ຮອງລັດຖະມົນຕີ ເນັ້ນໃຫ້ສ່ວຍສາອາກອນ ຕ້ອງເດັດຂາດແກ້ບັນຫາພະນັກງານເຫຼືອບໍ່ພໍ

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຜ່ານມາ ຂອງຂະແໜງສ່ວຍສາອາກອນ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານ, ຍົກສູງຄຸນທາດການເມືອງໃຫ້ມີສະຕິຕໍ່ການຈັດຕັ້ງ ມີຄວາມຮັບຜິດຊອບສູງຕໍ່-ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຈຶ່ງເຮັດໃຫ້ການປະຕິບັດວຽກງານຫຼາຍດ້ານໄດ້ຮັບຜົນສຳເລັດ ເປັນຕົ້ນວຽກງານປັບປຸງກົນໄກການຫັນເປັນທັນສະໄໝ, ການຮ່ວມມືສາກົນ, ການຫັນຫົວໜ່ວຍມອບເໝົາເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ອື່ນໆ.

ໃນປີ 2019 ຂະແໜງສ່ວຍສາອາກອນໄດ້ຮັບຕົວເລກເກັບລາຍຮັບ 12.320 ຕື້ກີບທຽບໃສ່ແຜນການດັດແກ້ປີຜ່ານມາເພີ່ມຂຶ້ນ 6,03% (11.600 ຕື້ກີບ) ໃນນີ້, ກົມສ່ວຍສາອາກອນຮັບຜິດຊອບ 7.511 ຕື້ກີບ, ແຂວງ ແລະ ນະຄອນຫຼວງຮັບຜິດຊອບ 4.808 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 6 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ 5.286 ຕື້ກີບເທົ່າກັບ 42,91% ຂອງແຜນການປີທຽບໃສ່ປີຜ່ານມາເພີ່ມຂຶ້ນ 3,72% ຄິດເປັນເງິນ 189,59 ຕື້ກີບ. ໃນນີ້, ກົມສ່ວຍສາອາກອນເກັບໄດ້ 3.177 ຕື້ກີບເທົ່າກັບ 42,3%, ແຂວງ ແລະ ນະຄອນຫຼວງ ເກັບໄດ້ 2.108 ຕື້ກີບເທົ່າກັບ 43,86% ເຖິງແມ່ນວ່າການປະຕິບັດລາຍຮັບບໍ່ໄດ້ຕາມແຜນການທີ່ວາງໄວ້ແຕ່ກໍ່ມີລັກສະນະຕັ້ງໜ້າເພີ່ມຂຶ້ນ ຖ້າໃສ່ໄລຍະດຽວກັນຂອງປີຜ່ານໆມາ ແລະ ມີຫຼາຍແຂວງສາມາດປະຕິບັດລາຍຮັບໄດ້ລື່ນແຜນການ 50% ຂຶ້ນໄປ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໃຫ້ຂະແໜງສ່ວຍສາອາກອນ ສືບຕໍ່ປັບປຸງກົງຈັກການຈັດຕັ້ງການຊັບ-ຊ້ອນພະນັກງານ ແລະ ບຸກຄະລາກອນໃຫ້ມີຄວາມເຂັ້ມແຂງຮອບດ້ານ, ແນ່ໃສ່ເພື່ອຮັບປະກັນການຈັດຕັ້ງປະຕິບັດໜ້າທີການເມືອງໃຫ້ປະສົບຜົນສຳເລັດ ແລະ ສອດຄ່ອງກັບການຂະຫຍາຍເສດຖະກິດ-ສັງຄົມ, ການປະຕິບັດໜ້າວິຊາສະເພາະໃຫ້ມີຈັນຍາບັນ, ຈັນຍາທຳໃນການປະຕິບັດຽໜ້າທີ່ວຽກງານ, ການບໍລິຫານລັດໃຫ້ເຂັ້ມແຂງ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານສ່ວຍສາອາກອນຢ່າງເປັນຮູບປະທຳ, ເພື່ອກ້າວເຂົ້າສູ່ການປັບປຸງກົງຈັກການຈັດຕັ້ງ, ແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ. ພ້ອມດຽວກັນນັ້ນ; ຕ້ອງມີມາດຕະການທີ່ເດັດຂາດເປັນຮູບປະທຳ ຕໍ່ວິສາຫະກິດທີ່ມີລາຍຮັບ 400 ລ້ານກີບຂຶ້ນໄປໃຫ້ຖືບັນຊີ ແລະ ເຂົ້າສູ່ລະບົບຖານອາກອນມູນຄ່າເພີ່ມໃຫ້ຄົບຖ້ວນ; ສືບຕໍ່ວຽກງານກວດກາພາຍໃນ, ກວດກາ ແລະ ປະເມີນຜົນຄວາມຮັບຜິດຊອບ ຂອງພະນັກງານສວຍສາອາກອນເປັນການເສີມສ້າງຈັນຍາບັນ,ຈັນຍາທຳ, ສືບຕໍ່ເຂັ້ມງວດປະຕິບັດວິໄນແຜນການ, ວິໄນການເງິນ 10 ຂໍ້ຫ້າມ ຂອງຂະແໜງການເງິນໃຫ້ເປັນຮູບປະທຳ.

ທີ່ມາ: ຂ່າວສານປະເທດລາວ.

Comments