ຂ່າວ ພາຍໃນປະເທດ

ທ່ານ ທອງລຸນ ສີສຸລິດລົງຊຸກຍູ້ວຽກງານ ເຂດດ່ານສາກົນທ່າບົກທ່ານາແລ້ງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ເຂດບົກທ່ານາແລ້ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໃນວັນທີ 29 ມິຖຸນາ 2022 ນີ້ ເພື່ອຊຸກຍູ້ໃຫ້ກຳລັງໃຈຜູ້ລົງທຶນ ແລະພະນັກງານພາຍໃນເຂດ ເຊິ່ງເປັນຂະແໜງເສດຖະກິດໃໝ່ຂອງປະເທດເຮົາໃຫ້ຫ້າວຫັນສ້າງສາພັດທະນາໃຫ້ກາຍເປັນແຫຼ່ງລາຍຮັບສຳຄັນຂອງປະເທດເຮົາຕໍ່ໄປ. ໂອກາດນີ້ ທ່ານຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນ ໂລຈິດສຕິກພາກ ໄດ້ລາຍງານໂຄງການທ່າບົກ-ທ່ານາເເລ້ງ ເຂດໂລຈິດສະຕີກວ່າ: ທ່າບົກທ່ານາແລ້ງແມ່ນໂຄງການຫນື່ງທີ່ເປັນສ່ວນປະກອບຂອງໂຄງການລາວໂລຈິດສຕິກລີ້ງ ເຊີ່ງໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກປີ2020 ເເລະກໍ່ສ້າງສໍາເລັດພ້ອມທັງເປີດນໍາໃຊ້ໃນວັນທີ4 ທັນວາ 2021 ໂດຍເເບ່ງອອກເປັນ2ເຂດຄື: ເຂດໂລຈິດສຕິກມີເນື້ອທີ່327ເຮັກຕາ ເເລະເຂດທ່າບົກມີເນື້ອທີ່ 90ເຮັກຕາ ປະຈຸບັນກໍາລັງພັດທະນາໃນເຂດທ່າບົກສໍາເລັດເເລ້ວ90% ເເລະຈະໃຫ້ສໍາເລັດຮ້ອຍສ່ວນຮ້ອຍໃນອີກ3ເດືອນຕໍ່ຫນ້າ. ໂອກາດນີ້ ທ່ານຈັນທອນ ສິດທິໄຊ ຍັງໄດ້ສະເໜີຫຼາຍບັນຫາໃຫ້ທ່ານປະທານປະເທດ ເພື່ອເຮັດໃຫ້ເຂດໂລຊິດສະຕິກກາຍເປັນເຂດສາກົນໃນອະນາຄົດ ໂດຍສະເພາະຢາກສະເໜີລັດຖະບານໃຫ້ຕັ້ງຄະນະກຳມະການໂລຊິດສະຕິກຂຶ້ນມາ ເພື່ອຊ່ວຍຄົ້ນຄວ້າເລື່ອງການຄ້າຊາຍແດນໃນເຂດນີ້ ໃຫ້ເປັນປະຕູດຽວສຳລັບການບໍລິການຂົນສົ່ງສິນຄ້າ ແລະການຄ້າ. ຕໍ່ການສະເໜີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ສຳລັບທ່າບົກທ່ານາແລ້ງແມ່ນໂຄງການທີ່ດີມີຜົນທາງເສດຖະກິດຫຼາຍ ແລະມີເສັ້ນທາງລົດໄຟເປັນທ່າແຮງ ດັ່ງນັ້ນ, ໃຫ້ລັດຖະບານພິຈາລະນາຕັ້ງຄະນະກຳມະການໂລຊິດສະຕິກຂຶ້ນ ບໍ່ເນັ້ນຫຼາຍເອົາແຕ່ພາກສ່ວນກ່ຽວຂ້ອງເປັນຕົ້ນ ກະຊວງໂຍທາທິການ ແລະຂົນສົ່ງ, ກະຊວງການຕ່າງປະເທດ, ...

Read More »

ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນບໍ່ຖືກຕ້ອງ

ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29ປີ, ນັກທຸລະກິດ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ. ຫຼັງກວດພົບເຈົ້າໜ້າທີ່ໄດ້ດຳເນີນການສືບສວນ-ສອບສວນ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມມາດຕາ 285 ແລະ ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017. ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບຖະບຽນວິສະຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງີນຕາ ແລະ ບໍ່ມີມອບພັນທະອາກອນໃຫ້ລັດ, ເຈົ້າຫນ້າທີ່ສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ. ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີສໍາຮອງ: ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ ( ຈໍານວນ 102 ຄັ້ງ ).ເງິນໂດລາ ໂອນອອກຈໍານວນ: 226.332 ໂດລາ ( ຈໍານວນ ...

