ການກໍ່ສ້າງ ສະໜາມບິນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມາຮອດປະຈຸບັນ ສໍາເລັດແລ້ວ 75% ຄາດວ່າ ຈະສາມາດເປີດສາຍການບິນ ພາຍໃນປະເທດໄດ້ ໃນທ້າຍປີ 2022. ສະໜາມບິນດັ່ງກ່າວ ແມ່ນຢູ່ໃກ້ເຂດເສດຖະກິດພິເສດ ສາມຫຼຽມທອງຄໍາ ກວມເນື້ອທີ 300 ຮຕ, ໂດຍຈະກາຍເປັນ ສະໜາມບິນແຫ່ງທີ 2 ພາຍໃນແຂວງ. ການກໍ່ສ້າງ ແມ່ນເລີ່ມມາແຕ່ ເດືອນກັນຍາ 2020 ໂດຍມີມູນຄ່າການກໍ່ສ້າງທັງໝົດ 175 ລ້ານ ໂດລາສະຫະລັດ ຊຶ່ງເປັນທຶນຈາກ Hong Kong-based Greater Bay Area Investment and Development (HK) Limited, ຊຶ່ງຢູ່ພາຍໃຕ້ ກຸ່ມບໍລິສັດ ດອກງິ້ວຄໍາ. ໄລຍະສໍາປະທານ ສະໜາມບິນດັ່ງກ່າວ ແມ່ນ 50 ປີ, ໂດຍສະໜາມບິນ ສາມາດຮອງຮັບ ເຮືອບິນຂະໜາດໃຫຍ່ ເຊັ່ນ: Boeing 747 ແລະ Airbus 320 ໄດ້. ອາຄານສະໜາມບິນ ...
Read More »ຂ່າວ ພາຍໃນປະເທດ
ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ
ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີລົງນາມ ແຜນການຊ່ວຍເຫຼືອ ທາງດ້ານເຕັກນິກ ສໍາລັບຜະລິດຕະພັນກະສິກໍາລາວ ລະຫວ່າງກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ບໍລິສັດ ອານຮຸຍອີ້ຊາງ ດິຈິຕອນ ເທັກໂນໂລຍີ ຈໍາກັດ. ໃນວັນທີ 25 ເມສາ 2022 ທີ່ກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ. ແນ່ນອນວ່າ ລະບົບການຄ້າຜ່ານອີເລັກໂຕນິກທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະເປັນໂຄງການລິເລີ່ມຮ່ວມກັນຂອງພາກລັດ ແລະ ເອກະຊົນເພື່ອຊ່ວຍພັດທະນາ, ຄຸ້ມຄອງ ການຄ້າຜະລິດຕະພັນກະສິກຳ ຂະຫຍາຍຕາໜ່າງການຄ້າກ້າວໄປເຖິງສ້າງມູນຄ່າການຄ້າສິນຄ້າລາວ ໃຫ້ນັບມື້ສູງຂຶ້ນ ປະກອບສ່ວນເຂົ້າໃນ ການຍົກສູງຄຸນນະພາບສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິກອນ ໃນຊົນນະບົດລາວ ປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກ ໃຫ້ ສປປ ລາວ ສາມາດຫຼຸດຜົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້. ເພື່ອອຳນວຍຄວາມສະດວກໃຫ້ຜູ້ຜະລິດ ໂຄງການດັ່ງກ່າວຈະໄດ້ ສ້າງຈຸດບໍລິການ 20 ຈຸດທົ່ວປະເທດ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ສາມາດແຈ້ງສິນຄ້າທີ່ຕົນມີໃຫ້ກັບສູນ ເພື່ອເອົາເຂົ້າວາງຂາຍໃນເວັບໄຊ ...
