ອາເມລິກາ ຊ່ວຍເຫຼືອ 1 ແສນໂດລາ ໃຫ້ັບຜູ້ປະສົບໄພນ້ຳຖ້ວມ ພາກກາງ-ໃຕ້ ຂອງ ສປປ ລາວ

ທ່ານ ຣີນາ ບິດເຕີ, ເອກອັກຄະລັດຖະທູດຂອງສະຫະລັດອາເມລິກາ ປະຈຳ ສ ປ ປ ລາວ ໄດ້ປະກາດແຈ້ງການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງ ສ ປປ ລາວ ເປັນມູນຄ່າຈຳນວນ 100,000 ໂດລາສະຫະລັດ. ພ້ອມກັນນີ້, ປະຊາຊົນສະຫະລັດອາເມລິກາທຸກຄົນ ມີຄວາມເປັນຫ່ວງເປັນໄຍ ແລະ ພ້ອມທີ່ຈະຊ່ວຍເຫຼືອປະຊາຊົນລາວ ໂດຍສະເພາະໃນໄລຍະທີ່ປະສົບໄພ ດັ່ງກ່າວ.

ໂດຍຜ່ານອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ (USAID)ການຊ່ວຍເຫຼືອໄດ້ແບ່ງອອກເປັນແຕ່ລະໄລຍະ, ເຊິ່ງໃນຂະນະນີ້ແມ່ນກຳລັງດຳເນີນການຈັດຊື້ອາຫານ ແລະ ເຄື່ອງສຸຂະອະນາໄມ ເພື່ອຈັດສົ່ງໃຫ້ຜູ້ປະສົບໄພ ໃຫ້ທ່ວງທັນ.   ເຄື່ອງຊ່ວຍເຫຼືອດັ່ງກ່າວຈະນຳໄປມອບໃຫ້ຄອບຄົວຂອງຜູ້ຖືກກະທົບຈາກນ້ຳຖ້ວມ ທີ່ຍ້າຍມາອາໄສໃນບ່ອນພັກເຊົາຊົ່ວຄາວ, ອາໄສກັບຍາດຕິພີ່ນ້ອງ ແລະ ຜູ້ທີ່ຍັງຕິດຄ້າງຢູ່ໃນເຂດນ້ຳຖ້ວມ. ນອກຈາກນີ້, ສະຫະລັດອາເມລິກາ ຍັງໄດ້ສົ່ງທິມງານຜູ້ຊ່ຽວຊານ ເພື່ອເຮັດວຽກຮ່ວມກັບລັດຖະບານສປປລາວ ໃນການປະເມີນສະຖານະການ ແລະ ຄວາມຕ້ອງການຊ່ວຍເຫຼືອໃນຂົງເຂດປະສົບໄພ. ໃນຕົ້ນອາທິດທີ່ຜ່ານມາ, ໂດຍຜ່ານອົງການ Norwegian People’s Aid, ລັດຖະບານສະຫະລັດອາເມລິກາ ໄດ້ນຳໃຊ້ກອງທຶນ ເກັບກູ້ລະເບີດບໍ່ທີ່ທັນແຕກ (UXO funding) ເພື່ອຊ່ວຍເຫຼືອ ແຈກຢາຍນ້ຳດື່ມ, ອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມ ຢູ່ແຂວງ ສາລະວັນ.

 

Comments