ຂ່າວ ພາຍໃນປະເທດ

ຊົມເຊີຍ!! ທ່ານ ເກຍ ປະທານບໍລິສັດໂລມາຄຳ ໄດ້ຮັບລາງວັນ “ນັກພັດທະນາດີເດັ່ນອາຊຽນ” ປະຈຳ ສປປ ລາວ

ທ່ານເກຍ ອູ໊ສິດທິເດດ ນັກທຸລະກິດ ຜູ້ທີ່ໄດ້ຮັບນາມມະຍົດ “ນັກພັດທະນາດີເດັ່ນແຫ່ງຊາດ” ຈາກການຊ່ວຍເຫຼືອ ແລະ ພັດທະນາສັງຄົມ ໃນຫຼາຍໆປີທີ່ຜ່ານມາ. ທ່ານ​ ເກຍ​ ອູ໊ສິດທິເດດ​ ໄດ້ຮັບລາງວັນ ນັກພັດທະນາດີເດັ່ນອາຊຽນ ປະຈຳ ສປປ ລາວ 2019 ໃນສາຂາ SME Excellence Award – Corporate Social Responsibility ຈັດຂຶ້ນທີ່ໂຮງແຮມ Crown Plaza Vientianໃນວັນທີ 4 ກັນຍາ 2019 ຜ່ານມາ ແລະໃນງານດັ່ງກ່າວຍັງມີບັນດານັກທຸລະກິດ ແລະ ຜູ້ປະກອບການຫຼາຍທ່ານທີ່ໄດ້ຮັບລາງວັນແຕ່ລະສາຂາລວມ 18 ລາງວັນ ທ່ານ ເກຍ ອູ໊ສິດທິເດດ ປະທານບໍລິສັດ ນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ຈຳກັດ ໄດ້ສ້າງສິ່ງດີໆໃຫ້ແກ່ສັງຄົມເປັນຈຳນວນຫຼາຍໂດຍສະເພາະການຊ່ວຍເຫຼືອ ແລະ ພັດທະນາສັງຄົມ ເປັນຕົ້ນແມ່ນເມື່ອບໍ່ນານມານີ້, ໄດ້ທຸ່ມເທທັງສະຕິປັນຍາ, ເຫື່ອແຮງ, ເວລາ ລວມທັງຊັບສິນຈຳນວນມະຫາສານ ເພື່ອປ່ຽນຄວາມຄິດ ແລະ ຫັນປ່ຽນຊີວິດ 400 ກວ່າຄົນ ...

Read More »

6 ເດືອນຜ່ານມາ ສປປ ລາວ ຍັງອາໃສນໍາເຂົ້າຊີມັງຈາກຕ່າງປະເທດ ເພື່ອສະໜອງຄວາມຕ້ອງການພາຍໃນ

ປີ 2018 ຜ່ານມາ ມູນຄ່າການນໍາເຂົ້າຊີມັງລວມທັງໝົດຫຼາຍກວ່າ 107,64 ລ້ານໂດລາສະຫະລັດ. ລວມມູນຄ່າການນໍາເຂົ້າ ຂອງ 7 ເດືອນຕົ້ນປີ 2019 ປະຕິບັດໄດ້ 42,61 ລ້ານໂດລາສະຫະລັດ ສະແດງໃຫ້ເຫັນວ່າ ສປປ ລາວ ຍັງອາໃສການນໍາເຂົ້າຊີມັງຈາກຕ່າງປະເທດ ເພື່ອສະໜອງຄວາມຕ້ອງການພາຍໃນ ເນື່ອງຈາກການຜະລິດພາຍໃນຍັງບໍ່ສາມາດຕອບສະໜອງໄດ້ທັງດ້ານປະລິມານ ແລະ ຄຸນນະພາບ. ອີງຕາມສະຖິຕິປີ 2018 (ຂໍ້ມູນຈາກກຸ່ມຜູ້ຜະລິດຊີມັງ) ສປປ ລາວ ມີໂຮງງານຊີມັງ 13 ແຫ່ງໃນຂອບເຂດທົ່ວປະເທດ ແຕ່ປີ 2013-2015 ມີ 9 ໂຮງງານ ທີ່ມີການເຄື່ອນໄຫວການຜະລິດ ແລະ ຈໍາໜ່າຍ ໃນນັ້ນ ປະກອບມີ ໂຮງງານຊີມັງຫຼວງພະບາງ, ໂຮງງານຊີມັງວັງວຽງຫຼັງ 1,2 ແລະ 3,​ ໂຮງບົດຊີມັງວຽງຈັນ, ໂຮງບົດຊີມັງ BMC ວຽງຈັນ, ໂຮງງງານຊີມັງທ່າແຂກ,​ໂຮງງານຊີມັງສະຫວັນນະເຂດ ແລະ ໂຮງງານຊີມັງສາລະວັນ ຮອດປີ 2016 ເພີ່ມຂື້ນອິກ 3 ໂຮງງານ ປະກອບມີ ໂຮງງານຊີມັງໄຊຍະບູລີ,​ ໂຮງງານຊີມັງຊຽງຂວາງ ...

