ນາຍົກ ຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ເມືອງຕຸ້ມລານ

ໃນຕອນບ່າຍຂອງວັນທີ 13 ສິງຫາ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຮັດວຽກຢູ່ເມືອງຕຸ້ມລານ, ແຂວງສາລະວັນ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຂັ້ນແຂວງ ແລະ ເມືອງ, ພະນັກງານຫຼັກແຫຼ່ງພາຍໃນເມືອງຕຸ້ມລານໃຫ້ການຕ້ອນຮັບ.

ກອ່ນການພົບປະໂອ້ລົມ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ກຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງຈາກທ່ານເຈົ້າເມືອງຕຸ້ມລານ, ຊຶ່ງທ່ານໄດ້ຕີລາຄາວ່າທົ່ວເມືອງຕຸ້ມລານ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊຶ່ງເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມ, ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື້ອງ, ນອກຈາກນັ້ນຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ເມືອງຕຸ້ມລານຂອງພວກເຮົາກຳລັງປະເຊີນ ເປັນຕົ້ນແມ່ນ: ການແຜ່ລະບາດຂອງພະຍາດອະຫິວາໝູອາຟຮີກາ, ການລະບາດຂອງພະຍາດໄຂຍຸ້ງ ແລະ ການເຝົ້າລະຫວັງການລະບາດຂອງພະຍາດໄອໄກ່, ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີກ່ຽວຂ້ອງມີຄຳເຫັນ, ຊີ້ແຈ້ງວິທີການປ້ອງກັນ ແລະ ຕອບໂຕ້ກັບພະຍາດດັ່ງກ່າວ, ພ້ອມດຽວກັນນີ້ທ່ານນາຍົກລັດຖະມົນຕີກໍ່ໄດ້ໂອ້ລົມຕໍ່ພໍ່ແມ່ປະຊາຊົນດ້ວຍຄວາມເປັນຫ່ວງເປັນໃຍ ພ້ອມທັງສະແດງຄວາມຂອບອຸກຂອບໃຈຕໍ່ການນຳຂອງເມືອງ ແລະ ພໍ່ແມ່ປະຊາຊົນທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຕ້ອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຕຸ້ມລານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານນາຍົກລັດຖະມົນຕີທີ່ໄດສະຫຼະເວລາຂອງທ່ານລົງມາຢ້ຽມຢາມໃນຄັ້ງນີ້ດ້ວຍ.

Comments