ຂ່າວ ພາຍໃນປະເທດ

ລາຄາສິນຄ້ານຳເຂົ້າປັບສູງຂຶ້ນ ເຮັດໃຫ້ມີຜົນກະທົບຕໍ່ຊາວຄ້າຂາຍ ແລະ ຜູ້ບໍລະໂພກ

ປັດ­ຈຸ­ບັນ ສິນ­ຄ້າ​ນຳ​ເຂົ້າ​ຫຼາຍ​ຊະ­ນິດ​ທີ່​ຂາຍ​ຢູ່​ໃນ​ຕະ­ຫຼາດ ແລະ ຮ້ານ​ຄ້າ​ທົ່ວ​ໄປ ແມ່ນ​ໄດ້​ມີ​ການ​ປັບ​ຂຶ້ນ​ເລັກ​ໜ້ອຍ ເພາະ​ສິນ­ຄ້າ​ສ່ວນ​ໃຫຍ່​ແມ່ນ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ ທີ່​ພົວ­ພັນ​ເຖິງ​ອັດ­ຕາ​ແລກ­ປ່ຽນ ເຊິ່ງ​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ຊາວ​ຄ້າ­ຂາຍ ແລະ ຜູ້​ບໍ­ລິ­ໂພກ. ໃນ​ວັນ​ທີ 16-17 ກໍ­ລະ­ກົດ 2019 ທີມ​ງານ​ຂ່າວ​ໜັງສືພິມວຽງຈັນໃຫມ່ ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ການ​ຊື້​ຂາຍ­ຂອງ​ແມ່​ຄ້າ​ຢູ່​ຕະ­ຫຼາດ​ໜອງ​ບົວ­ທອງ ເມືອງ​ສີ​ໂຄດ​ຕະ­ບອງ ແລະ ຕະ­ຫຼາດ​ຫົວ​ຂົວ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ວັນ ເຫັນ​ວ່າ ແມ່​ຄ້າ​ຂາຍ­ເຄື່ອງ​ພົບ​ບັນ­ຫາ​ຂາຍ­ເຄື່ອງ​ບໍ່​ໄດ້​ດີ ແລະ ມີ​ຜົນ​ກຳ­ໄລ​ໜ້ອຍ​ລົງ ທຽບ­ໃສ່​ເມື່ອ​ກ່ອນ ຍ້ອນ​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ມີ​ລາ­ຄາ​ແພງ​ຍ້ອນ​ເງິນ​ໂດ​ລາ​ສະ­ຫະ­ລັດ ແລະ ເງິນ​ບາດ​ໄທ​ສູງ ທຽບ­ໃສ່​ເງິນ​ກີບ ຜ່ານ​ການ​ສອບ​ຖາມ ນາງ ປື້ມ ວຽງ​ຄຳ​ແກ້ວ ເຈົ້າ​ຂອງ​ຮ້ານ​ຂາຍ­ເຄື່ອງ​ແຫ້ງ​ຕະ­ຫຼາດ​ໜອງ​ບົວ­ທອງ ໃຫ້​ຮູ້​ວ່າ: ການ­ຈຳ­ໜ່າຍ​ສິນ­ຄ້າ​ປະ­ເພດ​ເຄື່ອງ­ປຸງ​ແຕ່ງ­ອາ­ຫານ ເຊັ່ນ: ແປ້ງ​ນົວ ນ້ຳ­ຕານ ນ້ຳ​ປາ ນ້ຳ­ມັນ​ພືດ ແລະ ອື່ນໆ ແມ່ນ​ໄດ້​ປັບ​ລາ­ຄາ​ຂຶ້ນ​ເພີ່ມ 1.000-2.000 ກີບ ເນື່ອງ​ຈາກ​ລາ­ຄາ​ຕົ້ນ​ທຶນ​ສູງ​ຂຶ້ນ ເພາະ​ສິນ­ຄ້າ​ເຫຼົ່າ​ນີ້​ແມ່ນ​ສິນ­ຄ້າ​ນຳ​ເຂົ້າ​ຈາກ​ປະ­ເທດ​ໃກ້​ຄຽງ​ເຊັ່ນ: ແປ້ງ​ນົວ​ຖົງ​ນ້ອຍ ຈາກ​ລາ­ຄາ 6.000 ກີບ​ໃນ​ເມື່ອ​ກ່ອນ​ມາ​ເປັນ 7.000 ກີບ ນ້ຳ​ປາ 6.000 ກີບ ມາ​ເປັນ 8.000 ...

