ນາຍົກ ຢ້ຽມຢາມປະຊາຊົນ ທີ່ຈາກການເປັນຂໍທານ ມາດຳເນີນການຜະລິດກະສິກຳແບບຄົງທີ່ ແລະ ຍືນຍົງ

ຊື່ສຽງດັງກ້ອງທົ່ວຟ້າເມືອງລາວກັບໂຄງການພິກຊີວິດຊາວບ້ານຜູ້ທຸກຍາກໃນເມືອງຈຳພອນ ແຂວງສະຫວັນນະເຂດ ໃຫ້ມີຊີວິດໃໝ່ດ້ວຍການມີວຽກເຮັດງານທຳ ແລະມີອາຊີບ ເຊິ່ງຜ່ານມາມີປະຊາຊົນຈຳນວນຫຼາຍລ້ວນຊື່ນຊົມນ້ຳໃຈເສຍສະຫຼະຂອງ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນ້ຳກ້ອນ-ນ້ຳດື່ມໂລມາຄຳທີ່ໄດ້ສະຫຼະເງິນສ່ວນຕົວຫຼາຍຕື້ກີບໄປຊ່ວຍຊາວບ້ານເຫຼົ່ານັ້ນ.

ໂຄງການພັດທະນາຊີວິດໃໝ່ຂອງຊາວບ້ານຄຳປະແໜ ແລະບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ຈະເວົ້າໄປແລ້ວໄດ້ສິ້ນສຸດໄລຍະການເບິ່ງແຍງຂອງທ່ານເກຍແລ້ວ ແຕ່ໂຄງການ ແລະບັນດາກິດຈະກຳຍັງຕ້ອງດຳເນີນຕໍ່ ເພາະນັ້ນຄືຊີວິດໃໝ່ອາຊີບໃໝ່ຂອງປະຊາຊົນຫຼາຍຮ້ອຍຄົນ.

ເພື່ອເປັນຕົ້ນແບບຂອງການພັດທະນາຄວາມເປັນຢູ່ໃຫ້ແກ່ປະຊາຊົນ ແລະເປັນການສະແດງເຖິງນ້ຳໃຈຄວາມເປັນຫ່ວງເປັນໄຍຈາກລັດຖະບານເຖິງຊາວບ້ານຜູ້ທຸກຍາກໃນວັນທີ 14 ສິງຫາ 2019, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນທີ່ຫັນປ່ຽນອາຊີບຈາກການຂໍທານ ມາດຳເນີນການຜະລິດກະສິກຳແບບຄົງທີ່ ແລະ ຍືນຍົງ, ພາຍໃຕ້ໂຄງການຊ່ວຍເຫຼືອປະຊາຊົນຂອງນັກພັດທະນາດີເດັ່ນແຫ່ງຊາດ ທ່ານ​ ເກຍ​ ອູ໊ສິດທິເດດ​ ທີ່ໄດ້ເສຍສະຫຼະທຶນຮອນຕົນເອງເຂົ້າໃນການຊ່ວຍເຫຼືອປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍງົບ 15 ຕື້ກວ່າກີບ ພ້ອມປະຕິບັດ 18 ໜ້າວຽກ ເຮັດໃຫ້ປະຊາຊົນເຊົາຂໍທານຫັນມາຜະລິດເພື່ອລ້ຽງຊີບ.