Read More »ມັນສາຄູສິນຄ້າທາງເລືອກທີ່ຈະສ້າງລາຍຮັບໃຫ້ກັບປະຊາຊົນແຂວງຫົວພັນ
ເມືອງຊ່ອນ ແຂວງ ຫົວພັນກຳລັງສຸມໃສ່ໃນການປູກ ມັນສາຄູ ເພື່ອເປັນສິນຄ້າວາງແຜນໄວ້ປີນີ້ທີ່ 7.500 ໂຕນ. ວັນທີ 26 ເມສາ 2022ນີ້ ທ່ານ ສຸລິນໄຊ ພົງສະຫວັດ ຫົວຫນ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ປະຊາຊົນທີ່ປູກມັນສາຄູ ບ້ານຊ່ອນໃຕ້ ເຂດບວກປາເຕັດ ຫ່າງຈາກບ້ານປະມານ 2 ກິໂລແມັດ. ທ່ານ ສຸລິນໄຊ ພົງສະຫວັດ ໃຫ້ຮູ້ວ່າ: ຕາມແຜນແລ້ວ ປີ 2022ນີ້ ເມືອງຊ່ອນຈະສຸມໃສ່ປູກມັນສາຄູໃຫ້ໄດ້ເນື້ອທີ່ທັງຫມົດບໍ່ໃຫ້ຫລຸດ 250 ເຮັກຕາ ຜົນຜະລິດໃຫ້ໄດ້ 7.500 ໂຕນ ແລະ ຈະສ້າງລາຍຮັບໃຫ້ປະຊາຊົນໃຫ້ໄດ້ 3,7 ຕື້ກວ່າກີບຂື້ນໄປ ນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢູ່ເມືອງຊ່ອນໃຫ້ນັບມື້ຫຼາຍຂຶ້ນ ເປັນການສະໜອງຜົນຜະລິດກະສິກຳ ປ້ອນໃຫ້ແກ່ໂຮງງານແປຮູບຢູ່ພາຍໃນ ແລະ ສົ່ງອອກອີກດ້ວຍ. ຂໍ້ມູນຈາກ: Media Laos
Read More »ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຕ່າງປະເທດທັງໝົດ 4 ທ່ານ
ໃນວັນທີ 28 ເມສາ 2022, ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນ ຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ບັນດາທ່ານເອກອັກ ຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ ດັ່ງນີ້: ທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ. ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາສະຫະ ລັດອາເມລິກາ. ທ່ານ ບຸນ ອິນທະບັນດິດ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາລັດກູເວດ. ທ່ານ ວັນທາ ແສງເມືອງ ເອກອັກຄະລັດຖະ ທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາ ສ.ກູ ບາ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານເອກອັກ ...
Read More »ສະຫວັນນະເຂດ ເອົາໃຈໃສ່ສົ່ງເສີມສິນຄ້າໂອດອບ ເມືອງນອງ ເພື່ອເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ.
ກອງປະຊຸມກ່ຽວກັບການຈັດ ຕັ້ງປະຕິບັດວຽກງານສົ່ງເສີມສິນຄ້າ ພູມປັນຍາຊາວບ້ານ ທີ່ເປັນເອກະລັກທ້ອງຖິ່ນ ເພື່ອພັດທະນາໃຫ້ກາຍເປັນສິນຄ້າທີ່ໄດ້ຮັບ ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫລື ໂອດອບ (ODOP) ເຊິ່ງວຽກງານດັ່ງກ່າວ ແມ່ນນອນຢູ່ ໃນວາລະແຫ່ງຊາດຂອງແຂວງ ສະຫວັນນະເຂດ. ຄະນະກຳມະການສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂັ້ນເມືອງ ແລະ ຄະນະວິຊາການຈາກ ຂະແໜງສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ. ການຄ້າ ໄດ້ປຶກສາຫາລືຮ່ວມກັນ ແລະ ເຫັນດີຄັດເລືອກເອົາສິນຄ້າ ທີ່ມີທ່າແຮງ ເພື່ອນຳສະເໜີ ຄະນະກຳມະການພັດທະນາສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຂັ້ນແຂວງຮັບຮອງເອົາ ແລະ ຂໍອະນຸ ຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ຈາກກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າລວມ ເຊິ່ງຈະນຳສະເໜີ 2 ລາຍການຄື: ກຸ່ມຕ່ຳແຜ່ນແພ ເຜົ່າມັງກອງ ບ້ານປະຈະຕຽນ ແລະ ກຸ່ມຕົ້ມເຫລົ້າພື້ນເມືອງ ບ້ານນອງວິໄລ. ປະສົບຜົນສຳເລັດ, ເຮັດໃຫ້ປະຊາຊົນບັນດາເຜົ່າທີ່ດຳລົງຊີວິດ, ທຳມາຫາກິນຢູ່ໃນຂອບເຂດທົ່ວເມືອງນອງ ມີລາຍຮັບເພີ່ມຂຶ້ນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ ຈົນສາມາດເຮັດໃຫ້ຄອບຄົວ, ບ້ານ ...
Read More »ອຸດົມໄຊ ສາທິດການປູກແນວພັນມັນຕົ້ນ ກ່ອນຈະສົ່ງເສີມປະຊາຊົນປູກ.
