ຂ່າວ ພາຍໃນປະເທດ

ແຂ່ງຂັນກິລານັກຮຽນທົ່ວແຂວງສະຫວັນນະເຂດ ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI

ແຂ່ງຂັນກິລານັກຮຽນທົ່ວແຂວງສະຫວັນນະເຂດ ປະຈຳເຂດ 6 ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ພິທີເປີດງານແຂ່ງຂັນກິລານັກຮຽນສາມັນທົ່ວແຂວງສະຫວັນນະເຂດ ປະຈໍາເຂດ 6 ສົກຮຽນ 2021-2022 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໜາມກິລາແຂວງ (ຫຼັກ4) ງານແຂ່ງຂັນກິລາຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມສາມັກຄີມິດຕະພາບ ແລະ ພັດທະນາເຍົາວະຊົນ-ຊາວໜຸ່ມທາງດ້ານແນວຄິດ ແລະ ສຸຂະພາບໃຫ້ມີນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມຟົດຟື້ນ, ນໍາເອົາການກິລາເປັນກິດຈະກໍາສົ່ງເສີມພະລັງຂອງຄົນຮຸ່ນໜຸ່ມ, ໃຫ້ເຊື່ອມສານຈິດໃຈແຫ່ງຄວາມສາມັັກຄີ, ມິດຕະພາບ, ເພື່ອສຸຂະພາບ. (ທ່ານ ແກ່ນຕາ ສຸວົງເດືອນ) ແລະ ເພື່ອຄັດເລືອກເອົານັກກິລາທີ່ດີເດັ່ນຂອງແຕ່ລະເມືອງໃນ 14 ຕົວເມືອງ, 1 ນະຄອນ ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ງານແຂ່ງຂັນກິລານັກຮຽນມັດ ທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ. ຄາດວ່າພາຍໃນເດືອນພະຈິກ ຫາເດືອນທັນວາ 2022 ຈະມີການກະກຽມຕົວນັກກິລາເຂົ້າຮ່ວມງານແຂ່ງ ຂັນກິລາແຫ່ງຊາດ. (ທ່ານ ສົມສິດ ຫວັນນະບົວທອງ) ຂ່າວ: ສະຫວັນນະເຂດ

Read More »

ຫວຽດນາມ ເປີດສູນສື່ມວນຊົນ ຊີເກມ ຄັ້ງທີ31

ວັນທີ 9 ພຶດສະພາ 2022, ຫວຽດນາມ ​​ເປີດສູນສື່ມວນຊົນ (MPC) ແລະ ສູນໂທລະພາບ ສາກົນ (IBC) ຂອງງານມະຫາກຳ ກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ ຄັ້ງທີ 31 (SEA Games 31)ຢ່າງເປັນທາງການ ຢູ່ສູນກອງປະຊຸມ ແຫ່ງຊາດ ນະຄອນຫລວງ ຮ່າໂນ້ຍ.​ ໂດຍສູນສື່ມວນຊົນ ດັ່ງກ່າວ ຈະຮັບໜ້າທີ່ ສ້າງທຸກເງື່ອນ ໄຂສະດວກ ເພື່ອໃຫ້ ພະນັກງານ, ນັກຂ່າວ ເຮັດວຽກຢູ່ SEA Games 31 ຄື: ສະໜອງ, ໜູນຊ່ວຍ ບັນດາການບໍລິການ ຮັບໃຊ້ການໃຫ້ຂ່າວຂອງນັກຂ່າວ; ລະບົບ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ຂຸດຄົ້ນ ແລະ ສົ່ງຂ່າວ, ພາຫະນະ ໄປມາ; ຈັດກອງປະຊຸມ ຂ່າວສະໜອງຂໍ້ມູນ, ຈັດການ ສຳພາດ ເມື່ອມີຄວາມຮຽກຮ້ອງ. ສູນຜະລິດຂ່າວ ງານມະຫາກຳ ກິລາ (ດ້ວຍພາສາ ...

