບໍລິສັດລາວສາກົນ ຈຳກັດ ມີເນື້ອທີ່ທັງໝົດ 12 ເຮັກຕາ ໃນນັ້ນ 9 ເຮັກຕາ ນຳໃຊ້ເຂົ້າໃນການເຮັດຟາມປູກຜັກເຊັ່ນ: ປູກຫົວສີໄຄ, ຜັກບົວລະພາ, ຂີງ, ຂ່າ, ກະເພົາ,ໃບຕອງ, ຜັກອີ່ເລີດ, ...

Read More »

ຢຶດ-ທໍາລາຍ ​ເຄື່ອງ​ທະ​ເລທີ່​ມີ​ສານ​ເຄມີຕົກຄ້າງ 150 ກິໂລກຣາມ ຊຶ່ງນຳເຂົ້າຈາກຫວຽດນາມ

​ເມື່ອ​ບໍ່​ດົນ​ມາ​ນີ້ ເຈົ້າໜ້າທີ່ສັດຕະວະແພດ ທີ່ ດ່ານສາກົນນໍ້າກັ່ນ ແຂວງ ຊຽງຂວາງ ທີ່ໄດ້ກວດພົບສານປົນເປື້ອນ ຟໍມາລິນ ໃນ​ເຄື່ອງອາຫານທະເລ ທີ່ ນໍາເຂົ້າມາຈາກປະເທດ ສສ ຫວຽດນານ ຂົນສົ່ງໂດຍລົດເມໂດຍສານ, ເຊິ່ງກວດພົບໃນກຸ້ງຈໍານວນ 50 ກິໂລກຣາມ ແລະ ປາ​ເມຶກຈໍານວນ 100 ກິໂລກຣາມ. ຫຼັງຈາກກວດພົບສານຟໍມາລິນ (ນ້ຳຢາດອງສົບ) ດັ່ງກ່າວນີ້ ເຈົ້າໜ້າທີ່ໄດ້ນໍາເອົາໄປທໍາລາຍຖີ້ມ ແລະ ໄດ້ມີການປັບໃໝ ພ້ອມບັນທຶກການກະທໍາຜິດ ຂອງຜູ້ນໍາເຂົ້າຜະລິດຕະພັນອາຫານ ທີ່ເປັນອັນຕະລາຍ. ປັດຈຸບັນ, ຖືວ່າບ້ານເຮົາຍັງມີຈຸດອ່ອນເລື່ອງນີ້ຫຼາຍ ຜູ້ທີ່ຈະຄິດຊື້ອາຫານທະເລຢູ່ໃນທ້ອງຕະຫຼາດຕ່າງໆ ຄວນຄິດຄຳນຶ່ງ ແລະ ຄວນລະມັດລະວັງ.

Read More »

ຊົມເຊີຍ!!! ນັກສິນລະປິນລາວ ຍາດໄດ້ຫຼຽນຄຳ ໃນງານສະແດງດົນຕີອາຊຽນ 2019

ນັກສິນລະປິນຈາກກອງສິລະປະສູນກາງ ສາມາດຍາດໄດ້ໜຶ່ງຫຼຽນຄຳ, ໜຶ່ງຫຼຽນເງິນ, ລາງວັນສະແດງຍອດຢ້ຽມ ແລະ ລາງວັນຂວັນໃຈຜູ້ຊົມຈາກງານສະແດງດົນຕີອາຊຽນ Asean Music Festival 2019 ທີ່ ນະຄອນຮາຍຟອງ ປະເທດຫວຽດນາມ ເຊິ່ງຈັດຂຶ້ນລະຫວ່າງວັນທີ 25-31 ພຶດສະພາ 2019. ໃນການແຂ່ງຂັນໃນຄັ້ງນີ້ ມີສິນລະປິນຈາກ 7 ປະເທດອາຊຽນ ລວມມີ: ກຳປູເຈຍ, ສປປ.ລາວ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄທ ແລະ ຫວຽດນາມ.

Read More »

ທີ່ມາຂອງການປ່ຽນກົດເກນການຖ່າຍພາບແບບເກົ່າໆ HUAWEI P30 Series ສະມາດໂຟນກ້ອງ 4 ໂຕຈາກ Leica ທີ່ຖ່າຍພາບໄດ້ເທບທີ່ສຸດ

