ສະຖານທູດໄທຈັດງານ Thai Night

ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຮ່ວມກັບການທ່ອງທ່ຽວແຫ່ງປະເທດໄທ ສໍານັກງານໂຮ່ຈິມິນ ສສ ຫວຽດນາມໄດ້ຈັດງານ Thai Night ຂຶ້ນທີ່ໂຮງແຮມ ຄລາວພລາຊາ ວຽງຈັນ ໃນຕອນຄໍ່າຂອງວັນທີ 8 ສິງຫາ 2019 ທີ່ຜ່ານມາ.

ເປັນກຽດເຂົ້າຮ່ວມງານໃນຄັ້ງນີ້ມີທ່ານ ອຸ່ນທ່ວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາແຂກຖືກເຊີນ ລວມທັງພາກທຸລະກິດການບິນ,ນັກທຸລະກິດ ຜູ້ປະກອບການ ແລະ ການບໍລິການການທ່ອງທ່ຽວ ທັງລາວ-ໄທ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ກຽດຕິຄຸນ ຊາດປຣະເສີດເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວໄດ້ເປັນກຽດຂຶ້ນກ່າວສະແດງຄວາມຂອບໃຈ ຕໍ່ບັນດາແຂກຜູ້ມີກຽດ ແລະ ຜູ້ໃຫ້ການປະກອບສ່ວນສະໜັບສະໜູນ ຈາກພາກສ່ວນຕ່າງໆ ທີ່ເຮັດໃຫ້ງານຄັ້ງນີ້ດໍາເນີນໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍຢ່າງຍິ່ງ ຕໍ່ການສົ່ງເສີມສາຍພົວພັນມິດຕະພາບ ກໍຄືສົ່ງເສີມວຽກງານການທ່ອງທ່ຽວຂອງສອງປະເທດໄທ-ລາວ ໃຫ້ນັບມື້ຂະຫຍາຍຕົວ. ທ່ານ ທູດໄດ້ຍົກໃຫ້ເຫັນຕື່ມອີກວ່າ: ປີຜ່ານມານັກທ່ອງທ່ຽວຈາກ ສປປ ລາວ ເດີນທາງເຂົ້າໄປທ່ອງທ່ຽວໃນປະເທດໄທ ມີຕົວເລກສູງເຖິງ 1,7 ລ້ານເທື່ອຄົນ ເຊິ່ງຖ້າທຽບໃສ່ຈໍານວນປະຊາຊົນແລ້ວ ຖືວ່າເປັນຕົວເລກທີ່ສູງທີ່ສຸດໃນບັນດາປະເທດອາຊຽນ ແລະ ໃນຂະນະດຽວກັນ ນັກທ່ອງທ່ຽວຈາກປະເທດໄທ ເດີນທາງມາທ່ອງທ່ຽວ ສປປ ລາວ ກໍມີຈໍານວນຫຼາຍຂຶ້ນເຊັ່ນກັນ.

ໃນງານຄັ້ງນີ້ຍັງມີການຈັບສະຫຼາກແຈກປີ້ຍົນ ພ້ອມທີ່ພັກຕາກອາກາດໃນປະເທດໄທຫຼາຍລາງວັນໃຫ້ແກ່ແຂກຝ່າຍລາວ ທີ່ເຂົ້າຮ່ວມໃນງານໂດຍມີລາງວັນໃຫຍ່ຄືສ້ອຍຄໍເພັດ ທີ່ມີມູນຄ່າຫຼາຍກວ່າ 10 ລ້ານກີບ. ງານຄັ້ງນີ້ໄດ້ສ້າງຄວາມປະທັບໃຈ ແກ່ຜູ້ເຂົ້າຮ່ວມ ແລະ ປິດທ້າຍດ້ວຍການມ່ວນຊື່ນລໍາວົງສາມັກຄີ.

Comments