Read More »

ການຖິ້ມຂີ້ເຫຍື້ອຍຊະຊາຍຕາມແຄມທາງເປັນປັນຫາໜ້າຫ່ວງ ວອນທຸກພາກສ່ວນຄວນຮ່ວມມືກັນແກ້ໄຂຢ່່າງຈິງຈັງ

ການຖິ້ມຂີ້ເຫຍື້ອຍຊະຊາຍຕາມແຄມທາງເປັນປັນຫາໜ້າຫ່ວງ ວອນທຸກພາກສ່ວນຄວນຮ່ວມມືກັນແກ້ໄຂຢ່່າງຈິງຈັງ. ການຖິ້ມຂີ້ເຫຍື້ອແຄມທາງຫຼວງເລກທີ 13 ໃຕ້ ກາຍເປັນບັນຫາທີ່ຄວນເອົາໃຈໃສ່ຢ່າງຮີບດ່ວນ ຖ້າພວກເຮົາບໍ່ ຢາກເຫັນແຕ່ຖົງຢາງ ກະຕຸກປລາສຕິກຢັ່ງຢາຍປານກອງຂີ້ເຫຍື້ອຢູ່ຕາມສອງຟາກທາງແຕ່ເຫນືອຮອດໃຕ້. ການສົ່ງເສີມການທ່ອງທ່ຽວຂອງລັດຖະບານທີ່ຖືເປັນບູລິມະສິດນັ້ນ ກໍຄົງສ້າງຄວາມຜິດຫວັງ ບໍ່ຫນ້ອຍເມື່ອນັກທ່ອງທ່ຽວເດີນທາງດ້ວຍລົດຕາມເສັ້ນທາງ ແລ້ວເຫັນກອງຂີ້ເຫຍື້ອຖົງຢາງ ແລະ ກະຕຸກ ປລາສຕິກຢັ່ງຢາຍຕາມເສັ້ນທາງ ເຊິ່ງບໍ່ແມ່ນສິ່ງທີ່ເຂົາເຈົ້າປາຖະຫນາຢາກເຫັນເມື່ອມາຢ້ຽມຢາມພວກເຮົາ ບໍ່ຕ່າງຫຍັງກັບວ່າ ເຮົາເຊີນແຂກມາບ້ານ ແຕ່ເຮືອນບໍ່ມ້ຽນມັດ. ການຖິ້ມຂີ້ເຫຍື້ອຊະຊາຍນີ້ ແມ່ນເກີດຂຶ້ນໄດ້ແນວໃດ? ແລ້ວເຮົາສາມາດເຮັດຫຍັງໄດ້ແດ່? ຜ່ານມາມີບົດສໍາຫຼວດຫຼາຍສະບັບຂອງທາງພາກລັດ ແລະ ອົງການພັດທະນາຕ່າງໆ ສາມາດສະຫຼຸບໄດ້ວ່າ ສາເຫດຂອງການຖິ້ມຂີ້ເຫຍື້ອຊະຊາຍນັ້ນ ແມ່ນຂາດການບໍລິການ ການເກັບຂີ້ເຫຍື້ອຢ່າງທົ່ວເຖິງ ຕົວຢ່າງ ຢູ່ ນະຄອນຫຼວງວຽງຈັນ ການບໍລິການເກັບຂີ້ເຫຍື້ອກວມເອົາບໍ່ຮອດ 60% ຂອງພື້ນທີ່ ຫຼື ທົ່ວເຖິງແລ້ວ ປະຊາຊົນບໍ່ສາມາດ ຫຼື ບໍ່ຢາກຈ່າຍຍ້ອນຄ່າບໍລິການຂ້ອນຂ້າງສູງ, ຄວາມມັກງ່າຍ ແລະຂາດຈິດສໍານຶກຂອງປະຊາຊົນບາງກຸ່ມ ກໍແມ່ນສາເຫດຕົ້ນຕໍ່ ແລະ ຍັງມີສາເຫດອື່ນໆ. ພວກເຮົາຄວນເຮັດແນວໃດ ເພື່ອແກ້ໄຂບັນຫານີ້? ການເລີ່ມຕົ້ນຈາກການ ປູກຝັງຈິດສໍານຶກ ຄຽງຄູ່ກັບການບັງໃຊ້ກົດລະບຽບກົດຫມາຍທີ່ກ່ຽວຂ້ອງ ເຊັ່ນ ການປັບໃຫມຜູ້ຖິ້ມຂີ້ເຫຍື້ອຊະຊາຍທີ່ທາງ ນະຄອນຫຼວງວຽງຈັນໄດ້ຈັດຕັ້ງປະຕິດນັ້ນກໍເຫັນເປັນແບບຢ່າງທີ່ດີ. ການເພີ່ມການບໍລິການເກັບຂີ້ເຫຍື້ອ ຢ່າງທົ່ວເຖິງນັ້ນກໍແມ່ນວຽກງານສໍາຄັນຂອງລັດຖະບານທີ່ຈະຕ້ອງພິຈາລະນາໃນການລົງທຶນຫຼາຍຂຶ້ນ.ເມື່ອພວກເຮົາບໍ່ໃຫ້ປະຊາຊົນຖິ້ມຊະຊາຍ ຫຼື ຈູດຂີ້ເຫຍື້ອນັ້ນ ກໍຈະສາມາດເຮັດໄດ້ໃນເມື່ອທີ່ທາງພາກສ່ວນທີ່ກ່ຽວຂ້ອງສາມາດຕອບສະຫນອງການບໍລິການເກັບມ້ຽນຂີ້ເຫຍື້ອຢ່າງທົ່ວເຖິງ ຖ້າບໍ່ດັ່ງນັ້ນປະຊາຊົນກໍ່ບໍ່ມີທາງເລືອກ ...

