ວັນທີ 9 ພຶດສະພາ 2022, ຫວຽດນາມ ເປີດສູນສື່ມວນຊົນ (MPC) ແລະ ສູນໂທລະພາບ ສາກົນ (IBC) ຂອງງານມະຫາກຳ ກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ ຄັ້ງທີ 31 (SEA Games 31)ຢ່າງເປັນທາງການ ຢູ່ສູນກອງປະຊຸມ ແຫ່ງຊາດ ນະຄອນຫລວງ ຮ່າໂນ້ຍ.
ໂດຍສູນສື່ມວນຊົນ ດັ່ງກ່າວ ຈະຮັບໜ້າທີ່ ສ້າງທຸກເງື່ອນ ໄຂສະດວກ ເພື່ອໃຫ້ ພະນັກງານ, ນັກຂ່າວ ເຮັດວຽກຢູ່ SEA Games 31 ຄື: ສະໜອງ, ໜູນຊ່ວຍ ບັນດາການບໍລິການ ຮັບໃຊ້ການໃຫ້ຂ່າວຂອງນັກຂ່າວ; ລະບົບ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ຂຸດຄົ້ນ ແລະ ສົ່ງຂ່າວ, ພາຫະນະ ໄປມາ; ຈັດກອງປະຊຸມ ຂ່າວສະໜອງຂໍ້ມູນ, ຈັດການ ສຳພາດ ເມື່ອມີຄວາມຮຽກຮ້ອງ.
ສູນຜະລິດຂ່າວ ງານມະຫາກຳ ກິລາ (ດ້ວຍພາສາ ຫວຽດ ແລະ ອັງກິດ); ພິມຈຳໜ່າຍ ປື້ມຄູ່ມື ໂຄສະນາ ດ້ານສື່ມວນຊົນ; ຮັກສາ ການເຄື່ອນໄຫວ ຂອງເວັບໄຊ ທາງການຂອງ ງານມະຫາກຳ ກິລາ; ໜູນຊ່ວຍ ຄວາມຮຽກຮ້ອງ ດ້ານວິຊາເພາະສື່ມວນຊົນອື່ນໆ. ສູນສື່ມວນຊົນ SEA Games 31 ສາມາດ ຮອງຮັບໃຊ້ ນັກຂ່າວ 200 ຄົນ.
ຂໍ້ມູນ: ຂປລ