ຂ່າວ ພາຍໃນປະເທດ

ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້

ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ. ວັນທີ 20 ພຶດສະພາ 2022, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບ ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຄຳແນະນຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ເລກທີ 0707/ອຄ.ກຄພນ, ລົງວັນທີ 30 ກໍລະກົດ 2020. ແນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ຊ່ວຍໃນການເຜີຍແຜ່ ແລະ ກ້າວໄປເຖິງການປຸກລະດົມ ແລະ ຊຸກຍູ້ບັນດາສະມາຄົມ, ມູນນິທິ, ຜູ້ຊົງຄຸນວຸດທິ ຫລື ບຸກຄົນທົ່ວໄປ ທີ່ມີຄວາມສົນໃຈ ແລະ ມີມາດຖານເງື່ອນໄຂພຽງພໍ ໄດ້ພິຈາລະນາຄົ້ນຄວ້າສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ຂຶ້ນໃນອະນາຄົດ. ກອງປະຊຸມໃນຄັ້ງນີ້ແມ່ນ: ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໂດຍລວມ ກ່ຽວກັບ ວຽກງານການປົກປ້ອງຜູ້ຊົມໃຊ້, ການແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ຜູ້ສະໜອງ ແລະ ຜູ້ຊົມໃຊ້ ກໍຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຜູ້ຊົມໃຊ້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ...

Read More »

ກະຕໍ້ທີມ 4 ຄົນຍິງ ຍາດໄດ້ຫຼຽນທອງ ຮ່າໂນ້ຍ ເກມ

ທີມນັກກິລາກະຕໍ້ທີມ 4 ຄົນຍິງ ປະກອບມີ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ, ນາງ ສອນສະຫວັນ ແກ້ວສຸລິຍາ, ນາງ ນວນດໍາ ວໍລະບຸດ ແລະ ອອນອຸມາ ພະວິເສດ ສ້າງຜົນງານໄດ້ເພີ່ມອີກ 1 ຫຼຽນທອງ ລວມຜົນງານຍາດມາໄດ້ 1 ຫຼຽນເງິນ ຄູ່ຍິງ ແລະ ຫຼ້າສຸດ 1 ຫຼຽນທອງ ໃຫ້ທີມນັກກິລາກະຕໍ້ທີມຊາດລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ຂ່າວ: ປະຊາຊົນ

Read More »

ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ

ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ ນຳ​ເຂົ້າ ຜ່ານ​ການ​ຂົນ​ສົ່ງທາງ​ທະ​ເລ 1,1ລ້ານ​ຖັງ ແລະ​ແບບ​ສົ່ງ ຜ່ານ​ທໍ່ອີກ​ປະມານ 800.000ຖັງ. ຈີນ ຊື້​ນ້ຳມັນ ຈາກຣັດ​ເຊຍ ​ໃນ​ລາຄາ ​ຖືກ​ກວ່າ​ ປະ​ເທດ​ອື່ນ ຄິດ​ເປັນ​ ປະລິມານ ​ເກືອບ 2 ລ້ານ​ຖັງ​ ໃນ​ເດືອນ ​ພຶດສະພາ​ນີ້ ກວມ​ເອົາ 15% ຂອງ​ຄວາມ​ຕ້ອງການນຳ​ໃຊ້​ ໃນ​ຈີນ ​ໂດຍອີງ​ຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງ​ເປັນ​ຜູ້​ໃຫ້​ບໍລິການວິ​ເຄາະ ຂໍ້​ມູນ ​ກ່ຽວ​ກັບການ​ຂົນ​ສົ່ງ​ນ້ຳມັນ ​ແລະ ອາຍ​ແກັສ ສາກົນ​ ​ເມື່ອ​ບໍ່​ດົນ​ມາ​ນີ້ ລະບຸ​ວ່າ:ຈີນ ນຳ​ເຂົ້າ ນ້ຳມັນ ​ຈາກຣັດ​ເຊຍ ຜ່ານ​ການ​ຂົນ​ສົ່ງທາງ​ທະ​ເລ 1,1ລ້ານ​ຖັງ​ ຕໍ່​ວັນ ​ໃນ​ເດືອນ​ພຶດສະພາ ​ເພີ່ມ​ຈາກ 750.000 ຖັງ​ຕໍ່​ວັນ ​ໃນ​ໄລຍະ ​ໄຕ​ມາດ​ທຳ​ອິດ ​ແລະ​ເພີ່ມ​ຂຶ້ນ​ຈາກ ສະຖິຕິ​ ວັນ​ລະ 800.000 ຖັງ​ຕໍ່​ວັນ ເມື່ອ​ປີ​ກາຍ. ...