Read More »

ກອງທັບ ລາວ-ລັດເຊຍ ສຳຫຼວດພື້ນທີ່ກວດກູ້ລະເບີດທີ່ບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນຊຽງຂວາງ

ໃນວັນທີ 17 ກໍລະກົດ 2019 ນີ້, ຄະນະເກັບກູ້ລະເບີດກອງທັບ ປະຊາຊົນລາວ ກັບ ຄະນະວິຊາ ການກອງກວດກູ້ລະເບີດກຳລັງ ປະກອບອາວຸດ ສ ລັດເຊຍ ໄດ້ລົງ ສຳຫຼວດກວດກາໃນພື້ນທີ່ຕົວຈິງ ບ່ອນຈະກວດກູ້ລະເບີດບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນແຂວງ ຊຽງຂວາງ ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມຊ່າງແສງກົມ ໃຫຍ່ເສນາທິການກອງທັບປະຊາ ຊົນລາວ, ຝ່າຍ ສ ລັດເຊຍ ນຳໂດຍ ສະຫາຍ ພັນເອກ ອາບາຣ ມົບ ເຊຣ ເກວາຊີເລວິຊ ຫົວໜ້າຈຸເກັບກູ້ ລະເບີດຂອງກົມຊ່າງແສງ ກຳລັງ ປະກອບອາວຸດ ແຫ່ງ ສ ລັດເຊຍ ພ້ອມດ້ວຍຄະນະທັງສອງຝ່າຍ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມຕິດຕາມຕົວຈິງ. ໂດຍປະຕິບັດຕາມແຜນການ ຮ່ວມມືສອງກອງທັບລາວ-ລັດ ເຊຍ ໃນການສຳຫຼວດພື້ນທີ່ກວດ ກູ້ລະເບີດທີ່ບໍ່ທັນແຕກ ໃນເນື້ອທີ່ ທັງໝົດຂອງສະໜາມບິນທົ່ງໄຫຫີນຈຳນວນ 419 ເຮັກຕາ, ໃນນີ້ ການສຳຫຼວດເບື້ອງຕົ້ນແມ່ນເນື້ອ ທີ່ສະໜາມບິນທີ່ຈະເລີ່ມລົງມືຈັດ ...

Read More »

ອາລິອັນສ໌ ປະກັນໄພລາວ ເປີດໂຕຜະລິດຕະພັນປະກັນຊີວິດ ອຸ່ນໃຈຫາຍຫວ່ງ AGL Life Protection