Read More »

ລັດຖະບານລາວ ຫາລືລ່ວງໜ້າໂຄງການ ໄຟຟ້າພະລັງງານນ້ຳຂອງ ຫຼວງພະບາງ

ແຫຼ່ງຂ່າວຈາກ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ(ຄມສ)  ໃຫ້ຮູ້ວ່າ: ໃນ​ວັນ​ທີ 1 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ, ລັດຖະບານ ສປປ ລາວ ໄດ້ຍື່ນສະເໜີ ເພື່ອດຳເນີນຂະບວນການປຶກສາຫາລືລ່ວງໜ້າ ຢ່າງເປັນທາງການ ກັບ ຄມສ ກ່ຽວກັບການພັດທະນາ ໂຄງການໄຟຟ້າພະລັງງານນ້ຳ-ນ້ຳຂອງ ຫຼວງພະບາງ, ທີ່ຕັ້ງຢູ່ເຂດຕົ້ນນ້ຳ ຂອງໂຄງການເຂື່ອນໄຟຟ້າປາກແບ່ງ ແລະ ບໍລິເວນໃກ້ຄຽງກັບປາຍນ້ຳຂອງ ໂຄງການເຂື່ອນໄຊຍະບູລີ. ໂຄງການນີ້ ຈະມີກຳລັງຕິດຕັ້ງ 1.460 ເມກາວັດ, ຄາດວ່າການກໍໍ່ສ້າງໂຄງການດັັ່ງກ່າວ ຈະລິເລີ່ມໃນປີ 2020 ແລະ ຈະໃຫ້ສຳເລັດ ໃນປີ 2027 ​ເຊິ່ງໄຟຟ້າທີ່ຜະລິດໄດ້ອາດຈະຂາຍໃຫ້ ປະເທດໄທ ຫຼື ຫວຽດນາມ. ທ່ານ ອັນ ພິສ ຮັດດະ ຫົວໜ້າກອງເລຂາ ຄມສ ໄດ້ກ່າວວ່າ: ການ​ຍື່ນ​ສະ​ເໜີ​ເພື່ອ​ດຳ​ເນີນ​ຂະບວນການປຶກສາຫາລືລ່ວງໜ້າ​ນີ້, ລັດຖະບານລາວ ແມ່ນໄດ້ປະຕິບັດພັນທະສຳຄັນ ຢ່າງຄົບຖ້ວນຂອງຕົນ ພາຍໃຕ້ສັນຍາແມ່ນ້ຳຂອງ 1995. ການຍື່ນສະເໜີດັັ່ງກ່າວຈະເປັນການແຈ້ງ ໃຫ້ບັນດາປະເທດສະມາຊິກ ແລະ ມະຫາຊົນຮັບຊາບກ່ຽວກັບຂໍໍ້ມູນລະອຽດ ແລະ ການສຶກສາ ການນຳໃຊ້ນ້ຳຂອງໂຄງການ, ພ້ອມທັງຜົນກະທົບຕ່າງໆ ທີ່ອາດຈະເກີດຈາກໂຄງການດັັ່ງກ່າວ. ການປຶກສາຫາລື ລ່ວງໜ້າ ແມ່ນຂັັ້ນຕອນໜຶ່ງ ໃນລະບຽບການ ຂອງ ຄມສ ໃນການຮ່ວມມືນຳໃຊ້ນ້ຳ ໃນລຳນ້ຳຂອງ ກໍຄື: ລະບຽບການແຈ້ງໃຫ້ຊາບ, ປຶກສາຫາລືລ່ວງຫນ້າ ແລະ ການຕົກລົງ. ພາຍໃຕ້ລະບຽບການດັັ່ງກ່າວ, ບັນດາໂຄງ ການພື້ນ ຖານໂຄງລ່າງ ທີ່ນຳໃຊ້ນ້ຳໃນລຳນ້ຳຂອງ ໃນລະດູແລ້ງ ພາຍໃນອ່າງນ້ຳດຽວກັນ ແລະ ໃນລະດູຝົນລະ ຫວ່າງສອງອ່າງ ...