ທ່ານ ເກຍ ອູ໋ສິດທິເດດ ໄດ້ກ່າວວ່າ: ການມີສ່ວນຮ່ວມໂຄງການ ລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ, ເມືອງຈຳພອນ ແຂວງສະຫວັນນະເຂດ ໃນໄລຍະ 3 ປີ (2016-2018) ແມ່ນເລີ່ມຕົ້ນຈາກການເຫັນເອກະສານສະເໜີປຸກລະດົມຈາກເຈົ້າເມືອງໆຈຳພອນ ໂດຍຜ່ານການເຫັນດີຈາກທ່ານເຈົ້າແຂວງໆສະຫວັນນະເຂດ, ເບື້ອງຕົ້ນມີ 27 ຄອບຄົວ (ຄົນຂໍທານ)

ຈາກນັ້ນຕົນເອງກໍ່ມີຄວາມສະໝັກໃຈ ຍິນດີເຂົ້າຮ່ວມອົງການຈັດຕັ້ງ ໃນການລົບລ້າງຄວາມທຸກຍາກຂອງປະຊາຊົນ.ຕະຫຼອດໄລະຍະປະກອບສ່ວນ ໄດ້ນຳພາປະຊາຊົນລົງມືເຮັດຕົວຈິງ ໂດຍແນະນຳໃຫ້ເຮັດວຽກຄ້າຍຄືກັບການເຮັດທຸລະກິດຂອງຕົນເອງ, ເຮັດຫຼາຍໆໜ້າວຽກໄປພ້ອມໆກັນ, ເປັນເຈົ້າການ ເພື່ອໃຫ້ເກີດຜົນປະໂຫຍດໂດຍໄວ, ເປັນພື້ນຖານໃຫ້ແກ່ການຜະລິດຫຼາຍສິ່ງຫຼາຍຢ່າງໃຫ້ປະຊາຊົນໄດ້ເປັນເຈົ້າຂອງດ້ວຍຄວາມເຊື່ອ ແລະ ຄວາມເພິ່ງພໍໃຈຂອງເຂົາເຈົ້າ.

ພາຍຫຼັງລົງມືປະຕິບັດໂຄງການໄດ້ບຸກເບີກທີ່ດິນແລ້ວແບ່ງກັນຕາມການຕົກລົງ, ໄດ້ຈັດສັນຕັດຕາຜ້າບ້ານ, ດິນປຸກສ້າງ, ດິນສວນ, ແນວພັນພຶດຫຼາຍຊະນິດ, ນໍ້າສ້າງບາດານ, ໜອງສະໃຫຍ່ລ້ຽງປາ, ດິນນາ, ເຄື່ອງມືຮັບໃຊ້ການອອກແຮງງານ, ເຄື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ຄົວເຮືອນ ແລະ ມີເຮືອນເຄິ່ງຖາວອນ.

ນອກນັ້ນ, ຍັງມີການສ້າງໂຮງຮຽນ, ໂຮງໝໍ, ສາງເກັບມ້ຽນເຂົ້າ, ໂຮງສີເຂົ້າ, ກອງທຶນເຂົ້າ, ກອງທຶນປະກັນສຸຂະພາບ, ຕະຫຼາດນ້ອຍ, ຕໍ່າຫູກ, ໜອງສະໃຫຍ່ລວມຂອງບ້ານ, ຫ້ອງການປົກຄອງບ້ານ, ສະໂມສອນບ້ານ ພ້ອມໂທລະໂຄ່ງຂອງບ້ານ, ມີວັດປະຈຳໝູ່ບ້ານ.

ລູກຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນປົກກະຕິ, ຍາມເຈັບເປັນກໍ່ໄດ້ພາກັນເຂົ້າໂຮງໝໍ, ຍ້ອນມີສິ່ງເອື້ອອຳນວຍດັ່ງກ່າວ ຈຶ່ງເກີດມີພື້ນຖານລາຍຮັບຂອງຄອບຄົວເປັນຕົ້ນແມ່ນ: ມີຮ້ານຂາຍເຄື່ອງຍ່ອຍ, ມີຂາຍສ້ອມແປງລົດຈັກ-ລົດໄຖນາ ແລະ ອື່ນໆ.