ຄວາມເປັນມາຂອງການອອກແບບລະບົບການຖ່າຍພາບທີ່ປ່ຽນແປງກົດເກນເກົ່າໆໃຫ້ເໜືອກວ່າສິ່ງທີ່ຄົນເຮົາສາມາດແນມເຫັນທົ່ວໄປ ຈາກພາບຂາວດຳໄປສູ່ດິຈີຕອລ: ວິວັດທະນາການການຖ່າຍພາບນີ້ມີເປັນເວລາຮ້ອຍປີ ການຖ່າຍພາບ 1.0 ເປັນພື້ນຖານຂອງການຖ່າຍພາບຂາວດຳທີ່ມີການສ້າງພາບດ້ວຍວັດຖຸທາດເງິນ. ໃນປີ 1893 ຈິດຕະກອນ Louis Daguerre ໄດ້ປະດິດ Daguerreotype ເຊິ່ງເປັນຂະບວນການຖ່າຍພາບທີ່ສ້າງພາບດ້ວຍແຜ່ນເຄືອບ silver iodide ທີ່ສໍາຜັດກັບ mercury vapor. ຂະບວນການຜະລິດພາບນີ້ຈະໃຊ້ເວລາປະມານ 30 ນາທີຈຶ່ງໄດ້ພາບໆໜຶ່ງ ການຖ່າຍພາບ 2.0 ເປັນຍຸກຂອງການຖ່າຍພາບດິຈີຕອລ. ໃນປີ 1975 ກ້ອງດີຈີຕອລໜ່ວຍທຳອິດຖືກສ້າງໂດຍ Steve Sasson ວິສະວະກອນຂອງ Eastman Kodak. ພຽງໜຶ່ງປີຕໍ່ມານັກວິທະຍາສາດຂອງ Kodak Bryce Bayer ໄດ້ປະດິດ Bayer Filter ເຊິ່ງເປັນຈຸດເລີ່ມຕົ້ນຂອງການຖ່າຍພາບດິຈີຕອລສີ. ປັດຈຸບັນ AI ໄດ້ສ້າງສັນພາບຖ່າຍສະໄໝໃໝ່, ສະມາດໂຟນ Huawei ໄດ້ຮັບການອອກແບບມາເພື່ອເນັ້ນຄຸນນະພາບການຖ່າຍພາບໃຫ້ປຽບດັ່ງລະດັບມືອາຊີບຖ່າຍເອງ, ໃຫ້ປະສົບການການຖ່າຍພາບສະຫຼຽວສະຫຼາດ ແລະ ໃຊ້ງານງ່າຍ, ເປັນຈຸດເລີ່ມຕົ້ນຂອງອະນາຄົດການຖ່າຍພາບເທິງມືຖື HUAWEI P Series: ວິວັດທະນາການຂອງຄວາມໄວແສງ HUAWEI P8 Series ເປັນລຸ້ນທຳອິດທີ່ມີເຊັນເຊີ RGBW ...

Read More »

ແຈ້ງການ!!! ທຸກການນຳເຂົ້າ-ສົ່ງອອກ ຕ້ອງຜ່ານລະບົບປະຕູດຽວ ຕັ້ງແຕ່ 24 ມິຖຸນາ ເປັນຕົ້ນໄປ

ຈະເລີ່ມນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1  ຈົ່ງກຽມພ້ອມທຳຄວາມເຂົ້!ໃຈ ແລະ ໃຫ້ຄວາມຮ່ວມມືປະຕິບັດລະບົບແຈ້ງການພາສີປະຕູດຽວ. ນັບແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ, ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW). ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນ ຫຼວງວຽງຈັນ) ເລກທີ 2790/ກຂອ.ບຂອ, ລົງວັນທີ 29 ພຶດສະພາ 2019 ເພື່ອແຈ້ງມາຍັງບັນດາບໍລິສັດ ນຳເຂົ້າ ແລະ ສົ່ງອອກຍານພະຫະນະວ່າ ການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຍານພະຫະນະຢູ່ ດ່ານພາສີສາກົນຂົວມິດຕະພາບ 1 ແມ່ນໃຫ້ເລີ່ມນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ແຕ່ວັນທີ ...

Read More »

ລັດຖະບານລາວ ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ໃນຕອນເຊົ້າມື້ນີ້ 31 ພຶດສະພາ 2019, ຢູ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມລາວ-ຢີ່ປຸ່ນ ຫຼື ໄອຊີທີຊີ ຫຼັກ 5, ນະຄອນຫຼວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະ ເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງໜ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງອີນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍີງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະເດັກ ໄດ້ຂຶ້ນມີຄໍາເຫັນວ່າ: “ການຈັດງານສະເຫຼີມສະຫຼອງວັນເດັກສາກົນ, ວັນທີ 1 ມິຖຸນາ ໃນຄັ້ງນີ້ ເປັນໂອກາດດີສໍາລັບປະເທດຂອງພວກເຮົາ ຮ່ວມກັບ ປະເທດຕ່າງໆໃນໂລກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ...

Read More »

4 ສາເຫດຫຼັກ ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງ (ແລ້ວເຮົາຈະມີວິທີແກ້ໄຂໄດ້ແນວໃດ?)