Read More »

ລັດຖະບານ!!! ຫາລືການກຳນົດຄ່າແຮງງານຂັ້ນຕໍ່າ ເພື່ອໃຫ້ແທດເໝາະກັບລາຍຈ່າຍໃນປັດຈຸບັນ.

ໃນວັນທີ 3 ຕຸລາ 2019 ຜ່ານມາ 3 ອົງການພາກລັດຖະບານ, ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ປະຊຸມຫາລືການກຳນົດຄ່າແຮງງານຂັ້ນຕໍ່າສຸດ ຢູ່ ສປປ ລາວ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານກໍາມະທິການຕາງໜ້າຜູ້ໃຊ້ແຮງງານ ແລະ ທ່ານ ແກຼນ ບັກເລ່ ຜູ້ອຳນວຍການຫ້ອງການອົງການແຮງງານສາກົນ ປະຈຳພາກພື້ນ ຮັບຜິດຊອບ ປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ຜູ້ຕາງໜ້າຈາກອົງການສາມຝ່າຍເຂົ້າຮ່ວມ. ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ: ລາຍໄດ້ ຫຼື ຄ່າແຮງງານຂອງຜູ້ອອກແຮງງານ ແມ່ນປັດໃຈໜຶ່ງທີ່ສຳຄັນໃນການກ້າວສູ່ການບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຢູ່ ສປປ ລາວ ແລະ ຄ່າແຮງງານຍັງເປັນປັດໃຈໜຶ່ງທີ່ຈະສາມາດທັງດຶງດູດແຮງງານລາວ ເຂົ້າສູ່ຕຳແໜງງານ ທັງເປັນປັດໃຈການສົ່ງເສີມການສ້າງຕຳແໜງງານໃນພາກທຸລະກິດ. ປະຈຸບັນ ຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານ ...

Read More »

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່!!! ໃນວັນທີ 28 ກັນຍາ 2019 ຊິເຊໂດ້ ລາວ shiseido laos  ໃດ້ເປີດສາຂາບໍລິການຄວາມງາມແຫ່ງໄຫມ່ທີ່ຊື່ວ່າ Beauty Avenue ຕັ້ງຢູ່ບ້ານອານຸຖະຫນົນສາມແສນໄທ ກົງກັນຂ້າມກັບສູນ Mango, ກ່ອນຮອດທະນາຄານພົງສະຫວັນ ສາຂາ ສີຫອມ , ໂດຍການເຂົ້າຮ່ວມຄັ້ງນີ້ມີທ່ານ Iwakami Katsuishi ປະທານອົງການສົ່ງເສີມການຄ້າຢີ່ປຸ່ນປະຈຳວຽງຈັນ ( JETRO Vientiane )  ທ່ານ ມິກິໂອະ ກຸລະຕະ ປະທານ ບໍລິສັດ ບິວຕີ້ໂພດັກ ຂາອອກ ຂາເຂົ້າ ຈຳກັດ ແລະ ທ່ານນາງ ນົບພະການ ບົວພິມ ເຈົ້າຊອງສູນບໍລິການແຫ່ງດັ່ງກ່າວ ທ່ານແຂກກິດຕິມາສັກ ຍິງ ຊາຍ ຫລາຍທ່ານກໍ່ເຂົ້າຮ່ວມຍິນດີ ຕາງຫນ້າຈາກ ບໍລິສັດ ຊິເຊໂດ້ ປະເທດໄທ ທ່ານ ນັດຖະນັດ ປະຕິສຳພິທາ Senior ...