ອຸດົມໄຊ ສາທິດການປູກແນວພັນມັນຕົ້ນ ກ່ອນຈະສົ່ງເສີມປະຊາຊົນປູກ. ເພື່ອຮັບປະກັນການຈະເລີນເຕີບໂຕທີ່ດີ ແລະ ໃຫ້ຜົນຜະລິດໃນປະລິມານສູງ. ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ຈັດພິທີປູກແນວພັນມັນຕົ້ນໃນສວນສາທິດ ຢູ່ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ ຫລື ສູນ 10 ແຂວງ. ແນວພັນທີ່ນຳມາປູກສາທິດ ໃນຄັ້ງນີ້ມີ ສອງແນວພັນ ຄື: ແນວພັນ ລູກ 3 ງ່າ ແລະ ແນວພັນ ລູກຕີນຊ້າງ ຈຳນວນ 3,5 ໂຕນ ຫລື ປະມານ 26 ພັນກວ່າເບ້ຍ ປູກໃນສວນສາທິດ ເນື້ອທີ່ 2 ເຮັກຕາ ເຊິ່ງແນວພັນດັ່ງກ່າວ ແມ່ນນຳເຂົ້າຈາກປະເທດໄທ, ຖ້າຫາກວ່າສວນສາທິດດັ່ງກ່າວ ໄດ້ຮັບຜົນດີ, ພະແນກກະສິກໍາ ແລະ ປ່າໄມ້ແຂວງອຸດົມໄຊ ຈະໄດ້ຂະຫຍາຍແນວພັນນີ້ອອກ ເພື່ອສົ່ງເສີມໃຫ້ປະຊາຊົນປູກເປັນສິນຄ້າ ທົດແທນການປູກພືດອື່ນ ທີ່ບໍເໝາະສົມກັບສະພາບອາກາດຂອງແຂວງຕື່ມອີກ. ໃນພິທີ, ກ່ອນທີ່ຈະລົງມື້ປູກຕົວຈິງນັ້ນ ພະນັກງານຜູ້ຮັບຜິດຊອບ ໄດ້ແນະນຳວິທີການປູກທີ່ຖືກຕ້ອງ ເພື່ອຮັບປະກັນການຈະເລີນເຕີບໂຕທີ່ດີ ແລະ ໃຫ້ຜົນຜະລິດໃນປະລິມານສູງ. ຂໍ້ມູນ: ...
Read More »ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ
ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ. ຫາກມາດຕະການແກ່ຍາວຈະເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນ. ສັນຍາການສົ່ງມອບນ້ຳມັນປາມລ່ວງໜ້າທີ່ຕະຫຼາດຊື້ – ຂາຍໃນນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ ງວດສົ່ງມອບເດືອນກໍລະກົດ 2022 ເພີ່ມຂຶ້ນ 6% ຢູ່ທີ່ລະດັບ 6.738 ຣິງກິດ ຫຼື ປະມານ 1.550 ໂດລາສະຫະລັດຕໍ່ໂຕນ ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນມີນາຜ່ານມາ. ທັງນີ້, ລັດຖະບານອິນໂດເນເຊຍ ໄດ້ອອກມາດຕະການສັ່ງໂຈະການສົ່ງອອກນ້ຳມັນປາມ ນັບແຕ່ວັນທີ 28 ເມສາ 2022 ເປັນຕົ້ນໄປ ຈົນກວ່າລັດຖະບານອິນໂດເນເຊຍ ຈະຊອກໃຫ້ເຫັນເຖິງສາເຫດທີ່ນ້ຳມັນປາມພາຍໃນປະເທດຂາດແຄນ ແລະ ໄດ້ຮັບການແກ້ໄຂແລ້ວ. ອິນໂດເນເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນ້ຳມັນປາມລາຍໃຫຍ່ທີ່ສຸດຂອງໂລກ ກວມເອົາປະມານ 60% ຂອງການຜະລິດນ້ຳມັນປາມທົ່ວໂລກ ແລະ ຖ້າຫາກວ່າມາດຕະການດັ່ງກ່າວແກ່ຍາວອອກໄປ ຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນອີກ ເນື່ອງຈາກລາຄາອາຫານເພີ່ມສູງຂຶ້ນ, ເພີ່ມຄວາມສ່ຽງໃຫ້ເກີດວິກິດອາຫານຮຸນແຮງຂຶ້ນອີກ. ຂໍ້ມູນ: ເສດຖະກິດການຄ້າ
Read More »ແຫລ່ງທ່ອງທ່ຽວຕາດເຍືອງກຽມພ້ອມຕ້ອນຮັບນັກທ່ອງທ່ຽວຫາກລັດຖະບານມີນະໂຍບາຍເປີດປະເທດຄືນໃໝ່.