ຄ່າຄອງຊີບທີ່ສູງ ຜູ້ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີລາຍຮັບຂັ້ນຕ່ຳ 1. 85 ລ້ານກີບຕໍ່ເດືອນ ຈຶ່ງສາມາດປະຄອງຕົວຢູ່ໄດ້; ສາເຫດຫຼັກແມ່ນເກີດຈາກສິນຄ້າທີ່ຈຳໜ່າຍຢູ່ທ້ອງຕະຫຼາດຍັງເພິ່ງການນຳເຂົ້າ, ສ່ວນການຜະລິດຢູ່ພາຍໃນຍັງມີໜ້ອຍ, ສິນຄ້າທີ່ຜະລິດເອງມີລາຄາທີ່ແພງ. ອີງຕາມບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວກັບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ( ນວ ) ພົບວ່າ: ຄ່າຄອງຊີບຂັ້ນຕ່ຳຢູ່ນະຄອນຫຼວງວຽງຈັນ ມີຄ່າສະເລ່ຍປະມານ 1.85 ລ້ານກີບຕໍ່ເດືອນ.  ໃນນັ້ນ, ລວມມີຄ່າອາຫານ 9 ແສນກີບຕໍ່ຄົນຕໍ່ເດືອນ, ຄ່າທີ່ພັກອາໄສ 3 ແສນກີບ, ຄ່ານ້ຳມັນເຊື້ອໄຟ 150.000 ກີບຕໍ່ຄົນຕໍ່ເດືອນ ແລະ ຄ່າໃຊ້ຈ່າຍອື່ນໆໃນການດຳລົງຊີວິດປະຈຳວັນ. ບົດຄົ້ນຄວ້າດັ່ງກ່າວໄດ້ກຳນົດກຸ່ມຕົວຢ່າງ: ຈຳນວນ 60 ຄົນ ທີ່ເປັນພະນັກງານລັດຖະກອນ, ກຳມະກອນ, ນັກສຶກສາ ໂດຍໄດ້ດຳເນິີນການສຳພາດເຈາະເລິກກຸ່ມຕົວຢ່າງໃນເດືອນກຸມພາ 2019. ບົດຄົ້ນຄວ້າດັ່ງກ່າວຍັງໄດ້ປຽບທຽບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຄ່າຄອງຊີບຢູ່ນະຄອນຫຼວງບາງກອກ ປະເທດໄທ ເຖິງ 16% ແລະ ສູງກວ່ານະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຖິງ 42%. ສ່ວນສາເຫດທີ່ເຮັດໃຫ້ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງນັ້ນ ບົດວິໄຈດັ່ງກ່າວໄດ້ວິເຄາະ 4 ສາເຫດຫຼັກ ຄື: ...

Read More »

ວິຊາ ເລືອກສອບເສັງ ຊັ້ນ ມ 7 ອອກມາແລ້ວ!!! ເອກະພາບກັນທົ່ວປະເທດ

ວິຊາເລືອກ ສອບເສັງ ຂອງນ້ອງນັກຮຽນຊັ້ນ ມ 7 ເອກະພາບ ທົ່ວປະເທດ ອອກມາແລ້ວ!! ສາຍທຳມະຊາດໄດ້ແກ່ ວິຊາ ເຄມີສາດ ແລະ  ສາຍສັງຄົມໄດ້ແກ່ ວິຊາ ປະຫວັດສາດ !!! ສ່ວນວິຊາຫຼັກໆທີ່ຈະເສັງແມ່ນ: ວິຊາຄະນິດສາດ ແລະ ວິຊາ ພາສາລາວ-ວັນນະຄະດີ ຢູ່ແລ້ວ ລວມເສັງໃນປີນີ້, ນ້ອງນັກຮຽນຈະໄດ້ສອບເສັງທັງໝົດ 4 ວິຊານັ້ນເອງ. ຫວັງວ່າຈະ ຖືກໃຈນ້ອງນັກຮຽນ ຊັ້ນ ມ7 ກັນໝົດທຸກຄົນ.

Read More »

ສານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ ວັນທີ 1 ມິຖຸນາ 2019

ພີ່ນ້ອງຮ່ວມຊາດ ທີ່ນັບຖື ຮັກແພງ ລູກຫຼານລາວບັນດາເຜົ່າ ທີ່ຮັກທັງຫຼາຍ ! ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນເດັກສາກົນ ວັນ​ທີ 1 ມິຖຸນາ 2019 ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ. ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ “ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ມີສຸຂະພາບສົມບູນ, ແຂງແຮງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາໃນການດຳລົງຊີວິດ, ຊຸກຍູ້ໃຫ້ຄອບຄົວໃນທົ່ວສັງຄົມ ເປັນເຈົ້າການໃນການປະຕິບັດສິດທິຕໍ່ແມ່ຍິງ ແລະ ເດັກ, ປ້ອງກັນ, ຕ້ານ ...

Read More »