Read More »

ສາລະວັນ ຈັດສົ່ງ 16 ອັດຖິຂອງທະຫານອາສາສະໝັກ ຊ່ຽວຊານຫວຽດນາມ ກັບຄືນປະເທດ

ແຂວງສາລະວັນ ໄດ້​ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ຂຶ້ນ​ເມື່ອບໍ່​ດົນ​ມານີ້ ຢູ່ທີ່ກອງບັນຊາການທະຫານແຂວງ. ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ. ໃນນັ້ນ, ຂຸດຄົ້ນຈາກແຂວງເຊກອງໄດ້ 3 ອັດຖິ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ວາງພວງມະລາ ເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ – ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຄັ້ງນີ້, ພ້ອມນຳເອົາອັດຖິດັ່ງກ່າວຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ. ຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮໍ່າຮຽນ ແລະ ສືບທອດເອົາຊົ່ວກາລະນານ. ຂໍ້ມູນ: ປະຊາຊົນ

Read More »

#ເຕືອນໄພ‼️ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳ ດ້ວຍການໃຊ້ຊ່ອງທາງ Social Media

#ເຕືອນໄພໃນປັດຈຸບັນ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳມາເປັນຂອງຕົນເອງ ດ້ວຍການໃຊ້ຊ່ອງທາງ Social Media ມາເປັນເຄື່ອງມື ໃນການຫຼອກລວງປະຊາຊົນ ດັ່ງນັ້ນ, ເພື່ອ ມີສະຕິ ແລະ ຮູ້ທັນກົນລະຍຸດ ຂອງມິດສາຊີບ ທ່ານສາມາດ ສຶກສາຂໍ້ມູນ ຢູ່ໃນໂພສດ້ານລຸ່ມນີ້ໄດ້ ເພື່ອກຽມພ້ອມຮັບມືໄດ້ທັນເຫດການ

Read More »

ຫວຽດນາມ ປັບຂຶ້ນອັດຕາດອກເບ້ຍເງິນຝາກ0,1%-0,6%

ວັນ​ທີ18​ ພຶດສະພາ​, ທະນາຄານ ​ຫລາຍ​ແຫ່ງ ​ໃນ​ຫວຽດນາມ ປະກາດ​ ປັບ​ຂຶ້ນ​ ອັດຕາດອກ​ເບ້ຍເງິນ​ຝາກ 0,1% ຫາ 0,6% ​ເຮັດ​ໃຫ້​ອັດຕາ ດອກ​ເບ້ຍເງິນ​ຝາກນັບ​ຕັ້ງ​ແຕ່​ເດືອນ​ນີ້ເປັນຕົ້ນ​ໄປ ເພີ່ມ​ຂຶ້ນ 6,5%-7,4%. ປັດຈຸບັນ ທະນາຄານ NamABankສະ​ເໜີ ​ດອກ​ເບ້ຍ​ ສູງ​ສຸດລະດັບ 7,4%​ໃຫ້​ກັບ ​ລູກ​ຄ້າທີ່​ດຳ​ເນີນການ​ຝາກ​ເງິນ ຜ່ານ​ທາງແອບ​ພລິ​ເຄຊັນ ທະນາຄານຂອງ​ສະມາດ​ໂຟນ ​ເປັນ​ເວລາ 16-36​ເດືອນ. ການ​ປັບ​ຂຶ້ນ ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ຂຶ້ນ​ໃນ​ໄລຍະ​ ທີ່​ຕ້ອງການຂໍ​ສິນ​ເຊື່ອ​ເພີ່ມ​ສູງ​ຂຶ້ນ​ຫລາຍ ​ໂດຍ​ຄາດ​ ການ​ວ່າ ​ແຮງ​ກົດ​ດັນເງິນ​ເຟີ້ ​ແລະການ​ແຂ່ງຂັນ​ກັນຫລາຍ​ຂຶ້ນ ຈາກ​ຊັບ​ສິນຊະນິດ​ອື່ນໆ​ເຊັ່ນ ອະສັງຫາ ລິມະ​ຊັບ ​ແລະ ຫລັກ​ຊັບ ຈະ​ກົດ​ດັນ​ ໃຫ້​ອັດຕາດອກ​ເບ້ຍ​ເງິນ​ຝາກ​ ປັບ​ຕົວ​ສູງ​ຂຶ້ນ. ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ທ່າ​ອ່ຽງ ປັບ​ຕົວ​ສູງ​ຂຶ້ນ 0,3%-0,5% ສູ່​ລະດັບ 5,9%-6,1%​ໃນ​ປີ​ນີ້. ຂໍ້ມູນ: ຂປລ

Read More »

ປະກາດການຈັດຕັ້ງ ຄະນະບໍລິຫານງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ.

