ແຂ່ງຂັນກິລານັກຮຽນທົ່ວແຂວງສະຫວັນນະເຂດ ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI

ແຂ່ງຂັນກິລານັກຮຽນທົ່ວແຂວງສະຫວັນນະເຂດ ປະຈຳເຂດ 6 ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI


ພິທີເປີດງານແຂ່ງຂັນກິລານັກຮຽນສາມັນທົ່ວແຂວງສະຫວັນນະເຂດ ປະຈໍາເຂດ 6 ສົກຮຽນ 2021-2022 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໜາມກິລາແຂວງ (ຫຼັກ4)


ງານແຂ່ງຂັນກິລາຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມສາມັກຄີມິດຕະພາບ ແລະ ພັດທະນາເຍົາວະຊົນ-ຊາວໜຸ່ມທາງດ້ານແນວຄິດ ແລະ ສຸຂະພາບໃຫ້ມີນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມຟົດຟື້ນ, ນໍາເອົາການກິລາເປັນກິດຈະກໍາສົ່ງເສີມພະລັງຂອງຄົນຮຸ່ນໜຸ່ມ, ໃຫ້ເຊື່ອມສານຈິດໃຈແຫ່ງຄວາມສາມັັກຄີ, ມິດຕະພາບ, ເພື່ອສຸຂະພາບ. (ທ່ານ ແກ່ນຕາ ສຸວົງເດືອນ)


ແລະ ເພື່ອຄັດເລືອກເອົານັກກິລາທີ່ດີເດັ່ນຂອງແຕ່ລະເມືອງໃນ 14 ຕົວເມືອງ, 1 ນະຄອນ ເພື່ອກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ງານແຂ່ງຂັນກິລານັກຮຽນມັດ ທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ. ຄາດວ່າພາຍໃນເດືອນພະຈິກ ຫາເດືອນທັນວາ 2022 ຈະມີການກະກຽມຕົວນັກກິລາເຂົ້າຮ່ວມງານແຂ່ງ ຂັນກິລາແຫ່ງຊາດ. (ທ່ານ ສົມສິດ ຫວັນນະບົວທອງ)


ຂ່າວ: ສະຫວັນນະເຂດ

Comments