Read More »

ບໍລິສັດ ລ້ານຊ້າງ ມິເນໂຣນ ມອບອາກອນກຳໄລຈາກການຜະລິດຄຳ ແລະ ທອງກວ່າ 13 ລ້ານໂດລາ ໃຫ້ຖະບານລາວ

ບໍລິສັດ ລ້ານຊ້າງ ມິເນໂຣນ ລິມິເຕັດ (ລຊມລ) ໄດ້ມອບອາກອນກຳໄລຈຳນວນ 13,3 ລ້ານກວ່າໂດລາ ຈາກການຜະລິດຄຳ ແລະ ທອງ ໃນສົກປີ 2021 ຊຶ່ງລວມເປັນລາຍຮັບທັງໝົດທີ່ໄດ້ມອບໃຫ້ແກ່ລັດຖະບານລາວ ໃນສົກປີ 2021 ຈໍານວນ 40,84 ລ້ານກວ່າໂດລາ (ໃນນັ້ນລວມມີ ອາກອນກຳໄລ, ຄ່າຊັບພະຍາກອນແຮ່ທາດ, ເງິນປັນຜົນ, ແລະ ພັນທະອື່ນໆ). ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ຜ່ານມາ ທີ່ກົມສ່ວຍສາອາກອນ ກະຊວງການເງິນ. ທ່ານ ສະໝານ ອະເນກາ ໄດ້ກ່າວວ່າ: “ບໍລິສັດ ລຊມລ ໃນຖານະທີ່ເປັນຄູ່ຮ່ວມງານທີ່ຍາວນານ ທັງເປັນຜູ້ເສຍອາກອນລາຍໃຫຍ່ ໃຫ້ແກ່ ສປປ ລາວ. ໂຄງການຄຳ-ທອງ ເຊໂປນ ຍັງຈະສືບຕໍ່ຂະຫຍາຍຕົວ, ໃນຖານະທີ່ເປັນວິສາຫະກິດຂຸດຄົ້ນບໍ່ແຮ່ໃນ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນກຽດຕິສັກໃນລະດັບ A (+) ຕະຫຼອດມາ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ໂຄງການຄຳ-ທອງ ເຊໂປນ ກຳລັງດໍາເນີນການສ້າງອຸໂມງສຳຫຼວດບໍ່ແຮ່ໃຕ້ດິນ ແບບມືອາຊີບທີ່ທັນສະໄໝແຫ່ງທຳອິດ ໃນ ...

