ວັນທີ4ພຶດສະພານີ້, ລາຄາ ນ້ຳມັນ ເຊື້ອໄຟທີ່ເພີ່ມສູງຂຶ້ນທົ່ວໂລກເຮັດໃຫ້ ລົດໄຟຟ້າ ກາຍເປັນທາງເລືອກໃໝ່ ໃນຍຸກນນ້ຳແພງ ໂດຍສະເພາະຊາວບຣາຊິນຈຳນວນຫລາຍ ຫັນໄປໃຊ້ລົດຖີບໄຟຟ້າ ແລະ ລົດໄຟຟ້າ ທີ່ເປັນ ພະລັງງານສະອາດ ເພີ່ມສູງຂຶ້ນ 27% ເມື່ອທຽບໃສ່ ປີກາຍ ແລະ ຄາດວ່າປີນີ້ຍອດຈຳໜ່າຍລົດໄຟຟ້າ ຈະຂະຫຍາຍຕົວເພີ່ມຂຶ້ນເຖິງ50%
ໂດຍລົດຖີບ ໄຟຟ້າໄດ້ຮັບຄວາມນິຍົມເພີ່ມຂຶ້ນ ຢ່າງຕໍ່ເນື່ອງຍ້ອນລາຄານ້ຳມັນແພງ ເຮັດໃຫ້ຊາວບຣາຊິນ ຕ່າງພາກັນຢຸດໃຊ້ລົດພະລັງງານເຊື້ອເພີງ ແລະ ຫັນມາໃຊ້ລົດໄຟຟ້າແທນໃນການຂັບຂີ່ໃນຊີວິດປະຈຳວັນ.
ຂໍ້ມູນ: ປະເທດລາວ