“ໝໍແນ່ງ”ຕົວແທນປະເທດລາວ ຮ່ວມສະແດງຮູບເງົາ ກັບນັກສະແດງຈີນ ຊື່ດັງ…

ເປັນຮູບເງົາເລື່ອງທຳອິດທີ່ຮ່ວມມືກັນສ້າງລະຫວ່າງສອງປະເທດລາວ-ຈີນ, ສ້າງຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນຄົບຮອບ 55 ປີ ແລະ ເປັນຮູບເງົາທີ່ພັນລະນາເຖິງຄວາມຮັກທີ່ສວຍງາມຂອງບ່າວສາວສອງປະເທດອ້າຍນ້ອງລາວ-ຈີນຂອງຄົນສອງລຸ້ນ.

ຍົກໃຫ້ເຫັນເຖິງຄວາມຮັກຄວາມສວຍງາມອັນຍິ່ງໃຫຍ່ຂອງທັງສອງປະເທດອ້າຍນ້ອງລາວ-ຈີນ ແລະ ຍັງສະແດງໃຫ້ເຫັນເຖິງທີວທັດທຳມະຊາດທີ່ສວຍງາມຂອງເມືອງລາວອີກດ້ວຍ.

ຮູບເງົາເລື່ອງນີ້  ຮັບບົດສະແດງນຳໂດຍ ນາງ ຈັນດາລີ ສິດພະໄຊ ( ໝໍແນ່ງ ) ເປັນນັກສະແດງລາວ ຜູ້ທີ່ມີຜົນງານດ້ານການບັນເທິງຫຼາກຫຼາຍຢ່າງຂອງລາວບໍ່ວ່າຈະເປັນນາງແບບ, ນາງເອກຮູບເງົາລາວ, ເປັນພີເຊັນເຕີ້ຫຼາກຫຼາຍສິນຄ້າໃນລາວ, ເຊິ່ງໄດ້ຮ່ວມສະແດງ ນຳນັກສະແດງຂອງ ສປ ຈີນ ຄື:  Mr. Zhiluo Ma , Mr. Haozhen Wang, Miss Xinhua Chen, Mr. Liming, Mr. Xiaorui Zhao,

ຂຽນບົດໂດຍ Mr. Wei Zhou, Mr. Weiting Liu ແລະ ຜູ້ກຳກັບໂດຍ Mr. Tao Jin, Mr. Quanwei Liu,

ສຳລັບສະຖານທີ່ຖ່າຍທຳແມ່ນໄດ້ ສະແດງທັງ ປະເທດລາວ, ຈີນ ແລະ ປະເທດໄທ ຈະຮູ້ສຶກໄດ້ເປັນເໝືອນການເດີນທາງຂອງຈິດວິນຍານ ຈະໄດ້ສຳພັດເຖິງທີວທັດພູມຖານລຳເນົາສອງສະຖານທີ່ລຶກລັບເປັນຄັ້ງທຳອິດໃນຮູບເງົາ ທີ່ແຂວງຫຼວງພະບາງ ແລະ ເຂດສາມຫຼ່ຽມຄຳພາກເໜືອຂອງລາວ.

ຮູບເງົາເລື່ອງນີ້, ຈະເຂົ້າສາຍ  ໃນວັນທີ່ 19 ກັນຍາ 2019  ທີ່ໂຮງຮູບເງົາເມເຈີ້ ແພຼດທິນຳ ພ້ອມກັນທຸກສາຂາທົ່ວປະເທດ.

  

 

 

Comments