ກອງທັບ ລາວ-ລັດເຊຍ ສຳຫຼວດພື້ນທີ່ກວດກູ້ລະເບີດທີ່ບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນຊຽງຂວາງ

ໃນວັນທີ 17 ກໍລະກົດ 2019 ນີ້, ຄະນະເກັບກູ້ລະເບີດກອງທັບ ປະຊາຊົນລາວ ກັບ ຄະນະວິຊາ ການກອງກວດກູ້ລະເບີດກຳລັງ ປະກອບອາວຸດ ສ ລັດເຊຍ ໄດ້ລົງ ສຳຫຼວດກວດກາໃນພື້ນທີ່ຕົວຈິງ ບ່ອນຈະກວດກູ້ລະເບີດບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນແຂວງ ຊຽງຂວາງ ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມຊ່າງແສງກົມ ໃຫຍ່ເສນາທິການກອງທັບປະຊາ ຊົນລາວ, ຝ່າຍ ສ ລັດເຊຍ ນຳໂດຍ ສະຫາຍ ພັນເອກ ອາບາຣ ມົບ ເຊຣ ເກວາຊີເລວິຊ ຫົວໜ້າຈຸເກັບກູ້ ລະເບີດຂອງກົມຊ່າງແສງ ກຳລັງ ປະກອບອາວຸດ ແຫ່ງ ສ ລັດເຊຍ ພ້ອມດ້ວຍຄະນະທັງສອງຝ່າຍ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມຕິດຕາມຕົວຈິງ.

ໂດຍປະຕິບັດຕາມແຜນການ ຮ່ວມມືສອງກອງທັບລາວ-ລັດ ເຊຍ ໃນການສຳຫຼວດພື້ນທີ່ກວດ ກູ້ລະເບີດທີ່ບໍ່ທັນແຕກ ໃນເນື້ອທີ່ ທັງໝົດຂອງສະໜາມບິນທົ່ງໄຫຫີນຈຳນວນ 419 ເຮັກຕາ, ໃນນີ້ ການສຳຫຼວດເບື້ອງຕົ້ນແມ່ນເນື້ອ ທີ່ສະໜາມບິນທີ່ຈະເລີ່ມລົງມືຈັດ ຕັ້ງປະຕິບັດການກວດກູ້ລະເບີດໃນ ຕົ້ນເດືອນ ຕຸລາ 2019 ຫາ ເດືອນ ມີນາ 2020 ສ່ວນພື້ນທີ່ຍັງເຫຼືອຈະໄດ້ສືບຕໍ່ສຳຫຼວດ ແລະ ປະຕິບັດການກວດກູ້ລະເບີດທີ່ບໍ່ທັນແຕກຄັ້ງຕໍ່ໄປ, ໃນການສຳຫຼວດ ເນື້ອທີ່ຄັ້ງນີ້ທາງຄະນະວິຊາການ ທັງສອງຝ່າຍ ກໍໄດ້ເອົາໃຈໃສ່ຢ່າງ ຕັ້ງໜ້າປະກອບສ່ວນສຳຄັນໃນ ການເກັບກຳຂໍ້ມູນຫຼັກຖານຕົວຈິງ ວ່າບໍລິເວນໃດທີ່ຍັງມີສິ່ງເສດເຫຼືອ ຫຼື ສະເກັດລະເບີດ, ຫົວລະເບີດຕົກ ຄ້າງຢູ່ບໍລິເວນດັ່ງກ່າວ ແລະ ພ້ອມ ກັນສຸມທຸກເຫື່ອແຮງສະຕິປັນຍາ ບກກັບອຸປະກອນເຄື່ອງມືການ ຈັບສັນຍານທີ່ທັນສະໄໝເພື່ອເຮັດ ໃຫ້ການສຳຫຼວດກວດກູ້ຄັ້ງນີ້ດຳ ເນີນໄປຖືກຕ້ອງຕາມທິດນຳຂອງ ຄະນະທັງສອງຝ່າຍ ແລະ ເຮັດໃຫ້ ວຽກງານດັ່ງກ່າວເດີນແມ່ນແລ່ນ ສະດວກດີຕາມແຜນການກຳນົດ ແລະ ສາມາດກຳນົດຈຸດພິກັດ ຕ່າງໆໄດ້ດີຕາມເນື້ອທີ່ຕົວຈິງ ຂອງພູມີປະເທດໂດຍສະເພາະ ແມ່ນຢູ່ແຂວງຊຽງຂວາງ.

ໃນນີ້ສາມາດຊອກເຫັນໄດ້ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນເບື້ອງ ຕົ້ນຄື: ເຂດດັ່ງກ່າວເປັນເຂດຂອງ ສະໜາມບິນທີ່ຍັງໃຊ້ການສັນຈອນ ຂອງສາຍການບິນ, ການເຝິກຊ້ອມ ບິນຂອງນັກບິນກອງພັນໃຫຍ່ 702 ມັນອາດຈະມີຄື້ນສັນຍານ ລົບກວນອຸປະກອນຂອງການ ກວດກູ້ລະເບີດ, ພ້ອມນີ້ເຂດດັ່ງ ກ່າວກໍແມ່ນເຂດຂອງການກໍ່ສ້າງ ເກົ່າເຮັດໃຫ້ມີເສດເຫຼັກຂອງການ ກໍ່ສ້າງຕົກຄ້າງຢູ່ຫຼາຍ ມັນຈຶ່ງອາດ ຈະສົ່ງຜົນກະທົບໃນເວລາການ ກວດກູ້ລະເບີດເຮັດໃຫ້ມີການຊັກ ຊ້າອາດຈະບໍ່ທັນຕາມກຳນົດເວລາ ຂອງການກວດກູ້ລະເບີດຢູ່ພາກ ສະໜາມຕົວຈິງ ຜ່ານການສຳ ຫຼວດໃນຄັ້ງນີ້ ຄະນະກວດກູ້ລະ ເບີດຂອງ ສ ລັດເຊຍ ຈະນຳໄປສ້າງ ແຜນກວດກູ້ຢ່າງລະອຽດເພື່ອ ເຮັດໃຫ້ເວລາລົງມາເກັບກູ້ລະ ເບີດຕົວຈິງ ໃຫ້ສຳເລັດຕາມແຜນ ການ ແລະ ຮັບປະກັນໄດ້ຄວາມ ປອດໄພ 100%.

ໂດຍ: ອາຫວຸ້ນ (ໜັງສືພິມ ກອງທັບ)

Comments