Read More »

ແຈ້ງການ! ເຫັນດີໃຫ້ ເຂົ້າ-ອອກ ປະເທດໄດ້ ທຸກດ່ານສາກົນ ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ ເລີ່ມ 9 ພຶດສະພານີ້

ແຈ້ງການ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 627 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ07. 5.2022 ເລື່ອງ: ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນ່ ປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ການຕົກລົງ ແລະ ຊີ້ນໍາ ຂອງລັດຖະບານ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້: ເຫັນດີໃຫ້ຜ່ອນຜັນມາດຕະການໃນການເຂົ້າ-ອອກ ສປປ ລາວ ດັ່ງນີ້: 1) ເປີດດ່ານສາກົນທຸກດ່ານ ສໍາລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ. 2) ອະນຸຍາດໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ (VISA) ກັບ ສປປ ລາວ ແບບສອງຝ່າຍຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈໍາເປັນຕ້ອງຂໍVISA. 3) ສໍາລັບພົນລະເມືອງຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນ VISA ກັບ ສປປ ລາວ ແມ່ນ ສາມາດຂໍ VISAຈາກສະຖານທູດ, ...

Read More »

ຂໍສະແດງຄວາມຍິນດີ ກັບຜູ້ໂຊກດີຄົນທຳອິດທີ່ໄດ້ຮັບລົດຈັກ Honda Wave 100 ກັບ M-150

ຂໍສະແດງຄວາມຍິນດີ ກັບຜູ້ໂຊກດີຄົນທຳອິດທີ່ໄດ້ຮັບລົດຈັກ Honda Wave 100 ກັບ M-150 ໃຫ້ໂຊກ 2ຊັ້ນ ຈາກແຂວງ ສະຫວັນນະເຂດ ຢ່າຄອຍຖ້າ ເພາະວ່າ M-150 ຍັງແຈກ ແຈກ ແຈກ ຢ່າງຕໍ່ເນື່ອງ ດື່ມກັນເລີຍ ເພາະທ່ານກໍ່ອາດເປັນຜູ້ໂຊກດີຄົນຕໍ່ໄປ M150LAOS #ບໍ່ມີລີມິດດ້ວຍພະລັງM150 #M150ໃຫ້ໂຊກ2ຊັ້ນ #ແຕ້ມເອັມລາວ

Read More »

ອິນເດຍ (RBI) ປັບຂຶ້ນອັດຕາດອກເບ້ຍຢືນຢັນວ່າວິທີນີ້ເໝາະສົມໃນການໃຊ້ກະກັດກັ້ນເງິນເຟີ້.

