ເຊັນບົດບັນທຶກຄວາມເຂົ້າໃຈຂອງສາມຝ່າຍ ເພື່ອກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນ


ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ບໍລິສັດ ລັດວິສາຫະກິດລາວເດີນອາກາດ (ຈົດທະບຽນ) ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.


ຈຸດປະສົງຂອງການຮ່ວມມື 3 ຝ່າຍ ຄັ້ງນີ້ ເພື່ອປັບປຸງທຸລະກິດຂອງບໍລິສັດໃຫ້ໄດ້ເງື່ອນໄຂ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບ ລັດວິສາຫະກິດ ລາວເດີນອາກາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການອອກຈຳໜ່າຍຮຸ້ນຄັ້ງທຳອິດໃຫ້ສຳເລັດ (Initial Public Offering: IPO) ແລະ ສາມາດເຂົ້າຈົດທະບຽນເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ ແລະ ຈະຊ່ວຍໃຫ້ການຮ່ວມມືຂອງທັງສາມຝ່າຍ. ເພື່ອເປັນອີກແຮງໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ຕະຫຼາດທຶນມີສີສັນຍິ່ງຂຶ້ນຕື່ມ.


ການກະກຽມຄວາມພ້ອມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ ເພື່ອໃຫ້ມີເງື່ອນໄຂເຂົ້າລະດົມທຶນຜ່ານຕະຫຼາດທຶນລາວ ເພື່ອໃຫ້ວິສາຫະກິດລາວມີການເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ທັງເປັນການພັດທະນາຕະຫຼາດທຶນລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ” (ທ່ານ ນາງ ຟອງຈິນດາ ແສງສຸລິວົງ)


ຂໍ້ມູນ:ປະຊາຊົນ

Comments