ບໍລິສັດ ລ້ານຊ້າງ ມິເນໂຣນ ລິມິເຕັດ (ລຊມລ) ໄດ້ມອບອາກອນກຳໄລຈຳນວນ 13,3 ລ້ານກວ່າໂດລາ ຈາກການຜະລິດຄຳ ແລະ ທອງ ໃນສົກປີ 2021 ຊຶ່ງລວມເປັນລາຍຮັບທັງໝົດທີ່ໄດ້ມອບໃຫ້ແກ່ລັດຖະບານລາວ ໃນສົກປີ 2021 ຈໍານວນ 40,84 ລ້ານກວ່າໂດລາ (ໃນນັ້ນລວມມີ ອາກອນກຳໄລ, ຄ່າຊັບພະຍາກອນແຮ່ທາດ, ເງິນປັນຜົນ, ແລະ ພັນທະອື່ນໆ).
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ຜ່ານມາ ທີ່ກົມສ່ວຍສາອາກອນ ກະຊວງການເງິນ. ທ່ານ ສະໝານ ອະເນກາ ໄດ້ກ່າວວ່າ: “ບໍລິສັດ ລຊມລ ໃນຖານະທີ່ເປັນຄູ່ຮ່ວມງານທີ່ຍາວນານ ທັງເປັນຜູ້ເສຍອາກອນລາຍໃຫຍ່ ໃຫ້ແກ່ ສປປ ລາວ.
ໂຄງການຄຳ-ທອງ ເຊໂປນ ຍັງຈະສືບຕໍ່ຂະຫຍາຍຕົວ, ໃນຖານະທີ່ເປັນວິສາຫະກິດຂຸດຄົ້ນບໍ່ແຮ່ໃນ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນກຽດຕິສັກໃນລະດັບ A (+) ຕະຫຼອດມາ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ໂຄງການຄຳ-ທອງ ເຊໂປນ ກຳລັງດໍາເນີນການສ້າງອຸໂມງສຳຫຼວດບໍ່ແຮ່ໃຕ້ດິນ ແບບມືອາຊີບທີ່ທັນສະໄໝແຫ່ງທຳອິດ ໃນ ສປປ ລາວ.
ພ້ອມດຽວກັນນີ້, ບໍລິສັດ ລຊມລ ກໍຍັງສືບຕໍ່ ສົ່ງເສີມທຸລະກິດທ້ອງຖິ່ນພາຍໃນປະເທດເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ, ບໍລິສັດສະຫວັນ ໂລຈີສຕິກ ແລະ ແຫຼ່ງທຸລະກິດ-ບໍລິການພາຍໃນປະເທດອື່ນໆ ຊຶ່ງໄດ້ສົ່ງຜົນໃຫ້ມີກະແສເງິນສົດໝູນວຽນຢ່າງຕໍ່ເນື່ອງຢູ່ພາຍໃນປະເທດ ທີ່ໄດ້ຈາກກິດຈະການຂອງ ບໍ່ຄຳ-ທອງເຊໂປນ”.
ນັບຕັ້ງແຕ່ເລີ່ມດຳເນີນງານໃນປີ 2003, ລຊມລ ໄດ້ປະກອບສ່ວນຫຼາຍກວ່າ 1,6 ຕື້ໂດລາ ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ລວມທັງອາກອນກຳໄລ ຫຼາຍກວ່າ 827 ລ້ານໂດລາ ມອບໃຫ້ລັດຖະບານ ສປປ ລາວ.
ຂໍ້ມູນ: ປະຊາຊົນ