ອາລິອັນສ໌ ປະກັນໄພລາວ ເປີດໂຕຜະລິດຕະພັນປະກັນຊີວິດ ອຸ່ນໃຈຫາຍຫວ່ງ AGL Life Protection

ວັນທີ 15 ກໍລະກົດ 2019 ທີ່ຜ່ານມາ, ບໍລິສັດ ອາລິອັນສ໌ ປະກັນໄພລາວໄດ້ນໍາສະເໜີຜະລິດຕະພັນໃໝ່ ປະກັນຊີວິດອຸ່ນໃຈຫາຍຫວ່ງ (AGL Life Protection) ຊຶ່ງເປັນປະກັນຊີວິດລາຍປີຮູບແບບໃໝ່ທີ່ໃຫ້ການຄຸ້ມຄອງທີ່ສູງຂຶ້ນ.

ປະກັນຊີວິດອຸ່ນໃຈຫາຍຫວ່ງ (AGL Life Protection) ແມ່ນປະກັນຊີວິດແບບລາຍປີທີ່ຊ່ວຍໃຫ້ທ່ານອຸ່ນໃຈ ແລະ ສ້າງຫຼັກປະກັນໃຫ້ກັບຄອບຄົວເມື່ອມີເຫດການທີ່ບໍ່ຄາດຄິດເກີດຂື້ນກັບທ່ານ. ຕົວທ່ານ ແລະ ຄອບຄົວຂອງທ່ານຈະໄດ້ຮັບຜົນປະໂຫຍດ ແລະ ການຄຸ້ມຄອງດັ່ງນີ້:

  1. ໃຫ້ການຄຸ້ມຄອງ ແລະ ທົດແທນຄືນ 100 % ຂອງວົງເງິນເອົາປະກັນໄພໃນກໍລະນີເສຍຊີວິດ ແລະ ພິການຖາວອນທັງໝົດ.
  2. ໃຫ້ການຄຸ້ມຄອງ ແລະ ທົດແທນຄືນ 200 % ຂອງວົງເງິນເອົາປະກັນໄພໃນກໍລະນີເສຍຊີວິດ ແລະ ພິການຖາວອນທັງໝົດຈາກອຸປະຕິເຫດ.
  3. ນອກຈາກເງິນທົດແທນຄືນທີ່ທ່ານ ແລະ ຄອບຄົວຂອງທ່ານຈະໄດ້ຮັບແລ້ວ ປະກັນຊີວິດອຸ່ນໃຈຫາຍຫວ່ງ ຍັງມີເງິນອຸດໜູນລາຍປີພາຍຫຼັງການເສຍຊີວິດ ຫຼື ພິການຖາວອນທັງໝົດ ຈ່າຍໃຫ້ກັບທ່ານ ແລະ ຄອບຄົວຂອງທ່ານທຸກໆປີ ຈົນກວ່າຜູ້ໄດ້ຮັບການປະກັນໄພຈະມີອາຍຸຄົບ 60 ປີ. ຊຶ່ງເງີນອຸດໜູນນີ້ແມ່ນທ່ານສາມາດເລືອກໄດ້ວ່າຈະເອົາ 10% ຫຼື 20% ຂອງວົງເງິນເອົາປະກັນໄພໃນເບື້ອງຕົ້ນຂອງການຊື້ສັນຍາປະກັນຊີວິດ.

ປະກັນຊີວິດອຸ່ນໃຈຫາຍຫ່ວງ AGL Life Protection ຖືວ່າເປັນປະກັນຊີວິດທີ່ເປັນອີກທາງເລືອກໜື່ງໃຫ້ກັບສັງຄົມລາວໃນການແບ່ງປັນຄວາມສ່ຽງທີ່ອາດເກີດຂື້ນໃນອານາຄົດ ແລະ ຍັງມີຄວາມແທດເໝາະກັບຫົວໜ່ວຍທຸລະກິດທີ່ສາມາດຊື້ໃຫ້ກັບພະນັກງານ ເນື່ອງຈາກຄ່າທໍານຽມປະກັນໄພບໍ່ແພງ ແລະ ຄົງທີ່ສໍາຫຼັບທຸກຊ່ວງອາຍຸ.

ທ່ານສາມາດເຮັດປະກັນຊີວິດອຸ່ນໃຈຫາຍຫ່ວງ AGL Life Protection ໃນວົງເງິນເອົາປະກັນໄພເລີ່ມຕົ້ນແຕ່ 50 ລ້ານ ຫາ 500 ລ້ານກີບ ເຊີ່ງຄ່າທໍານຽມເລີ່ມຕົ້ນແມ່ນ 1 ລ້ານກີບ/ປີ ເຊີ່ງເທົ່າກັບ 83,000 ກີບ/ເດືອນເທົ່ານັ້ນ. ທ່ານສາມາດຊື້ປະກັນຊີວິດອຸ່ນໃຈຫາຍຫ່ວງ AGL Life Protection ໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ. ສອບຖາມລາຍລະອຽດເພີ່ມເຕີ່ມ ໂທ 1457 ຫຼື ຕົວແທນ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໃກ້ບ້ານທ່ານ.

ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ໃຫ້ບໍລິການດ້ານປະກັນໄພແກ່ສັງຄົມລາວມາໄດ້ 29 ປີ ໃຫ້ການສະໜອງຜະລິດຕະພັນປະກັນໄພຢ່າງຮອບດ້ານແກ່ລູກຄ້າລາຍບຸກຄົນ ແລະ ນິຕິບຸກຄົນກໍ່ຄືບໍລິສັດ ເຊີ່ງລວມມີ: ປະກັນໄພລົດ, ປະກັນໄພຊັບສິນ ແລະ ຄວາມຮັບຜິດຊອບ, ປະກັນສຸຂະພາບ ແລະ ຊີວິດ.

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຄຽງຄູ່ທ່ານຕະຫຼອດເວລາ

Comments