ວັນທີ 15 ກໍລະກົດ 2019 ທີ່ຜ່ານມາ, ບໍລິສັດ ອາລິອັນສ໌ ປະກັນໄພລາວໄດ້ນໍາສະເໜີຜະລິດຕະພັນໃໝ່ ປະກັນຊີວິດອຸ່ນໃຈຫາຍຫວ່ງ (AGL Life Protection) ຊຶ່ງເປັນປະກັນຊີວິດລາຍປີຮູບແບບໃໝ່ທີ່ໃຫ້ການຄຸ້ມຄອງທີ່ສູງຂຶ້ນ. ປະກັນຊີວິດອຸ່ນໃຈຫາຍຫວ່ງ (AGL Life Protection) ແມ່ນປະກັນຊີວິດແບບລາຍປີທີ່ຊ່ວຍໃຫ້ທ່ານອຸ່ນໃຈ ແລະ ສ້າງຫຼັກປະກັນໃຫ້ກັບຄອບຄົວເມື່ອມີເຫດການທີ່ບໍ່ຄາດຄິດເກີດຂື້ນກັບທ່ານ. ຕົວທ່ານ ແລະ ຄອບຄົວຂອງທ່ານຈະໄດ້ຮັບຜົນປະໂຫຍດ ແລະ ການຄຸ້ມຄອງດັ່ງນີ້: ໃຫ້ການຄຸ້ມຄອງ ແລະ ທົດແທນຄືນ 100 % ຂອງວົງເງິນເອົາປະກັນໄພໃນກໍລະນີເສຍຊີວິດ ແລະ ພິການຖາວອນທັງໝົດ. ໃຫ້ການຄຸ້ມຄອງ ແລະ ທົດແທນຄືນ 200 % ຂອງວົງເງິນເອົາປະກັນໄພໃນກໍລະນີເສຍຊີວິດ ແລະ ພິການຖາວອນທັງໝົດຈາກອຸປະຕິເຫດ. ນອກຈາກເງິນທົດແທນຄືນທີ່ທ່ານ ແລະ ຄອບຄົວຂອງທ່ານຈະໄດ້ຮັບແລ້ວ ປະກັນຊີວິດອຸ່ນໃຈຫາຍຫວ່ງ ຍັງມີເງິນອຸດໜູນລາຍປີພາຍຫຼັງການເສຍຊີວິດ ຫຼື ພິການຖາວອນທັງໝົດ ຈ່າຍໃຫ້ກັບທ່ານ ແລະ ຄອບຄົວຂອງທ່ານທຸກໆປີ ຈົນກວ່າຜູ້ໄດ້ຮັບການປະກັນໄພຈະມີອາຍຸຄົບ 60 ປີ. ຊຶ່ງເງີນອຸດໜູນນີ້ແມ່ນທ່ານສາມາດເລືອກໄດ້ວ່າຈະເອົາ 10% ຫຼື 20% ຂອງວົງເງິນເອົາປະກັນໄພໃນເບື້ອງຕົ້ນຂອງການຊື້ສັນຍາປະກັນຊີວິດ. ປະກັນຊີວິດອຸ່ນໃຈຫາຍຫ່ວງ ...

Read More »

ຮອງລັດຖະມົນຕີ ເນັ້ນໃຫ້ສ່ວຍສາອາກອນ ຕ້ອງເດັດຂາດແກ້ບັນຫາພະນັກງານເຫຼືອບໍ່ພໍ

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຜ່ານມາ ຂອງຂະແໜງສ່ວຍສາອາກອນ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານ, ຍົກສູງຄຸນທາດການເມືອງໃຫ້ມີສະຕິຕໍ່ການຈັດຕັ້ງ ມີຄວາມຮັບຜິດຊອບສູງຕໍ່-ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຈຶ່ງເຮັດໃຫ້ການປະຕິບັດວຽກງານຫຼາຍດ້ານໄດ້ຮັບຜົນສຳເລັດ ເປັນຕົ້ນວຽກງານປັບປຸງກົນໄກການຫັນເປັນທັນສະໄໝ, ການຮ່ວມມືສາກົນ, ການຫັນຫົວໜ່ວຍມອບເໝົາເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ອື່ນໆ. ໃນປີ 2019 ຂະແໜງສ່ວຍສາອາກອນໄດ້ຮັບຕົວເລກເກັບລາຍຮັບ 12.320 ຕື້ກີບທຽບໃສ່ແຜນການດັດແກ້ປີຜ່ານມາເພີ່ມຂຶ້ນ 6,03% (11.600 ຕື້ກີບ) ໃນນີ້, ກົມສ່ວຍສາອາກອນຮັບຜິດຊອບ 7.511 ຕື້ກີບ, ແຂວງ ແລະ ນະຄອນຫຼວງຮັບຜິດຊອບ 4.808 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 6 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ 5.286 ຕື້ກີບເທົ່າກັບ 42,91% ຂອງແຜນການປີທຽບໃສ່ປີຜ່ານມາເພີ່ມຂຶ້ນ 3,72% ຄິດເປັນເງິນ 189,59 ຕື້ກີບ. ໃນນີ້, ກົມສ່ວຍສາອາກອນເກັບໄດ້ 3.177 ຕື້ກີບເທົ່າກັບ 42,3%, ແຂວງ ແລະ ນະຄອນຫຼວງ ເກັບໄດ້ 2.108 ຕື້ກີບເທົ່າກັບ 43,86% ເຖິງແມ່ນວ່າການປະຕິບັດລາຍຮັບບໍ່ໄດ້ຕາມແຜນການທີ່ວາງໄວ້ແຕ່ກໍ່ມີລັກສະນະຕັ້ງໜ້າເພີ່ມຂຶ້ນ ...