ທະນາຄານກາງອິນເດຍ (RBI) ປັບຂຶ້ນອັດຕາດອກເບ້ຍຢືນຢັນວ່າວິທີນີ້ເໝາະສົມໃນການໃຊ້ກະກັດກັ້ນເງິນເຟີ້. ເມື່ອວັນທີ 4 ພຶດສະພາທີ່ຜ່ານມານີ້, ທະນາຄານກາງອິນເດຍ (RBI) ໄດ້ປະກາດປັບຂຶ້ນອັດຕາດອກເບ້ຍຊື້ຄືນພັນທະບັດ (repo rate) 0,40% ສູ່ລະດັບ 4,40% ໃນກອງປະຊຸມ ໂດຍລະບຸວ່າ ເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໄດ້ສ້າງແຮງກົດດັນຕໍ່ເສດຖະກິດຂອງປະເທດ. ອັດຕາຜົນຕອບແທນພັນທະບັດລັດຖະບານອິນເດຍອາຍຸ 10 ປີເພີ່ມຂຶ້ນທີ່ລະດັບ 7,41% ຫຼັງຈາກທະນາຄານກາງປະກາດປັບຂຶ້ນອັດຕາດອກເບ້ຍໄດ້ບໍ່ດົນ. ທ່ານ ຊັດຕິຄານຕາ ຄາສ ຜູ້ວ່າການທະນາຄານກາງອິນເດຍກ່າວວ່າ ຄະນະກຳມະການກຳນົດນະໂຍບາຍຂອງທະນາຄານກາງອິນເດຍໄດ້ພິຈາລະນາເຖິງທ່າອ່ຽງເງິນເຟີ້ ແລະ ຊີ້ໃຫ້ເຫັນວ່າ ການປັບຂຶ້ນອັດຕາດອກເບ້ຍເພື່ອສະກັດກັ້ນເງິນເຟີ້ ຖືວ່າເປັນເລື່ອງທີ່ເໝາະສົມ. ນອກຈາກນີ້, ຄະນະກຳມະການກຳນົດນະໂຍບາຍຂອງທະນາຄານກາງອິນເດຍຍັງເຫັນວ່າ ການໃຊ້ນະໂຍບາຍການເງິນເພື່ອຮັບມືກັບວິກິດການໃນປັດຈຸບັນຈະຊ່ວຍສ້າງສະຖຽນລະພາບດ້ານການເງິນລະດັບມະຫາພາກ ທ່າມກາງຕະຫຼາດການເງິນທີ່ແປປ່ວນຫຼາຍຂຶ້ນໃນຂະນະນີ້. ຂໍ້ມູນ: ປະຊາຊົນ

Read More »

ລົດໄຟຟ້າ ກາຍເປັນທາງເລືອກໃໝ່ ໃນສະພາບນ້ຳມັນແພງທົ່ວໂລກ

ວັນທີ4ພຶດສະພານີ້, ລາຄາ​ ນ້ຳມັນ ​ເຊື້ອ​ໄຟທີ່​ເພີ່ມ​ສູງ​ຂຶ້ນ​ທົ່ວ​ໂລກ​ເຮັດ​ໃຫ້ ລົດ​ໄຟຟ້າ ກາຍ​ເປັນ​ທາງ​ເລືອກ​ໃໝ່ ​ໃນ​ຍຸກ​ນນ້ຳ​ແພງ ​ໂດຍ​ສະ​ເພາະຊາວບຣາຊິນຈຳນວນ​ຫລາຍ ຫັນ​ໄປ​ໃຊ້​ລົດຖີບໄຟຟ້າ ​ແລະ ລົດ​ໄຟຟ້າ ທີ່​ເປັນ​ ພະລັງງານ​ສະອາດ ​ເພີ່ມ​ສູງ​ຂຶ້ນ 27% ​ເມື່ອ​ທຽບ​ໃສ່​ ປີ​ກາຍ ​ແລະ ຄາດ​ວ່າປີ​ນີ້ຍອດ​ຈຳໜ່າຍລົດ​ໄຟຟ້າ ​ຈະ​ຂະຫຍາຍຕົວເພີ່ມ​ຂຶ້ນ​ເຖິງ50% ​ໂດ​ຍລົດຖີບ ​ໄຟຟ້າ​ໄດ້​ຮັບ​ຄວາມ​ນິຍົມເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງຍ້ອນ​ລາຄານ້ຳມັນ​ແພງ​ ເຮັດ​ໃຫ້​ຊາວບຣາຊິນ ຕ່າງ​ພາກັນຢຸດ​ໃຊ້​ລົດພະລັງງານເຊື້ອ​ເພີງ ​ແລະ ​ຫັນ​ມາ​ໃຊ້​ລົດ​ໄຟຟ້າແທນໃນການ​ຂັບ​ຂີ່ໃນ​ຊີວິດ​ປະຈຳ​ວັນ. ຂໍ້ມູນ: ປະເທດລາວ

Read More »

