ກອງທັບປະຊາຊົນລາວ!!! ປະກາດສ້າງຕັ້ງ ກອງບັນຊາການທະຫານອາກາດ ຢ່າງເປັນທາງການ.

ກະຊວງປ້ອງກັນປະເທດໄດ້ ຈັດຕັ້ງພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະກອງບັນຊາການທະຫານອາກາດກອງທັບ ປະຊາຊົນລາວຂຶ້ນຢ່າງເປັນທາງ ການໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019 ນີ້, ຢູ່ທີ່ກະຊວງ ປ້ອງກັນປະເທດ ໂດຍການໃຫ້ ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີບັນດາສະຫາຍ ຄະນະນໍາກະຊວງປ້ອງກັນປະ ເທດ, ຄະນະນໍາກົມໃຫຍ່, ຫ້ອງວ່າ
ການກະຊວງ, ຄະນະພັກ-ຄະນະ ບັນຊາກົມກອງອ້ອມຂ້າງກະ ຊວງ, ເຂົ້າຮ່ວມ.

ໃນພິທີ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 19/ນຍ ລົງວັນທີ 30 ມັງກອນ 2019 ວ່າດ້ວຍການອະນຸຍາດໃຫ້ສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວອັກສອນຫຍໍ້ ກບອ ຢູ່ພາຍໃຕ້ການ ຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ.

ຈາກນັ້ນ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານລັດຖະດໍາລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 183/ນຍ ນະຄອນຫຼວງວຽງຈັນ ວັນທີ 25/06/2019 ວ່າດ້ວຍການແຕ່ງຕັ້ງຜູ້ບັນຊາການທະຫານອາກາດກອງທັບປະຊາຊົນລາວ ໂດຍໄດ້ແຕ່ງຕັ້ງ ສະຫາຍ ພັນເອກ ຄໍາເຫຼັກ ແສງພະຈັນ ເປັນຜູ້ບັນຊາການທະຫານອາກາດກອງທັບປະຊາຊົນລາວ.

ໄດ້ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນ ຕີສະບັບເລກທີ 182/ນຍ ນະຄອນຫຼວງວຽງຈັນ ລົງວັນທີ 25/06/ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ໂດຍໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເປັນຫົວໜ້າການເມືອງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ແລະ ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ເລກທີ 1690/ກປທ ນະຄອນຫຼວງວຽງ ຈັນ, ວັນທີ 07/05/2019 ວ່າ ດ້ວຍການແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໂດຍໄດ້ ແຕ່ງຕັ້ງ ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ເປັນຮອງຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍ ພັນເອກ ພັນທະມິດ ວໍລະບຸດ ເປັນຮອງຮັບຜິດຊອບວຽກງານອົບຮົມການບິນ ທັງເປັນຫົວໜ້າຫ້ອງອົບຮົມການບິນ, ສະຫາຍ ພັນໂທ ບຸນດອມ ບຸບຜາລິວັນ ເປັນຮອງຮັບຜິດຊອບ ວຽກງານເສນາທິການ ທັງເປັນຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ທອງພັນ ບຸນສະຫວັດ ເປັນຮອງຮັບຜິດຊອບ ວຽກງານພະລາທິການ ທັງເປັນ ຫົວໜ້າຫ້ອງພະລາທິການ ແລະ ສະຫາຍ ພັນໂທ ສອນທອງ ແກ້ວຈັນດາ ເປັນຮອງຮັບຜິດ ຊອບວຽກງານເຕັກນິກ ທັງເປັນ ຫົວໜ້າຫ້ອງເຕັກນິກກອງບັນ ຊາການທະຫານອາກາດກອງທັບປະຊາຊົນລາວ.

ໃນພິທີອັນມີຄວາມຫມາຍສໍາຄັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດ ໂອ້ລົມໂດຍຍົກໃຫ້ເຫັນຄວາມສໍາຄັນຂອງການປະກາດສ້າງຕັ້ງ ກອງບັນຊາການທະຫານອາກາດກອງທັບປະຊາຊົນລາວແມ່ນເປັນ ຂີດໝາຍອັນດີແຫ່ງການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຂອງ ກອງທັບປະຊາຊົນລາວ ເວົ້າ ລວມ, ເວົ້າສະເພາະແມ່ນເຫຼົ່າຮົບທະຫານອາກາດ ເພື່ອກ້າວສູ່ລະບຽບແບບແຜນທີ່ທັນສະໄໝ ຮັບປະກັນເຮັດສໍາເລັດໜ້າທີ່ການ ເມືອງຂອງເຫຼົ່າຮົບໃນສະເພາະໜ້າ ແລະ ຍາວນານ.

ທີ່ມາ: Media Laos

Comments