ການຖິ້ມຂີ້ເຫຍື້ອຍຊະຊາຍຕາມແຄມທາງເປັນປັນຫາໜ້າຫ່ວງ ວອນທຸກພາກສ່ວນຄວນຮ່ວມມືກັນແກ້ໄຂຢ່່າງຈິງຈັງ

ການຖິ້ມຂີ້ເຫຍື້ອຍຊະຊາຍຕາມແຄມທາງເປັນປັນຫາໜ້າຫ່ວງ ວອນທຸກພາກສ່ວນຄວນຮ່ວມມືກັນແກ້ໄຂຢ່່າງຈິງຈັງ.

ການຖິ້ມຂີ້ເຫຍື້ອແຄມທາງຫຼວງເລກທີ 13 ໃຕ້ ກາຍເປັນບັນຫາທີ່ຄວນເອົາໃຈໃສ່ຢ່າງຮີບດ່ວນ ຖ້າພວກເຮົາບໍ່ ຢາກເຫັນແຕ່ຖົງຢາງ ກະຕຸກປລາສຕິກຢັ່ງຢາຍປານກອງຂີ້ເຫຍື້ອຢູ່ຕາມສອງຟາກທາງແຕ່ເຫນືອຮອດໃຕ້.

ການສົ່ງເສີມການທ່ອງທ່ຽວຂອງລັດຖະບານທີ່ຖືເປັນບູລິມະສິດນັ້ນ ກໍຄົງສ້າງຄວາມຜິດຫວັງ ບໍ່ຫນ້ອຍເມື່ອນັກທ່ອງທ່ຽວເດີນທາງດ້ວຍລົດຕາມເສັ້ນທາງ ແລ້ວເຫັນກອງຂີ້ເຫຍື້ອຖົງຢາງ ແລະ ກະຕຸກ ປລາສຕິກຢັ່ງຢາຍຕາມເສັ້ນທາງ ເຊິ່ງບໍ່ແມ່ນສິ່ງທີ່ເຂົາເຈົ້າປາຖະຫນາຢາກເຫັນເມື່ອມາຢ້ຽມຢາມພວກເຮົາ ບໍ່ຕ່າງຫຍັງກັບວ່າ ເຮົາເຊີນແຂກມາບ້ານ ແຕ່ເຮືອນບໍ່ມ້ຽນມັດ.

ການຖິ້ມຂີ້ເຫຍື້ອຊະຊາຍນີ້ ແມ່ນເກີດຂຶ້ນໄດ້ແນວໃດ? ແລ້ວເຮົາສາມາດເຮັດຫຍັງໄດ້ແດ່?

ຜ່ານມາມີບົດສໍາຫຼວດຫຼາຍສະບັບຂອງທາງພາກລັດ ແລະ ອົງການພັດທະນາຕ່າງໆ ສາມາດສະຫຼຸບໄດ້ວ່າ ສາເຫດຂອງການຖິ້ມຂີ້ເຫຍື້ອຊະຊາຍນັ້ນ ແມ່ນຂາດການບໍລິການ ການເກັບຂີ້ເຫຍື້ອຢ່າງທົ່ວເຖິງ ຕົວຢ່າງ ຢູ່ ນະຄອນຫຼວງວຽງຈັນ ການບໍລິການເກັບຂີ້ເຫຍື້ອກວມເອົາບໍ່ຮອດ 60% ຂອງພື້ນທີ່ ຫຼື ທົ່ວເຖິງແລ້ວ ປະຊາຊົນບໍ່ສາມາດ ຫຼື ບໍ່ຢາກຈ່າຍຍ້ອນຄ່າບໍລິການຂ້ອນຂ້າງສູງ, ຄວາມມັກງ່າຍ ແລະຂາດຈິດສໍານຶກຂອງປະຊາຊົນບາງກຸ່ມ ກໍແມ່ນສາເຫດຕົ້ນຕໍ່ ແລະ ຍັງມີສາເຫດອື່ນໆ.

ພວກເຮົາຄວນເຮັດແນວໃດ ເພື່ອແກ້ໄຂບັນຫານີ້? ການເລີ່ມຕົ້ນຈາກການ ປູກຝັງຈິດສໍານຶກ ຄຽງຄູ່ກັບການບັງໃຊ້ກົດລະບຽບກົດຫມາຍທີ່ກ່ຽວຂ້ອງ ເຊັ່ນ ການປັບໃຫມຜູ້ຖິ້ມຂີ້ເຫຍື້ອຊະຊາຍທີ່ທາງ ນະຄອນຫຼວງວຽງຈັນໄດ້ຈັດຕັ້ງປະຕິດນັ້ນກໍເຫັນເປັນແບບຢ່າງທີ່ດີ.

ການເພີ່ມການບໍລິການເກັບຂີ້ເຫຍື້ອ ຢ່າງທົ່ວເຖິງນັ້ນກໍແມ່ນວຽກງານສໍາຄັນຂອງລັດຖະບານທີ່ຈະຕ້ອງພິຈາລະນາໃນການລົງທຶນຫຼາຍຂຶ້ນ.ເມື່ອພວກເຮົາບໍ່ໃຫ້ປະຊາຊົນຖິ້ມຊະຊາຍ ຫຼື ຈູດຂີ້ເຫຍື້ອນັ້ນ ກໍຈະສາມາດເຮັດໄດ້ໃນເມື່ອທີ່ທາງພາກສ່ວນທີ່ກ່ຽວຂ້ອງສາມາດຕອບສະຫນອງການບໍລິການເກັບມ້ຽນຂີ້ເຫຍື້ອຢ່າງທົ່ວເຖິງ ຖ້າບໍ່ດັ່ງນັ້ນປະຊາຊົນກໍ່ບໍ່ມີທາງເລືອກ ນອກຈາກ ຖິ້ມຊະຊາຍ ຫຼື ຈູດເທົ່ານັ້ນ.

ເຊື່ອແນ່ວ່າ ລັດຖະບານ ໂດຍສະເພາະພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ບັນຫານີ້ດີແລ້ວຈະຂຸ້ນຂ້ຽວ ໃນການແກ້ໄຂບັນຫາໃນໄລຍະສັ້ນ, ກາງ ແລະຍາວ. ພວກເຮົາບໍ່ສາມາດເປັນປະເທດທີ່ມີການພັດທະນາ ສີຂຽວ ຍືນຍົງໄດ້ ເມື່ອໃດທີ່ຍັງບໍ່ສາມາດແກ້ໄຂ ການຖິ້ມຂີ້ເຫຍື້ອຊະຊາຍ ຫຼື ການປ່ອຍໃຫ້ການນໍາໃຊ້ປລາສຕິກເປັນເລື່ອງ ທໍາມະດາ ເຊັ່ນ ການຢາຍກະຕຸກນ້ໍາາປລາສຕິກໃນກອງປະຊຸມ, ງານສັງສັນຕ່າງໆ ເຊິ່ງອັນນີ້ ກໍເຊື່ອມໂຍງໄປຫາຜູ້ ຜະລິດປລາສຕິກເຫຼົ່ານັ້ນ ທີ່ຈະຕ້ອງຮ່ວມມືແກ້ໄຂບັນຫາ ຈຶ່ງຈະສາມາດເຫັນພາບພົດທີ່ງົດງາມຕາມເສັ້ນທາງ ແລະສະຖານທີ່ສາທາລະນະຕ່າງໆ ປາສະຈາກຂີ້ເຫຍື້ອຢັ່ງຢາຍເດຍລະດາດໄດ້.

ຂໍ້ມູນ: ລາວພັດທະນາ

Comments