ຮ້ານອາຫານແຄມນໍ້າງື່ມ ເກີດດິນເຈື່ອນຊຸພັງເສຍຫາຍໜັກ

ຮ້ານອາຫານແຄມນໍ້າງື່ມ ເມືອງໄຊທານີ ເກີດດິນເຈື່ອນຊຸພັງເສຍຫາຍໜັກຕອນທ່ຽງມື້ນີ້ 16 ສິງຫາ 2019 ໄດ້ເກີດດິນຕະລິ່ງແຄມນໍ້າຊຸພັງເອົາໝົດຮ້ານຊົມວິວຟາກຕະເວັນອອກຫົວຂົວ (ເບື້ອງຈຸດເກັບເງິນເກົ່າ), ໂດຍໃນປັດຈຸບັນແມ່ນຄວາມຂຸ້ນຂ້ຽວຍົກຍ້າຍຮ້ານອາຫານເຮືອແພ ແລະ ຮ້ານແຄມງື່ມຈຸດທີ່ມີຄວາມສ່ຽງ.

ເມື່ອເຫັນເຫດການເກີດຂຶ້ນແບບນີ້ແລ້ວ ປະຊາຊົນທີ່ອາໄສຢູ່ເຂດແຄມແມ່ນໍ້າຕ່າງໆ ຫຼື ອາໄສຢູ່ຈະດສ່ຽງທີ່ຈະເກີດຂຶ້ນກໍຈົ່ງເພີ່ມສະຕິລະວັງຕົວໄວ້.

ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Breaking news

Posted by Lao Youth Radio FM 90.0 Mhz on Friday, August 16, 2019

Comments