Read More »

ປັບລາຄາ ຄ່າຜ່ານທາງດ່ວນ ຕາມອັດຕາແລກປ່ຽນ ກີບ/ໂດລາ ເລີ່ມ 01 ກໍລະກົດ

ວັນທີ 28 ມິຖຸນາ 2022 ນີ້ ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ່ 01 ກໍລະກົດ 2022 ຈະໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປະຈຸບັນການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເຫນັງຕີງຂອງອັດຕາແລກປ່ຽນຂອງເງີນກີບ ກັບ ເງີນໂດລາສະຫະລັດ. ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາ ແລກປ່ຽນມີການເຫນັງຕີງຫລາຍ ສະນັ້ນ, ນັບຕັ້ງແຕ່ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນ ໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງີນກີບ ຕາມອັດຕາ ແລກປ່ຽນເງີນກີບ ກັບ ເງີນໂລາສະຫະລັດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃນຄັ້ງວັນທີ 27 ມິຖຸນາ 2022. #TargetMagazine

Read More »

ແຂວງ ຫຼວງນໍ້າທາ ສັ່ງໂຈະກິດຈະການຊົ່ວຄາວປໍ້ານໍ້າມັນ 3 ປໍ້າ

ແຂວງ ຫຼວງນໍ້າທາ ສັ່ງໂຈະກິດຈະການຊົ່ວຄາວປໍ້ານໍ້າມັນ 3 ປໍ້າ ຍ້ອນຂາຍເກີນລາຄາທີ່ລັດກຳນົດ1. ປໍ້ານໍ້າມັນ ສະຕາອອຍ ຫົວຂົວ ຫຼວງນໍ້າທາ 2. ປໍ້ານໍ້າມັນ ສະຕາອອຍ ທົ່ງດີ ຫຼວງນໍ້າທາ 3. ປໍ້ານໍ້າມັນ ສະຕາອອຍ ດອກຄູນ ຫຼວງນໍ້າທາ

Read More »

ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນຂາຍໄດ້ 50%

ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນ (ສະເພາະວັນລັດຖະການ) ຂາຍໄດ້ 50% ນັບແຕ່ວັນທີ 15-24 ມິຖຸນາ 2022 ມີຜູ້ຊຶ້ພັນທະບັດ ຫຼາຍກວ່າ 10,517 ລາຍການ. ແຈ້ງການຂອງທະນາຄານແຫ່ງ ສປປ ລາວ ເລກທີ 200/ຫກ, ລົງວັນທີ 13 ມິຖຸນາ 2012. ພາຍຫຼັງທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມີການອອກຈໍາຫນ່າຍພັນທະບັດ ທຫລ ງວດທີ 1 ວົງເງິນຈໍາຫນ່າຍ 5.000 ຕື້ກີບ ສູ່ມວນຊົນ ຄັ້ງວັນທີ 15 ມີຖຸນາ 2022 ເຫັນວ່າ ພໍ່ແມ່ປະຊາຊົນໄດ້ໃຫ້ຄວາມສົນໃຈຊື້ພັນທະບັດດັ່ງກ່າວຜ່ານ ທະນາຄານທຸລະກິດທີ່ເປັນຕົວແທນຈໍາຫນ່າຍຢ່າງຟົດຟື້ນ ສະແດງອອກຕົວເລກການຈໍາຫນ່າຍພັນທະບັດເປັນເວລາ 8 ວັນລັດຖະການ (ນັບແຕ່ວັນທີ 15-24 ມິຖຸນາ 2022) ສາມາດປະຕິບັດໄດ້ບັນລຸປະມານ 50% ຂອງຍອດຈໍາຫນ່າຍ. ທັງຫມົດ ໂດຍປະກອບມີບຸກຄົນ ແລະ ນິຕິບຸກຄົນໃນຂອບເຂດທົ່ວປະເທດໄດ້ຊື້ພັນທະບັດດັ່ງກ່າວຫຼາຍກວ່າ 10,517 ...

