ເດືອນເມສາ ອັດຕາເງິນເຟີ້ເພີ່ມຂຶ້ນ 9,9% ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ສູນສະຖິຕິແຫ່ງຊາດ ເຜີຍແຜ່ບົດບາຍງານ ສະພາບອັດຕາເງິນເຟີ້ອັດຕາເງິນເຟີ້ ປະຈຳເດືອນເມສາ 2022 ວ່າ: ສະພາບອັດຕາເງິນເຟີ້ລວມ ເດືອນເມສາ 2022 ທຽບກັບ ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 9,9% ຊຶ່ງເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາຍເຫດສໍາຄັນມາຈາກການເພີ່ມຂຶ້ນຂອງ ພະລັງງານໃນຕະຫຼາດໂລກ ຈາກສະຖານະການຄວາມຂັດແຍ່ງລະຫວ່າງລັດເຊຍ ແລະ ຢູເຄຣນ, ສົ່ງຜົນໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ພາຍໃນປະເທດປັບເພີ່ມຂຶ້ນ 86,3%.

ເຖິງຢ່າງໃດກໍຕາມ ລັດຖະບານກໍໄດ້ທີມາດຕະການຄຸ້ມຄອງ ເພື່ອຊ່ວຍເຫຼືອຄ່າຄອງຊີບໃຫ້ແກ່ປະຊາຊົນເປັນໄລຍະຢ່າງຕໍ່ເນື່ອງ, ລາຄາສິນຄ້າໃນໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ແມ່ນປັບຕົວເພີ່ມຂຶ້ນເຊັ່ນກັນ ໂດຍສະເພາະແມ່ນເຂົ້າຈີ່ ແລະ ທາດແປ້ງ, ຊີ້ນ, ປາ ແລະ ອາຫານທະເລ, ນົມ ເນີຍ, ໄຂ່, ນ້ຳມັນພືດ, ໝາກໄມ້, ຜັກສົດ ແລະ ເຄື່ອງປຸງແຕ່ງອາຫານ ເນື່ອງຈາກຕົ້ນທຶນການຜະລິດເພີ່ມຂຶ້ນ ນອກນັ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 16,3% ໂດຍສະເພາະແມ່ນປະເພດວັດຖຸມີຄ່າ ເຊັ່ນ: ຄຳສຳເລັດຮູບ ເພີ່ມຂຶ້ນ 36,8%.

ຂໍ້ມູນ:ສູນສະຖິຕິແຫ່ງຊາດ

Comments