Read More »

ກອງທັບປະຊາຊົນລາວ!!! ປະກາດສ້າງຕັ້ງ ກອງບັນຊາການທະຫານອາກາດ ຢ່າງເປັນທາງການ.

ກະຊວງປ້ອງກັນປະເທດໄດ້ ຈັດຕັ້ງພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະກອງບັນຊາການທະຫານອາກາດກອງທັບ ປະຊາຊົນລາວຂຶ້ນຢ່າງເປັນທາງ ການໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019 ນີ້, ຢູ່ທີ່ກະຊວງ ປ້ອງກັນປະເທດ ໂດຍການໃຫ້ ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີບັນດາສະຫາຍ ຄະນະນໍາກະຊວງປ້ອງກັນປະ ເທດ, ຄະນະນໍາກົມໃຫຍ່, ຫ້ອງວ່າ ການກະຊວງ, ຄະນະພັກ-ຄະນະ ບັນຊາກົມກອງອ້ອມຂ້າງກະ ຊວງ, ເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 19/ນຍ ລົງວັນທີ 30 ມັງກອນ 2019 ວ່າດ້ວຍການອະນຸຍາດໃຫ້ສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວອັກສອນຫຍໍ້ ກບອ ຢູ່ພາຍໃຕ້ການ ...

Read More »

ແຈ້ງການ!!! ປັບຂຶ້ນລາຄານໍ້າມັນ ທົ່ວປະເທດໃນມື້ອື່ນຕອນເຊົ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການປັບລາຄານ້ຳມັນໜ້າປ້ຳຂຶ້ນ ໃນຂອບເຂດທົ່ວປະເທດ ເລີ້ມປະຕິບັດ ວັນທີ 18/07/2019 ເວລາ 06:00ໂມງ ນ້ຳມັນແອັດຊັງພິເສດ ປັບຂຶ້ນ 230 ກີບຕໍ່ລິດ ນ້ຳມັນແອັດຊັງທຳມະດາ ປັບຂຶ້ນ 220 ກີບຕໍ່ລິດ ນ້ຳມັນກາຊວນ ປັບຂຶ້ນ 250 ກີບຕໍ່ລິດ

Read More »

ນາຍົກລັດຖະມົນຕີ ລົງຊຸກຍູ້ ຢ້ຽມຢາມໂຄງການກໍ່ສ້າງສະຖານີລົດໄຟລາວ-ຈີນ ທີ່ແຂວງຫຼວງພະບາງ

ຕາມບົດລາຍງານຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ ໃນວັນທີ 15 ກໍລະກົດ 2019 ນີ້ ໃຫ້ຮູ້ວ່າ: ໂຄງການທາງລົດໄຟ ລາວ – ຈີນ ໃນໄລຍະແຂວງຫຼວງພະບາງ ປັດຈຸບັນນີ້ແມ່ນໄດ້ລົງມືບຸກເບີກສະຖານີລົດໄຟໄປຄຽງຄູ່ກັບການກໍ່ສ້າງເສັ້ນທາງເຊິ່ງສະຖານີຢູ່ຫຼວງພະບາງ ແມ່ນຈຸດໜຶ່ງທີ່ສຳຄັນໃຊ້ສຳລັບປ່ຽນຖ່າຍສິນຄ້າ ແລະ ຜູ້ໂດຍສານຂຶ້ນ – ລົງ ຈຶ່ງໃຊ້ພື້ນທີ່ກໍ່ສ້າງເຖິງ 147,72 ເຮັກຕາ. ສະຖານີລົດໄຟຫຼວງພະບາງ ແມ່ນຕັ້ງຢູ່ເຂດບ້ານຜິກນ້ອຍ ນະຄອນຫຼວງພະບາງ ຫ່າງຈາກຕົວເມືອງປະມານ 10 ກິໂລແມັດ ເຊິ່ງເປັນສະຖານີໃຫຍ່ອີກແຫ່ງໜຶ່ງຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໃຊ້ເປັນສະຖານີຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ, ແຕ່ໃນນີ້ມີດິນທີ່ຖືກຜົນກະທົບທັງໝົດ 161 ຕອນ, ເປັນຂອງເອກະຊົນ 143 ຕອນ ເທົ່າກັບ 135 ເຮັກຕາ ແລະ ດິນລັດ 12,39 ເຮັກຕາ ແຍກເປັນ 18 ຕອນ ມີມູນຄ່າການທົດແທນຜົນເສຍຫາຍ ...

Read More »

ວາງສີລາລືກໂຄງການກໍ່ສ້າງພັດທະນາ ເຂດເສດຖະກິດ ວັງເຕົ່າ-ໂພນທອງ

ໂຄງການກໍ່ສ້າງພັດທະນາເຂດເສດຖະກິດວັງເຕົ່າ- ໂພນທອງ ໄດ້ມີຂຶ້ນໃນວັນທີ 12 ກໍລະກົດ ຜ່ານມານີ້ ທີ່ເມືອງ ໂພນທອງ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ທ່ານ ອຸດອນ ແກ້ວດວງດີ ປະທານບໍລິສັດດວງດີ ກໍ່ສ້າງຂົວ-ທາງຈຳກັດ ແລະ ເປັນປະທານຮ່ວມທຶນພັດທະນາເຂດເສດຖະກິດວັງເຕົ່າ-ໂພນທອງ ຈຳກັດ. ທ່ານ ຄຳພົນ ນວນແສງສີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ ໄດ້ກ່າວວ່າ: ເຂດເສດຖະກິດວັງເຕົ່າ-ໂພນທອງ ແມ່ນເຂດເສດຖະກິດເຂດໜຶ່ງໃນ 5 ເຂດ ຢູ່ແຂວງຈຳປາສັກສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງຮອງປະທານຜູ້ປະຈຳການຄະນະເຂດເສດຖະກິດພິເສດ ໃນປີ 2016 ຊຶ່ງ ມີເນື້ອທີ່ 253 ເຮັກຕາມູນຄ່າການລົງທຶນ 250.000.000 ໂດລາ ຫຼື ປະມານ 2.000 ກວ່າ ຕື້ກີບ ໂດຍການຮ່ວມທຶນພັດທະນາຈາກລັດ 30% ແລະ ບໍລິສັດ 70% ມີອາຍຸສຳປະທານ 99 ປີ ຢູ່ໃນເຂດດັ່ງກ່າວຈະພັດທະນາຫຼາຍຂະແໜງການປະກອບມີຮ້ານຄ້າປອດພາສີ, ສູນການຄ້າ ແລະ ...

