ສະຫະພາບເອີຣົບສະໜັບສະໜູນທຶນ 480 ຕື້ກ່ວາກີບ ປັບປຸງໂພຊະນາການຢູ່ລາວ

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຮ່ວມກັນເປີດໂຄງການໃໝ່ ມູນຄ່າ 50 ລ້ານເອີໂຣ ຫຼື 480 ຕື້ກ່ວາກີບ, ຊຶ່ງເປັນໂຄງການສະໜັບສະໜຸນຍຸດທະສາດດ້ານໂພຊະນາການແຫ່ງຊາດຂອງ ສປປ ລາວ ແລະ ແຜນປະຕິບັດງານ ໂດຍມີໄລຍະເວລາຈັດຕັ້ງປະຕິບັດໂຄງການ 4 ປີ (2019-2022). 

ຈຸດປະສົງຂອງແຜນງານນີ້ ແມ່ນເພື່ອປັບປຸງຄຸນນະພາບຂອງການໄດ້ຮັບສານອາຫານ, ເພີ່ມການເຂົ້າເຖີງ ແລະ ຄຸນນະພາບການບໍລິການທີ່ກ່ຽວຂ້ອງກັບໂພຊະນາການ ແລະ ເພື່ອປັບປຸງການບໍລິຫານທີ່ກ່ຽວຂ້ອງກັບໂພຊະນາການໃນປະເທດລາວ ເພາະວ່າຕະຫຼອດໄລຍະ 4 ປີຂອງແຜນງານນີ້ ຈະໃຫ້ການສະໜັບສະໜູນໂດຍກົງຕໍ່ພົນລະເມືອງລາວເພື່ອແກ້ໄຂບັນຫາຄວາມແຕກຕ່າງກັນຂອງການຂາດສານອາຫານໃນຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ໂດຍສຸມໃສ່ສະເພາະກ່ຽວກັບບົດບາດຍິງຊາຍ ແລະ ກຸ່ມຄົນທີ່ດ້ອຍໂອກາດເປັນຕົ້ນຕໍ.

ເຂົ້າຮ່ວມພິທີເປີດແຜນງານສະຫະພາບເອີຣົບ ເພື່ອສະໜັບສະໜູນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ຂອງ ສປປ ລາວ ໃນຄັ້ງນີ້ ມີ ທ່ານຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເນເວັນ ມິມິຊາ, ຜູ້ຕາງໜ້າຂອງຄະນະກໍາມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນຂອງສະຫະພາບເອີຣົບ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ໂດຍ: ບຸນຕຽງ ຈັນທະວົງ

ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດ

Comments