ມາຮອດປັດຈຸບັນ ມີ 111 ຄອບຄົວ ໄດ້ເປັນເຈົ້າຂອງກິດຈະການຫຼາຍຢ່າງ ເຊິ່ງທີ່ຜ່ານມາເຂົາເຈົ້າບໍ່ເຄີຍມີ, ຜ່ານມາທາງໂຄງການກໍ່ຍັງໄດ້ໃຫ້ຄວາມສຳຄັນທາງດ້ານນິເວດນຳອີກ, ເພື່ອໃຫ້ເກີດມີຊີວະນາໆພັນ ເປັນເງື່ອນໄຂສະດວກໃຫ້ປະຊາຊົນໄດ້ທຳມາຫາກິນຕາມວິຖີຊີວິດຂອງເຂົາເຈົ້າ.

ທ່ານເກຍກ່າວວ່າ: ຕະຫຼອດໄລຍະ 3 ປີ ມີຫຼາຍພາກສ່ວນຂອງອົງການຈັດຕັ້ງພັກ – ລັດ, ອົງການຈັດຕັ້ງມະຫາຊົນ, ບໍລິສັດ, ຫ້າງຮ້ານ, ໄດ້ສະໜັບສະໜູນເປັນເງິນ ແລະ ວັດຖຸ ມູນຄ່າທັງໝົດ 7 ຕື້ກວ່າກີບ, ທຶນຂອງຄອບຄົວຂ້າພະເຈົ້າ 15 ຕື້ກວ່າກີບ ລວມມູນຄ່າການຊ່ວຍເຫຼືອທັງໝົດ 3 ປີ 22 ຕື້ກວ່າກີບ.

ຜ່ານການນຳພາປະຊາຊົນເຮັດຕົວຈິງມານັ້ນ ໄດ້ເກີດຜົນປະໂຫຍດແກ່ປະຊາຊົນແທ້ ມາຮອດມື້ນີ້ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈທີ່ມີສ່ວນຮ່ວມນຳອົງການຈັດຕັ້ງຂອງພັກ – ລັດ ແລະ ຂໍຢັ້ງຢືນອີກເທື່ອໜຶ່ງວ່າ: ການມີສ່ວນຮ່ວມໃນການຊ່ວຍເຫຼືອປະຊາຊົນຂອງຂ້າພະເຈົ້າໃນຄັ້ງນີ້

ແມ່ນເຮັດດ້ວຍຄວາມຈິງໃຈ, ບໍລິສຸດໃຈ, ບໍ່ມີສິ່ງແອບແຝງໃດໆທັງນັ້ນ, ສິ່ງທີ່ຂ້າພະເຈົ້າເຮັດມານັ້ນມັນໄດ້ເກີດເປັນຮູບປະທຳ, ພຶດທິກຳດັ່ງກ່າວເປັນການອະທິບາຍເຖິງຕົວຕົນຂອງຂ້າພະເຈົ້າ, ພວກເຮົາໄດ້ພ້ອມກັນເຮັດບັນລຸເປົ້າໝາຍ ແລະ ຄາດໝາຍຕາມກຳນົດເວລາໃນ 18 ໜ້າວຽກທີ່ໄດ້ເຊັນໄວ້.

ໃນຄວາມຮູ້ສຶກ ແລະ ຄວາມເຂົ້າໃຈທີ່ຂ້າພະເຈົ້າໄດ້ເຮັດຜ່ານມາ 3 ປີ ເຫັນປະຊາຊົນມີການປ່ຽນແປງແທ້, ທາງດ້ານແນວຄວາມຄິດ ແລະ ການດຳລົງຊີວິດດີຂຶ້ນ, ໃນຕໍ່ໜ້າກ້າວໄປເຖິງບັນລຸເປົ້າໝາຍມາດຕະຖານພົ້ນທຸກ, ຄຳວ່າ ຫາກິນແບບເລື່ອນລອຍ ( ຂໍທານ ) ຂ້າພະເຈົ້າຄິດວ່າຈະກາຍເປັນອະດີດ, ທ່ານ ເກຍ ອູ໋ສິດທີ່ເດດກ່າວປິດທ້າຍ.

Comments