Read More »

ລົດໄຟລາວ-ຫວຽດນາມ ຊຸກຍູ້ ສປປ ລາວ ສູ່ສູນກາງຂົນສົ່ງສິນຄ້າພາກພື້ນ

ໂຄງການທາງລົດໄຟລາວ-ຫວຽດນາມ ເປັນ​ທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ນະ​ຄອນ​ຫລວງ​ວຽງ​ຈັນກັບ​ເມືອງ ວັງ​ແອງຂອງ​ຫວຽດ​ນາມ. ຄາດຄະເນງົບປະມານການກໍ່ສ້າງປະມານ 5 ຕື້ໂດລາສະຫະລັດ. ໂຄງການນີ້ມີຈຸດປະສົງເພື່ອຫັນປ່ຽນ ສປປ ລາວ ໃຫ້ເປັນປະເທດ land-linked ຫຼາຍຂຶ້ນ. ທີ່​ສາ​ມາດ​ສ້າງ​ຄວາມ​ສະ​ດວກ​ການ​ຄ້າ​ ລວມເຖິງການສົ່ງເສີມ ສປປ ລາວ ໃຫ້ເປັນ “ສູນກາງດ້ານຂົນສົ່ງສິນຄ້າ” ຄາດ​ວ່າ​ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ ເດືອນ​ພະຈິກ 2022, ​ແຕ່​​ຍັງ​ບໍ່​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ. ຈຸດ​ສຳຄັນ​ແມ່ນ​ທາງ​ລົດ​ໄຟ​ສາຍ​ນີ້​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ທ່າ​ກຳ​ປັ່ນ​ວັງ​ແອງ (Vung Ang) ນອກຈາກນັ້ນ ທາງລົດໄຟ ລາວ-ຫວຽດນາມ ສາມາດເຊື່ອມຕໍ່ທາງລົດໄຟລາວ-ຈີນໄດ້ ໝາຍຄວາມວ່າ ການຂົນສົ່ງສິນຄ້າທາງທະເລ ຈະສາມາດຂະຫຍາຍໄປສູ່ພາກເໜືອຂອງ ສປປ ລາວ ແລະ ພາກໃຕ້ຂອງຈີນ. ນອກນັ້ນ, ທາງລົດໄຟລາວ-ຫວຽດນາມ ຈະມີຈຸດສັບປ່ຽນເສັ້ນທາງລົດໄຟ ເໜືອ-ໃຕ້ ຂອງຫວຽດນາມ. ຖືເປັນໂອກາດ​ໃຫ້ກັບເສັ້ນທາງ​ຄົມມະນາຄົມ​ຂົນ​ສົ່ງ​ລະຫວ່າງ ຮ່າ​ໂນ້ຍ ​ແລະ ວຽງ​ຈັນ ​ໃນ​ອະນາຄົດ. ເຄືອຂ່າຍທາງລົດໄຟ ແມ່ນຈຸດສຳຄັນໃນການຂັບເຄື່ອນ ສປປ ລາວ ໃຫ້ເປັນສູນກາງການຂົນສົ່ງຂອງອາຊີຕາເວັນອອກສຽງໃຕ້. ຍ້ອນລົດໄຟສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງໄດ້ເຖິງ 40% ແລະຈະກາຍເປັນທາງເລືອກການຂົນສົ່ງສໍາລັບຜູ້ສົ່ງອອກຈາກບັນດາປະເທດໃນພາກພື້ນ ດ້ວຍ​ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ​ຂົນ​ສົ່ງ​ທາງ​ບົກ, ທາງ​ອາກາດ ​ແລະ​ ທະ​ເລ ...

Read More »