Read More »

ພິທີຖະແຫຼງຂ່າວງານ “RUN FOR HER” ຊຸບເປິມິນິມາຣາທອນ ຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຄັ້ງທໍາອິດໃນລາວ…

ພິທີຖະແຫຼງຂ່າວງານ “RUN FOR HER” ຊຸບເປິມິນິມາຣາທອນ ທີ່ຈັດຂຶ້ນເປັນປີທໍາອິດ ແຕ່ມີຄົນສົນໃຈ ແລະ ເຂົ້າຮ່ວມຢ່າງລົ້ນຫຼາມ… ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ… ສໍາລັບງານແລ່ນ Run for Her ຊຸບເປີມິນິມາຣາທອນ ເປັນກິດຈະກໍາທີ່ຈັດຂຶ້ນໂດຍ ວາລະສານ ຂວັນໃຈ ອອນລາຍ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນ-ລານແຫ່ງຊາດລາວ ມີຈູດປະສົງ ເພື່ອປູກຈິດສໍານຶກໃຫ້ຄົນໃນສັງຄົມເຫັນຄວາມສໍາຄັນ ...

Read More »

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!! ໃນວັນທີ 28 ກັນຍາ 2019 ຊິເຊໂດ້ ລາວ shiseido laos  ໃດ້ເປີດສາຂາບໍລິການຄວາມງາມແຫ່ງໄຫມ່ທີ່ຊື່ວ່າ Beauty Avenue ຕັ້ງຢູ່ບ້ານອານຸຖະຫນົນສາມແສນໄທ ກົງກັນຂ້າມກັບສູນ Mango, ກ່ອນຮອດທະນາຄານພົງສະຫວັນ ສາຂາ ສີຫອມ , ໂດຍການເຂົ້າຮ່ວມຄັ້ງນີ້ມີທ່ານ Iwakami Katsuishi ປະທານອົງການສົ່ງເສີມການຄ້າຢີ່ປຸ່ນປະຈຳວຽງຈັນ ( JETRO Vientiane )  ທ່ານ ມິກິໂອະ ກຸລະຕະ ປະທານ ບໍລິສັດ ບິວຕີ້ໂພດັກ ຂາອອກ ຂາເຂົ້າ ຈຳກັດ ແລະ ທ່ານນາງ ນົບພະການ ບົວພິມ ເຈົ້າຊອງສູນບໍລິການແຫ່ງດັ່ງກ່າວ ທ່ານແຂກກິດຕິມາສັກ ຍິງ ຊາຍ ຫລາຍທ່ານກໍ່ເຂົ້າຮ່ວມຍິນດີ ຕາງຫນ້າຈາກ ບໍລິສັດ ຊິເຊໂດ້ ປະເທດໄທ ທ່ານ ນັດຖະນັດ ປະຕິສຳພິທາ Senior ...

Read More »

ຂໍສະແດງຄວາມຍິນດີນໍາ! ໜ່ວຍກູ້ໄພ 1623 ໄດ້ຮັບຫຼຽນພຣະຣາຊະທານ ເພື່ອຊ່ວຍສົ່ງເສີມຄວາມສໍາພັນລະຫວ່າງສອງປະເທດໃຫ້ແໜ້ນແຝ້ນຍິ່ງຂຶ້ນ…

ຊົມເຊີຍ!!! ໜ່ວຍກູ້ໄພ 1623 ໄດ້ຮັບຫຼຽນພຣະຣາຊະທານ ເພື່ອຊ່ວຍສົ່ງເສີມຄວາມສໍາພັນລະຫວ່າງສອງປະເທດໃຫ້ແໜ້ນແຝ້ນຍິ່ງຂຶ້ນ… ຊົມເຊີຍ! ຄະນະກູ້ໄພ 1623 ໄດ້ຮັບຫຼຽນພຣະຣາຊະທານ ເມື່ອວັນທີ 26 ກັນຍາ 2019 ຜ່ານມາທີ່ສະຖານທູດໄທ ປະຈໍາລາວ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນປະທານໃນພິທີຮັບພຣະຣາຊະທານເຄື່ອງຣາດຊະອິດສະຣິຍາພອນ ອັນເປັນທີ່ສັນລະເສີນຍິ່ງຊັ້ນຫຼຽນທອງດິເຣກຄຸນາພອນ ຊຶ່ງພຣະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວຊົງພຣະກະລຸນາໂປຣດເກົ້າໂປຣດກະໝ່ອມພຣະຣາຊະທານແກ່ທ່ານ ໄພຈິດ ກ້ອນປະທຸມ ແລະ ທ່ານ ອາເຢັນ ວິຊຸນດາລາ ຈາກມູນນິທິຊ່ວຍເຫຼືອຄົນທຸກຍາກ ຫຼື ກູ້ໄພ 1623 ຜູ້ເຂົ້າຮ່ວມປະຕິບັດການພາລະກິດຄົ້ນຫານັກກິລາເຕະບານເຍົາວະຊົນ ແລະ ຄູຝຶກ ຈຳນວນ 13 ຄົນ ທີ່ຕິດຢູ່ໃນອຸທິຍານຖໍ້າຫຼວງ – ຂຸນນໍ້ານາງນອນ ຈັງຫວັດຊຽງລາຍ ລະຫວ່າງວັນທີ 23 ມິຖຸນາ 2018 – 10 ກໍລະກົດ 2018.   ເຂົ້າຮ່ວມໃນພິທີມີ ພະນັກງານປະຈໍາສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ແລະ ...