Read More »

“ຕຸຕູ່” ໄຜ່ທິດາ ໂພທິສານ ຕົວແທນສາວລາວ ຮ່ວມປະກວດ Miss friendship international 2019

ໃນຕອນບ່າຍ ວັນທີ 13 ກໍລະກົດ 2019 ທີ່ຜ່ານມາ, ໄດ້ຈັດງານຖະແຫຼງຂ່າວ ແຕ່ງຕັ້ງ ແລະ ສົ່ງຕົວແທນນາງສາວມິດຕະພາບໃນໂຄງການປະກວດນາງສາວລາວ ປີ 2018 ເຂົ້າຮ່ວມປະກວດເວທີສາກົນ ກໍຄື Miss friendship international 2019 ທີ່ເມືອງ ເສິນຕູ່ ສປ ຈີນ. ທີ່ຈະໄດ້ຈັດຂຶ້ນໃນວັນທີ 17-27 ກໍລະກົດທີ່ຈະເຖິງນີ້. ໂດຍຕົວແທນແມ່ຍິງລາວທີ່ຈະເຂົ້າປະກວດໃນຄັ້ງທາງຄະນະປະທານພິທີໄດ້ເລືອກເອົາ ນາງ ໄຜ່ທິດາ ໂພທິສານ ຫຼື ນ້ອງຕູ່ຕູ່ ອາຍຸ 25 ປີ ເປັນສາວງາມຈາກເວທີການປະກວດມິດລາວ 2018 ເຂົ້າຮອບ 15 ຄົນສຸດທ້າຍ ພ້ອມກັບໄດ້ຮັບລາງວັນ ນາງສາວມິດຕະພາບ ໂດຍຈາກການໂຫວດຂອງໝູ່ເພື່ອໃນກອງປະກວດ ມິດລາວ 2018. ໂດຍ ຕຸຕູ່ ຈະໄດ້ເປັນຕົວແທນຂອງສາວລາວ ເພື່ອເຂົ້າຮ່ວມປະກວດກັບສາວງາມຫຼາຍກວ່າ 50 ປະເທດທົ່ວໂລກ. ຕຸຕູ່ ນາງແບບສາວລາວ ທີ່ບໍ່ມີແຕ່ຄວາມງາມ ແລະ ມີສະເໜ່ເທົ່ານັ້ນ, ແຕ່ ຕຸຕູ່ ຍັງມີຫຼາກຫຼາຍຄວາມສາມາດເຊັ່ນ: ເປັນນັກຊົງກາເຟຍອດ ໄດ້ຮັບລາງວັນຊະນະເລີດລະດັບປະເທດ ...

Read More »

ການນຳ ພ້ອມດ້ວຍລູກຫຼານ ຮ່ວມໃສ່ບາດ ວັນຄ້າຍວັນເກີດ ປະທານ ສຸພານຸວົງ

ບັນດາການນຳ, ພະນັກງານ-ລັດຖະກອນ, ພ້ອມດ້ວຍຄອບຄົວ, ລູກຫລານ ສຸພານຸວົງ ແລະ ຊາວນະຄອນຫຼວງວຽງຈັນ, ຊຶ່ງນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພ້ອມກັນໃສ່ບາດ ແລະ ຖວາຍກອງບຸນແດ່ພະສົງ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະ ທານ ສຸພານຸວົງ ຄົບຮອບ 110 ປີ (13 ກໍລະກົດ 1909-13 ກໍລະກົດ 2019). ພິທີໃສ່ບາດ ແລະ ຖວາຍກອງບຸນແດ່ພະສົງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2019 ຢູ່ທີ່ຫໍ ພິພິທະພັນ ປະທານ ສຸພານຸວົງ ບ້ານໂພນສະອາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ຊຶ່ງມີກອງອັດຖະ 2 ກອງ ເພື່ອອຸທິດສ່ວນບຸນກຸສົນ ເຖິງ ທ່ານປະທານ ສຸພານຸວົງ ຜູ້ນໍາທີ່ຈົ່ງຮັກພັກດີ, ເສຍສະຫລະ ແລະ ອຸທິດ ເພື່ອພາລະກິດຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທີ່ມາ: ຂ່າວສານປະເທດລາວ.

Read More »