ອິນເດຍ (RBI) ປັບຂຶ້ນອັດຕາດອກເບ້ຍຢືນຢັນວ່າວິທີນີ້ເໝາະສົມໃນການໃຊ້ກະກັດກັ້ນເງິນເຟີ້.

ທະນາຄານກາງອິນເດຍ (RBI) ປັບຂຶ້ນອັດຕາດອກເບ້ຍຢືນຢັນວ່າວິທີນີ້ເໝາະສົມໃນການໃຊ້ກະກັດກັ້ນເງິນເຟີ້.

ເມື່ອວັນທີ 4 ພຶດສະພາທີ່ຜ່ານມານີ້, ທະນາຄານກາງອິນເດຍ (RBI) ໄດ້ປະກາດປັບຂຶ້ນອັດຕາດອກເບ້ຍຊື້ຄືນພັນທະບັດ (repo rate) 0,40% ສູ່ລະດັບ 4,40% ໃນກອງປະຊຸມ ໂດຍລະບຸວ່າ ເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໄດ້ສ້າງແຮງກົດດັນຕໍ່ເສດຖະກິດຂອງປະເທດ.

ອັດຕາຜົນຕອບແທນພັນທະບັດລັດຖະບານອິນເດຍອາຍຸ 10 ປີເພີ່ມຂຶ້ນທີ່ລະດັບ 7,41% ຫຼັງຈາກທະນາຄານກາງປະກາດປັບຂຶ້ນອັດຕາດອກເບ້ຍໄດ້ບໍ່ດົນ. ທ່ານ ຊັດຕິຄານຕາ ຄາສ ຜູ້ວ່າການທະນາຄານກາງອິນເດຍກ່າວວ່າ ຄະນະກຳມະການກຳນົດນະໂຍບາຍຂອງທະນາຄານກາງອິນເດຍໄດ້ພິຈາລະນາເຖິງທ່າອ່ຽງເງິນເຟີ້ ແລະ ຊີ້ໃຫ້ເຫັນວ່າ ການປັບຂຶ້ນອັດຕາດອກເບ້ຍເພື່ອສະກັດກັ້ນເງິນເຟີ້ ຖືວ່າເປັນເລື່ອງທີ່ເໝາະສົມ.

ນອກຈາກນີ້, ຄະນະກຳມະການກຳນົດນະໂຍບາຍຂອງທະນາຄານກາງອິນເດຍຍັງເຫັນວ່າ ການໃຊ້ນະໂຍບາຍການເງິນເພື່ອຮັບມືກັບວິກິດການໃນປັດຈຸບັນຈະຊ່ວຍສ້າງສະຖຽນລະພາບດ້ານການເງິນລະດັບມະຫາພາກ ທ່າມກາງຕະຫຼາດການເງິນທີ່ແປປ່ວນຫຼາຍຂຶ້ນໃນຂະນະນີ້.

ຂໍ້ມູນ: ປະຊາຊົນ

Comments