Read More »

ເປັນຂ່າວດີ!!! ສະຫະລັດອາເມລິກາສືບຕໍ່ ຮ່ວມມືນຳລັດຖະບານລາວ ໃນການຊ່ວຍເຫຼືອຄົນພິການໃນລາວ…

ເອກອັກຄະລັດຖະທູດ ສ. ອາເມລິກາ ລົງພື້ນຖານກິດຈະກຳໂຄງການຊ່ວຍເຫຼືອຄົນພິການໃນແຂວງຊຽງຂວາງ ໃນຄັ້ງວັນທີ 24-25 ກັນຍາ 2019 ທີ່ຜ່ານມາ, ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສ. ອາເມລິກາ ຮ່ວມກັບ ທ່ານນາງ ໃບຄຳ ຂັດທິຍາ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງພື້ນຖານເບິ່ງໂຄງ ການຊ່ວຍເຫຼືອຄົນພິການ ພາຍໃຕ້ໂຄງການ USAID ໂອກາດ ທີ່ແຂວງຊຽງຂວາງ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ. ອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນອາເມລິກາ ຫຼື USAID. ໂຄງການ USAID ໂອກາດ ໄດ້ເຮັດວຽກຮ່ວມກັບລັດຖະບານລາວ ເພື່ອ ຊ່ວຍໃຫ້ຄົນພິການ ສາມາດມີສ່ວນຮ່ວມ ໃນຊຸມຊົນຂອງພວກເຂົາ ແລະ ສາມາດປະກອບສ່ວນເຂົ້າໃນສັງຄົມໄດ້ເພີ່ມຂຶ້ນ. ທ່ານນາງ ຣີນາ ແລະ ທ່ານນາງໃບຄຳ ໄດ້ເຂົ້າຮ່ວມກິດຈະກຳການປູກຈິດສຳນຶກ ແລະ ການເຮັດວຽກຮ່ວມກັບຊຸມຊົນ ທີ່ບ້ານແກ້ງໝໍ້, ເມືອງຄຳ, ແຂວງຊຽງຂວາງ ເຊິ່ງໄດ້ຖືກຈັດຕັ້ງຂຶ້ນໂດຍ ຜູ້ອຳນວຍຄວາມສະດວກດ້ານການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ຈາກສະມາຄົມ ຄິວລ່າ ...

Read More »

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ໃນລາວ!!! ໃນວັນທີ 28 ກັນຍາ 2019 ທີ່ຜ່ານມາ ທ່ານ ມິກິໂອະ ກຸລະຕະ  ແລະ ທ່ານນາງ ນົບພະການ ບົວພິມ CEO of Beauty Product Import, Export ທັງເປັນ CEO Shiseido Laos  ໄດ້ຈັດງານເປີດ Sheiseido Beauy Center ສາຂາ Beauty Avenue ຢ່າງເປັນທາງການ ເຊິ່ງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອິວາກາມິ ກັດຊຸ່ຍສິ  ຫົວຫນ້າອົງການສະພາການຄ້າຢີ່ປຸ່ນ ປະຈຳລາວ ທ່ານ ນັດຖະນັດ ປະຕິສຳພິທາ Senior Marketing & Brand Strategy Manager, Sheiseido Thailand ແລະ ທ່ານນາງ ແຕ້ວ ນັດທະພອນ ເຕມີຣັກ ...

Read More »