ນາຍົກລັດຖະມົນຕີ ລົງຊຸກຍູ້ ຢ້ຽມຢາມໂຄງການກໍ່ສ້າງສະຖານີລົດໄຟລາວ-ຈີນ ທີ່ແຂວງຫຼວງພະບາງ

ຕາມບົດລາຍງານຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ ໃນວັນທີ 15 ກໍລະກົດ 2019 ນີ້ ໃຫ້ຮູ້ວ່າ: ໂຄງການທາງລົດໄຟ ລາວ – ຈີນ ໃນໄລຍະແຂວງຫຼວງພະບາງ ປັດຈຸບັນນີ້ແມ່ນໄດ້ລົງມືບຸກເບີກສະຖານີລົດໄຟໄປຄຽງຄູ່ກັບການກໍ່ສ້າງເສັ້ນທາງເຊິ່ງສະຖານີຢູ່ຫຼວງພະບາງ ແມ່ນຈຸດໜຶ່ງທີ່ສຳຄັນໃຊ້ສຳລັບປ່ຽນຖ່າຍສິນຄ້າ ແລະ ຜູ້ໂດຍສານຂຶ້ນ – ລົງ ຈຶ່ງໃຊ້ພື້ນທີ່ກໍ່ສ້າງເຖິງ 147,72 ເຮັກຕາ.

ສະຖານີລົດໄຟຫຼວງພະບາງ ແມ່ນຕັ້ງຢູ່ເຂດບ້ານຜິກນ້ອຍ ນະຄອນຫຼວງພະບາງ ຫ່າງຈາກຕົວເມືອງປະມານ 10 ກິໂລແມັດ ເຊິ່ງເປັນສະຖານີໃຫຍ່ອີກແຫ່ງໜຶ່ງຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ໃຊ້ເປັນສະຖານີຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ, ແຕ່ໃນນີ້ມີດິນທີ່ຖືກຜົນກະທົບທັງໝົດ 161 ຕອນ, ເປັນຂອງເອກະຊົນ 143 ຕອນ ເທົ່າກັບ 135 ເຮັກຕາ ແລະ ດິນລັດ 12,39 ເຮັກຕາ ແຍກເປັນ 18 ຕອນ ມີມູນຄ່າການທົດແທນຜົນເສຍຫາຍ 24,6 ຕື້ກວ່າກີບ. ມາຮອດປັດຈຸບັນໄດ້ຮັບງົບປະມານ ແລະ ເບີກຈ່າຍໃຫ້ປະຊາຊົນແລ້ວ 30 ຕອນ ມູນຄ່າ 1 ຕື້ກວ່າກີບ, ຍັງຄ້າງ 113 ຕອນ ມູນຄ່າ 23,4 ຕື້ກວ່າກີບ.

ສະຖານີລົົດໄຟຫຼວງພະບາງ ແມ່ນໄລຍະການຮັບເໝົາກໍ່ສ້າງໃນສັນຍາທີ 3 ເຊິ່ງແມ່ນ ບໍລິສັດ ນ້ຳທາ ກໍ່ສ້າງຂົວ – ທາງ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມລົງມືມາແຕ່ເດືອນມັງກອນ 2019 ມາຮອດປັດຈຸບັນສຳເລັດໜ້າວຽກພື້ນຖານ ເຊັ່ນ: ການຖົມດິນ, ສ້າງລະບົບລະບາຍນ້ຳ, ກໍ່ສ້າງຕ້ານເຈື່ອນ ແລະ ອື່ນໆ.
ໂຄງການທາງລົດໄຟ ລາວ – ຈີນ ໃນໄລຍະແຂວງຫຼວງພະບາງ ມີຄວາມຍາວທັງໝົດ 80 ກິໂລແມັດ, ຜ່ານ 2 ເມືອງ 1 ນະຄອນ, ໃນຈຳນວນ 28 ບ້ານ, ປະກອບດ້ວຍ 1 ສະຖານີໃຫຍ່, ຂົວຂ້າມນ້ຳຂອງສອງແຫ່ງ, ຂົວຂ້າມນ້ຳຄານ 3 ແຫ່ງ, ມີອຸມົງ 22 ແຫ່ງ, ອັດຕາສ່ວນຂອງຂົວ ແລະ ອຸມົງກວມເອົາ 78,93% ຂອງໄລຍະທາງທັງໝົດ.

ພາຍຫຼັງສຳເລັດການຢ້ຽມຢາມຈຸດກໍ່ສ້າງສະຖານີລົດໄຟຫຼວງພະບາງ ທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະ ໄດ້ໄປເບີ່ງຈຸດທີ່ຈະກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງ ເມືອງຈອມເພັດ ຫາ ນະຄອນຫຼວງພະບາງ ຕາມການສຳຫຼວດເບື້ອງຕົ້ນ ໂຕຂົວຈະມີຄວາມຍາວ 549 ແມັດ, ປັດຈຸບັນ ພວມຢູ່ໃນຂັ້ນຕອນການສໍາຫຼວດ ອອກແບບລະອຽດ ແລະສະເໜີຮັບຮອງ ຢ່າງເປັນທາງການ.

ຂ່າວ: ອາພຸດເດດ ບຸບຜາ

Comments