ແຫລ່ງທ່ອງທ່ຽວຕາດເຍືອງກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ເດີນທາງເຂົ້າມາທ່ອງທ່ຽວ ຕາມມາດຕະການທ່ອງທ່ຽວແບບໃໝ່ທີ່ປອດໄພ. ປີ 2022 ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຮັບລາງວັນ ທ່ອງທ່ຽວແບບຍືນຍົງອາຊຽນ ຍ້ອນເປັນແຫລ່ງທ່ອງທ່ຽວແບບທໍາມະຊາດ, ທັງໄດ້ສ້າງວຽກເຮັດງານທໍາໃຫ້ປະຊົນຢູ່ເຂດໃກ້ຄຽງ ມີສ່ວນຮ່ວມໃນກິດຈະກໍາການທ່ອງທ່ຽວ ເປັນຕົ້ນ ການຜະລິດກະສິກໍາສະອາດ ແລະ ໃຫ້ບໍລິການດ້ານອື່ນໆແກ່ນັກທ່ອງທ່ຽວ. ປະຈຸບັນກໍາລັງກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ຫາກລັດຖະບານມີນະໂຍບາຍເປີດປະເທດຮັບນັກທ່ອງທ່ຽວຄືນໃໝ່. ນໍ້າຕົກຕາດເຍືອງກໍາເນີດຈາກສາຍຫ້ວຍບັ້ງລຽງຢູ່ເຂດບ້ານຫລັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ຫ່າງຈາກຕົວເມືອງປາກຊ່ອງໄປທາງທິດຕາເວັນຕົກປະມານ 10ກິໂລແມັດ, ສາມາດເດີນທາງດ້ວຍທາງລົດເຂົ້າເຖິງສະຖານທີ່ດ້ວຍຄວາມສະດວກ, ຕາດເຍືອງເປັນຕາດສູງຊັນປະມານ 50ແມັດ, ສອງຟາກຝັ່ງເປັນຜາເຫວເລິກ ໃນອາດີດເຄີຍມີເຍືອງສອງໂຕ ຜົວ-ເມຍ ອາໄສຢູ່ດ້ານລຸ່ມຂອງຕາດນີ້ ສະນັ້ນປະຊາຊົນໃນທ້ອງຖິ່ນຈຶ່ງເອີ້ນສະຖານທີ່ແຫ່ງນີ້ວ່າ ຕາດເຍືອງ. ຂໍ້ມູນ: Lao National Radioຮູບພາບ: ທ່ຽວລາວ
Read More »ມາກຣົງ ຊະນະການເລືອກຕັ້ງ ຈະດໍາລົງຕໍາແໜ່ງປະທານາທິບໍດີ ສະໄໝທີ2
ໄຊຊະນະຄັ້ງນີ້ເຮັດໃຫ້ປະທານາທິບໍດີ Emmanuel Macron ກາຍເປັນຜູ້ນໍາຝຣັ່ງຄົນທຳອິດໃນຮອບ 20 ປີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານາທິບໍດີສະໄໝທີ 2 ຕິດຕໍ່ກັນ. ຄວ້າໄຊຊະນະໃນການເລືອກຕັ້ງດ້ວຍຄະແນນສຽງ 57% ຕໍ່43% ຫຼັງຈາກ ໄດ້ຮັບໄຊຊະນະຈາກການເລືອກຕັ້ງແລ້ວ ທ່ານ ມາກຣົງ ໄດ້ກ່າວຂອບໃຈຜູ້ທີ່ສະໜັບສະໜູນທີ່ລົງຄະແນນເລືອກໃຫ້ຕົນເອງກັບເຂົ້າມາ. ແຕ່ໃນຂະນະດຽວກັນ ທ່ານ ມາກຣົງ ເອງກໍຍອມຮັບວ່າຫຼາຍຄົນຊ່ວຍລົງຄະແນນໃຫ້ຕົນເອງແມ່ນພຽງເພື່ອຢຸດຝ່າຍກົງກັນຂ້າມທີ່ມີແນວຄິດອະນຸລັກນິຍົມຂວາຈັດເທົ່ານັ້ນ ຄືກັບເຄີຍເກີດຂຶ້ນໃນການເລືອກຕັ້ງເມື່ອປີ 2017. ຂໍ້ມູນ: the Guardian
Read More »ນາຍົກລັດຖະມົນຕີ ສໍາເລັດການ ຢ້ຽມຢາມ ແລະ ເຮັດວຽກທີ່ປະເທດຍີ່ປຸ່ນ
ວັນທີ 24 ເມສາ 2022 ນີ້, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກວ່າດ້ວຍນໍ້າ ຄັ້ງທີ 4. ພາຍຫລັງສໍາເລັດການພົບປະສຸດຍອດສອງຝ່າຍ, ທັງສອງທ່ານນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານແລກປ່ຽນ ໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ທຶນການສຶກສາ JDS) ມູນຄ່າ 330 ລ້ານເຢນ ຫລື ປະມານ 3 ລ້ານໂດລາສະຫະລັດ. ຂໍ້ມູນ: ຂປລ
Read More »