ສະຖານທູດໄທຈັດກິດຈະກຳຈິດອາສາ “ເຮົາທໍາຄວາມດີ ດ້ວຍຫົວໃຈ”

ວັນທີ 15 ສິງຫາ2019 ທີ່ຜ່ານມາ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍພະນັກງານປະຈໍາສະຖານເອກອັກຄະຣາຊະທູດ, ພະນັກງານທີມປະເທດໄທ ປະຈຳ ສປປ ລາວ ແລະ ຊາວໄທໃນ ສປປ ລາວ ໄດ້ຈັດກິດຈະກໍາຈິດອາສາ “ເຮົາທໍາຄວາມດີ ດ້ວຍຫົວໃຈ” ດ້ວຍການຈັດພິທີມອບເຮືອນຄົວ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ. ໃນພິທີທ່ານເອກອັກຄະຣາຊະທູດ ໄດ້ສົ່ງ-ມອບເຮືອນຄົວ ແລະ ປ້າຍຊື່ໂຮງຮຽນ ເຊິ່ງສະຖານເອກອັກຄະຣາຊະທູດ ໄດ້ສະໜັບສະໜູນງົບປະມານໃນການກໍ່ສ້າງລວມປະມານ 750.000 ບາດ ຫຼື ປະມານ 219.000.000 ກີບ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມໃນພິທີມີທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ,ກິດຈະກຳຄັ້ງນີ້ ເປັນການສານຕໍ່ກິດຈະກຳບຳເພັນສາທາລະນະປະໂຫຍດ ເນື່ອງໃນໂອກາດມະຫາມຸງຄຸນ ພຣະຣາຊະພິທີບໍຣົມຣາຊາພິເສກ ພຸດທະສັກກະຣາດ 2562 ແລະ ວັນສະເຫຼີມພະຊົນມະພັນສາສົມເດັດພຣະນາງເຈົ້າພຣະບໍຣົມຣາຊິນີ ປະຈຳປີພຸດທະສັກກະຣາດ 2562.

 

Comments