ພິທີປະກາດການຈັດຕັ້ງ ຄະນະບໍລິຫານງານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ແລະ ມອບຮັບໜ້າທີ່ ລະຫວ່າງ ທ່ານ ນາງ ພິລານີ ພິດສະໄໝ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບຜູ້ເກົ່າ ແລະ ທ່ານສອນໄຊ ສີລາເພັດ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບຜູ້ໃໝ່ ຈັດຂື້ໜໃນວັນທີ 18 ພຶດສະພາຜ່ານມາ ເພື່ອສືບຕໍ່ຊີ້ນໍາວຽກງານ ສວ-ບກລ ໃຫ້ມີບົດບາດສໍາຄັນ ໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງບັນດານິຕິກຳ, ກໍ່ສ້າງນັກຊ່ຽວຊານບັນຊີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເປັນເສ ນາທິການຊ່ວຍວຽກໃຫ້ແກ່ກະຊວງການເງິນ ໃນການພັດທະນາວິຊາຊີບການບັນຊີ ແລະ ກວດສອບ ໃຫ້ມີຄຸນນະພາບເທົ່າທຽມກັບພາກພື້ນ ແລະ ສາກົນ. ໃນພິທີ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 1264/ກງ,ລົງວັນ 10 ພຶດສະພາ 2022 ວ່າດ້ວຍ ການແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເຊິ່ງປະກອບມີ 9 ທ່ານ ໂດຍເຫັນດີແຕ່ງຕັ້ງ: ທ່ານ ສອນໄຊ ສີລາເພັດຈາກບໍລິສັດ ...

Read More »

ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ.

ວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສຸຂະພາບທີ່ດີຂຶ້ນ ດ້ວຍງົົບກໍ່ສ້າງຫຼາຍກວ່າ 6 ຕື້ກີບ. ວັນທີ 5 ພຶດສະພາ 2022, ໄດ້ມີພິທີວາງສີລາເລີກ ກໍ່ສ້າງຕຶກນອນຄົນເຈັບ ໃຫ້ແກ່ໂຮງໝໍແຂວງຈໍາປາສັກ ໃນພິທີ ທ່ານ ລິດທິກອນ ພູມມະສັກ ປະທານ ກຸ່ມບໍລິສັດ ເອໄອເອັຟ ລາຍງານວ່າ: “ການກໍ່ສ້າງຕຶກນອນຄົນເຈັບ ໃຫ້ໂຮງໝໍແຂວງຈໍາປາສັກຄັ້ງນີ້ ແມ່ນດ້ວຍການຊ່ວຍເຫຼືອລ້າຂອງກຸ່ມບໍລິສັດ ເອໄອເອັຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ແລະ ກຸ່ມບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ. ຂະຫນາດຂອງອາຄານ 24 x 26 ແມັດ, ເປັນຕຶກ 2 ຊັ້ນ, ແຕ່ລະຊັ້ນປະກອບດ້ວຍຫ້ອງພິເສດແຍກດ່ຽວ ບັນຈຸ 2 ຕຽງ… ລວມງົບປະມານໃນການກໍ່ສ້າງທັງໝົດ ຫຼາຍກວ່າ 6 ຕື້ກີບ ແລະ ດໍາເນີນການກໍ່ສ້າງໂດຍ ກຸ່ມ ບໍລິສັດ ໄຊຊະນະ ຈໍາກັດຜູ້ດຽວ. ທັງນີ້ ກໍເພື່ອໃຫ້ປະຊາຊົນຊາວແຂວງຈໍາປາສັກ ແລະ ບັນດາແຂວງພາກໃຕ້ ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 424 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 526 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 102 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ ແລະ ຝຸ່ນ (ປຸຍ). ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຍື່ອໄມ້ ແລະ ເສດເຈ້ຍ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ...

Read More »

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດ ແລະມູນຄ່າທີ່ ສປປ ລາວ ສົ່ງອອກສິນຄ້າ: 1. ປະເທດຈີນ 137 ລ້ານໂດລາສະຫະລັດ 2. ປະເທດຫວຽດນາມ 106 ລ້ານໂດລາສະຫະລັດ 3. ປະເທດໄທ 65 ລ້ານໂດລາສະຫະລັດ 4. ອົດສຕາລີ 32 ລ້ານໂດລາສະຫະລັດ 5. ສະວິດເຊີແລນ 14 ລ້ານໂດລາສະຫະລັດ ຂໍ້ມູນ: ຂ່າວສານດ້ານການຄ້າຂອງ ສປປ ລາວ

Read More »