ສື່ອອນລາຍ ຕ້ອງມີຄວາມຮັບຜິດຊອບຕໍ່ເນື້ອໃນທີ່ຕົນເອງນໍາສະເໜີອອກໄປ

ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮຽກຮ້ອງໃຫ້ບັນດາສື່ອອນລາຍຕ້ອງມີຄວາມຮັບຜິດຊອບຕໍ່ເນື້ອໃນທີ່ຕົນເອງໄດ້ນໍາສະເໜີອອກໄປສູ່ສັງຄົມ. ໃນຂະນະດຽວກັນ ກໍຕ້ອງໄປຂຶ້ນທະບຽນຕາມແຈ້ງການທີ່ກະຊວງ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອອກໄປເມື່ອບໍ່ດົນມານີ້ ເພື່ອໃຫ້ການເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ໃນໂອກາດໂອ້ລົມຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 69 ປີ ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 13 ສິງຫາຜ່ານມານີ້, ທ່ານສຈ.ປອ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວເນັ້ນວ່າ: ການທີ່ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປະກາດໃຫ້ບັນດາສື່ອອນລາຍ ເຂົ້າມາຂຶ້ນທະບຽນຢ່າງເປັນທາງການນັ້ນ ບໍ່ແມ່ນການຈໍາກັດສິດເສລີພາບໃນການປາກເວົ້າ ແລະ ການສະແດງຄວາມຄິດຄວາມເຫັນຕ່າງໆ ແຕ່ຢ່າງໃດ ແຕ່ມັນເປັນການເຮັດໃຫ້ສື່ອອນລາຍຕ້ອງມີຄວາມຮັບຜິດຊອບໃນການປາກເວົ້າ ຫຼື ໃນການນຳສະເໜີບັນດາເນື້ອຫາຂອງຕົນອອກໄປສູ່ສັງຄົມ ເພາະທຸກຄົນສາມາດປາກເວົ້າ ແລະ ສະແດງຄວາມເຫັນໄດ້ ແຕ່ຕົນເອງຕ້ອງມີຄວາມຮັບຜິດຊອບໃນສິ່ງທີ່ຕົນເອງເວົ້າ ແລະ ສະແດງຄວາມເຫັນອອກໄປ, ບໍ່ແມ່ນໃສ່ຮ້າຍປ້າຍສີຄົນອື່ນແລ້ວບໍ່ອອກມາສະແດງຄວາມຮັບຜິດຊອບ. ທຸກປະເທດລ້ວນແຕ່ມີກົດໝາຍ, ໃຜເຮັດຜິດກໍ່ຕ້ອງຮັບຜິດຊອບຄວາມຜິດຕໍ່ໜ້າກົດໝາຍ, ໃຜເຮັດຖືກກໍ່ຕ້ອງໄດ້ຮັບການຍ້ອງຍໍຊົມເຊີຍຕໍ່ໜ້າກົດໝາຍ, ເຊັ່ນດຽວກັບປະເທດລາວ ແມ່ນມີກົດໝາຍວ່າດ້ວຍສື່ມວນຊົນທີ່ໄດ້ກໍານົດໄວ້ຢ່າງຈະແຈ້ງແລ້ວວ່າທຸກຄົນມີສິດໂຄສະນາຕ່າງໆຜ່ານພາຫະນະສື່ມວນຊົນ ແຕ່ຕ້ອງມີຄວາມຮັບຜິດຊອບຕໍ່ເນື້ອຫາທັງໝົດທີ່ຕົນເອງໂຄສະນາ ຫຼື ນໍາສະເໜີອອກໄປ, ທຸກຄົນມີປະຊາທິປະໄຕເຕັມສ່ວນ ແຕ່ບໍ່ຄວນໄປແຕະຕ້ອງ ແລະ ລ່ວງລະເມີດປະຊາທິປະໄຕຂອງຄົນອື່ນ ດ້ວຍການໂຄສະນາໃສ່ຮ້າຍປ້າຍສີ ຫຼື ເວົ້າໃນສິ່ງບໍ່ດີໃສ່ຄົນອື່ນ.

ທ່ານ ສຈ.ປອ ບໍ່ແສງຄໍາ ວົງດາລາ ກ່າວຕື່ມວ່າ: ມາຮອດປັດຈຸບັນ ມີສື່ອອນລາຍຈໍານວນຫຼາຍສົມຄວນທີ່ໄດ້ໄປລົງທະບຽນຢ່າງຖືກຕ້ອງແລ້ວ ເພື່ອສະແດງຄວາມຈິງໃຈ ແລະ ສ້າງຄວາມໝັ້ນໃຈແກ່ສັງຄົມຕໍ່ຂ່າວທີ່ຕົນນໍາສະເໜີອອກໄປ. ແຕ່ໃນຂະນະດຽວກັນ ກໍ່ຍັງມີສື່ອອນລາຍຈຳນວນບໍ່ໜ້ອຍທີ່ຍັງບໍ່ທັນມາລົງທະບຽນເທື່ອ.

ດັ່ງນັ້ນ ບັນດາສື່ອອນລາຍທີ່ຍັງບໍ່ທັນໄດ້ມາລົງທະບຽນນີ້ ຄວນຮີບຮ້ອນຕື່ນຕົວໄປລົງທະບຽນໂດຍໄວ ເພື່ອໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍກໍານົດໄວ້.

ສໍາລັບບັນດາ Facebook Page, ເວັບໄຊນຳສະເໜີຂໍ້ມູນຂ່າວ ສານ ຫຼື ສື່ອອນລາຍຕ່າງໆ ທີ່ຕ້ອງການລົງທະບຽນຢ່າງເປັນທາງ ການ ຫຼື ມີຂໍ້ຂ້ອງໃຈຕ່າງໆ ກໍ່ສາມາດຕິດຕໍ່ສອບຖາມໄດ້ທີ່ກົມສື່ມວນຊົນ, ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໝາຍເລກໂທລະສັບ 021 212 420.

ໂດຍ: ບຸນຕຽງ ຈັນທະວົງ

Comments