ລັດຖະບານກວດພົບນໍ້າມັນ 700 ລ້ານລິດ/ປີ ນໍາເຂົ້າບໍ່ແຈ້ງເສຍພາສີ

ການນໍາເຂົ້ານໍ້າມັນເຊື້ອໄຟຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງພົບວ່າທົ່ວປະເທດລາວໄດ້ມີການນໍາເຂົ້າປະມານ 1.200 ລ້ານລິດຕໍ່ປີ, ແຕ່ຜ່ານການກວດສອບຕົວຈິງໂດຍການເກັບກໍາ ຂໍ້ມູນຈາກປະເທດທີ່ລາວເຮົາໄດ້ນໍາເຂົ້ານໍ້າມັນຈາກ ສສ ຫວຽດນາມ ແລະ ປະເທດໄທ ຫຼື ຜ່ານປະເທດດັ່ງກ່າວພົບວ່າມີຈໍານວນ 1.900 ລ້ານລິດ/ປີ, ນັ້ນໝາຍຄວາມວ່າ 700 ລ້ານລິດນັ້ນສາມາດເວົ້າໄດ້ວ່າແມ່ນການລັກລອບນໍາເຂົ້າຍ້ອນວ່າບໍ່ໄດ້ເສຍພາສີອາກອນ. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ພັນຄໍາ ໄດ້ຊີ້ແຈງວ່າ: ນໍ້າມັນເຊື້ອໄຟ 700 ລ້ານລິດ ທີ່ບໍ່ມີການລາຍງານຕົວເລກໃຫ້ລັດຖະບານຮັບຮູ້ນັ້ນ ກໍໝາຍຄວາມວ່າມີເຈົ້າໜ້າທີ່ກ່ຽວຂ້ອງຂອງລັດຈໍານວນໜຶ່ງໄດ້ຮ່ວມກັບບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທີ່ສວຍໂອກາດຫາຜົນປະໂຫຍດໃສ່ຕົວເອງບໍ່ໄດ້ຄິດເຖິງຜົນເສຍຫາຍທີ່ຈະສົ່ງຜົນກະທົບໃຫ້ປະເທດ ແຕ່ສິ່ງທີ່ເກີດຂຶ້ນ ນັ້ນແມ່ນເກີດຂຶ້ນຈາກການບໍລິຫານຂອງລັດຖະບານທີ່ບໍ່ຮັດກຸມ ແລະ ອ່ອນແອ, ດັ່ງນັ້ນຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ໂດຍສະເພາະບັນດາບໍລິສັດລັດທີ່ຖືຮຸ້ນ 100% ຊຶ່ງຈະບໍ່ມີການປັປຸງ ແຕ່ຈະເປັນການປະຕິຮູບ. ທີ່ມາ: ວຽງຈັນທາຍ

Read More »

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານ ເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານທຸລະກິດຄື: 1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 2. ທະນາຄານພັດທະນາລາວ ຈຳກັດ 3. ທະນາຄານສົ່ງເສີມກະສິກຳ 4. ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ເຊັນສັນຍາອອກບັດພະນັກງານ-ລັດຖະກອນ ຢູ່ ສປປ ລາວ ໃນວັນທີ 24 ມິຖຸນາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດ ສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກ ໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ. ຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດ ອອກບັດໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ກະຊວງພາຍໃນ ໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ(ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ, ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ(ຕາມສະຖິຕິລັດຖະກອນປີ 2020), ຂັ້ນແຂວງສຳ ເລັດແລ້ວ 9 ແຂວງ, ລວມທັງໝົດປະມານ 9.554 ບັດ ...

Read More »

ເຊັນສັນຍາສະໜອງທຶນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ເຊັນສັນຍາສະໜອງທຶນໃຫ້ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນວັນທີ 21 ມິຖຸນາ 2022 ພິທີເຊັນສັນຍາສະໜອງທຶນລະຫວ່າງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ)ໃນ 03 ບ້ວງທຶນ 1. ບ້ວງເງິນກໍ່ຕັ້ງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ທີ່ໄດ້ຮ່ວມມືກັບ ທະນາຄານພັດທະນາລາວ ຊຶ່ງການເຊັນສັນຍາຄັ້ງນີ້ ແມ່ນເປັນການສືບຕໍ່ໃຫ້ທະນາຄານນໍາໃຊ້ທຶນ ຈຳນວນ 16 ຕື້ກີບ ນໍາໄປປ່ອຍກູ້ໃຫ້ ຈວນກ. 2. ບ້ວງເງິນສະສົມ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 4,2 ຕື້ກີບ ຊຶ່ງເປັນການເພີ່ມທຶນໃຫ້ 4 ສະຖາບັນການເງິນ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄຳ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ແລະ ...

Read More »

ລັດຖະບານກຽມເປີດແອລຊີມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອສະໜອງນໍ້າມັນໃຫ້ພໍ

ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. (ກ່າວໂດຍ ທ່ານ ນາງ ຈັນສຸກ ແສງພະ ຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ) ສໍາລັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ, ລັດຖະບານ ໄດ້ມີນະໂຍບາຍຫຼຸດອາກອນຊົມໃຊ້ ລົງ 02 ຄັ້ງ. ເພື່ອຫຼຸດຜ່ອນລາຄານໍ້າມັນເຊື້ອໄຟຊ່ວຍປະຊາຊົນບັນເຜົ່າ, ຄະນະ 36/ນຍ ຍັງມີທິດຊີ້ນໍາໃຫ້ ມີການຊ່ວຍໜູນ ໂດຍການກໍານົດອັດຕາແລກປ່ຽນແບບເດັດຖານ. ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟພາຍໃນປະເທດປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼືຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ພວມຂຸ້ນຂ້ຽວຮ່ວມກັບບັນດາບໍລິສັດປະສານພົວພັນຕິດຕໍ່ຫຼາຍແຫຼ່ງ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້. ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟພາຍໃນປະເທດ ເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ...

Read More »