ເລັ່ງສ້ອມແປງເສັ້ນທາງເລກທີ​ 13​ ໃຕ້ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນວັນທີ 12 ກັນຍາ 2019 ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງເລັ່ງສຸມໃສ່ໃນການປັບປຸງປົວແປງເສັ້ນທາງເລກທີ​ 13​ ເຂດກິໂລແມັດທີ 11-13​ ບໍລິເວນເຂດທາງເຂົ້າບ້ານສະຜ່າຍ​ ເມືອງຊະນະສົມບູນ​ ແຂວງຈຳປາສັກທີ່ເປ້ເພຈາກໄພນ້ຳຖ້ວມ ເຮັດໃຫ້ເສັ້ນທາງຂາດບາງສ່ວນ.​ ປັດຈຸບັນເຮັດໃຫ້ການສັນຈອນໄປ-ມາໄດ້ແລ້ວ. ​ແຕ່ຍັງມີຄວາມຫຍຸ້ງຍາກໃນການໄປ-ມາ.

​ເຊິ່ງເຈົ້າທີ່ຈະລາຈອນໄດ້ເອົາໃຈໃສ່ໃນການລະບາຍລົດເພື່ອໃຫ້ມີຄວາມສະດວກ ແລະ​ ເປັນລະບຽບຮຽບຮ້ອຍໃນການເດີນທາງ.

Comments