ເດືອນເມສາ ອັດຕາເງິນເຟີ້ເພີ່ມຂຶ້ນ 9,9% ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ສູນສະຖິຕິແຫ່ງຊາດ ເຜີຍແຜ່ບົດບາຍງານ ສະພາບອັດຕາເງິນເຟີ້ອັດຕາເງິນເຟີ້ ປະຈຳເດືອນເມສາ 2022 ວ່າ: ສະພາບອັດຕາເງິນເຟີ້ລວມ ເດືອນເມສາ 2022 ທຽບກັບ ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 9,9% ຊຶ່ງເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາຍເຫດສໍາຄັນມາຈາກການເພີ່ມຂຶ້ນຂອງ ພະລັງງານໃນຕະຫຼາດໂລກ ຈາກສະຖານະການຄວາມຂັດແຍ່ງລະຫວ່າງລັດເຊຍ ແລະ ຢູເຄຣນ, ສົ່ງຜົນໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ພາຍໃນປະເທດປັບເພີ່ມຂຶ້ນ 86,3%. ເຖິງຢ່າງໃດກໍຕາມ ລັດຖະບານກໍໄດ້ທີມາດຕະການຄຸ້ມຄອງ ເພື່ອຊ່ວຍເຫຼືອຄ່າຄອງຊີບໃຫ້ແກ່ປະຊາຊົນເປັນໄລຍະຢ່າງຕໍ່ເນື່ອງ, ລາຄາສິນຄ້າໃນໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ແມ່ນປັບຕົວເພີ່ມຂຶ້ນເຊັ່ນກັນ ໂດຍສະເພາະແມ່ນເຂົ້າຈີ່ ແລະ ທາດແປ້ງ, ຊີ້ນ, ປາ ແລະ ອາຫານທະເລ, ນົມ ເນີຍ, ໄຂ່, ນ້ຳມັນພືດ, ໝາກໄມ້, ຜັກສົດ ແລະ ເຄື່ອງປຸງແຕ່ງອາຫານ ເນື່ອງຈາກຕົ້ນທຶນການຜະລິດເພີ່ມຂຶ້ນ ນອກນັ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 16,3% ໂດຍສະເພາະແມ່ນປະເພດວັດຖຸມີຄ່າ ເຊັ່ນ: ຄຳສຳເລັດຮູບ ເພີ່ມຂຶ້ນ 36,8%. ຂໍ້ມູນ:ສູນສະຖິຕິແຫ່ງຊາດ

Read More »

ເຊັນບົດບັນທຶກຄວາມເຂົ້າໃຈຂອງສາມຝ່າຍ ເພື່ອກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ບໍລິສັດ ລັດວິສາຫະກິດລາວເດີນອາກາດ (ຈົດທະບຽນ) ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ. ຈຸດປະສົງຂອງການຮ່ວມມື 3 ຝ່າຍ ຄັ້ງນີ້ ເພື່ອປັບປຸງທຸລະກິດຂອງບໍລິສັດໃຫ້ໄດ້ເງື່ອນໄຂ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບ ລັດວິສາຫະກິດ ລາວເດີນອາກາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການອອກຈຳໜ່າຍຮຸ້ນຄັ້ງທຳອິດໃຫ້ສຳເລັດ (Initial Public Offering: IPO) ແລະ ສາມາດເຂົ້າຈົດທະບຽນເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ ແລະ ຈະຊ່ວຍໃຫ້ການຮ່ວມມືຂອງທັງສາມຝ່າຍ. ເພື່ອເປັນອີກແຮງໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ຕະຫຼາດທຶນມີສີສັນຍິ່ງຂຶ້ນຕື່ມ. ການກະກຽມຄວາມພ້ອມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ ເພື່ອໃຫ້ມີເງື່ອນໄຂເຂົ້າລະດົມທຶນຜ່ານຕະຫຼາດທຶນລາວ ເພື່ອໃຫ້ວິສາຫະກິດລາວມີການເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ທັງເປັນການພັດທະນາຕະຫຼາດທຶນລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ” (ທ່ານ ນາງ ຟອງຈິນດາ ແສງສຸລິວົງ) ຂໍ້ມູນ:ປະຊາຊົນ

Read More »