ແຈ້ງການ! ເຫັນດີໃຫ້ ເຂົ້າ-ອອກ ປະເທດໄດ້ ທຸກດ່ານສາກົນ

ແຈ້ງການ! ເຫັນດີໃຫ້ ເຂົ້າ-ອອກ ປະເທດໄດ້ ທຸກດ່ານສາກົນ ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ ເລີ່ມ 9 ພຶດສະພານີ້

ແຈ້ງການ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
ເລກທີ 627 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ07. 5.2022

ເລື່ອງ: ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນ
່ ປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ການຕົກລົງ ແລະ ຊີ້ນໍາ ຂອງລັດຖະບານ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

  1. ເຫັນດີໃຫ້ຜ່ອນຜັນມາດຕະການໃນການເຂົ້າ-ອອກ ສປປ ລາວ ດັ່ງນີ້:

1) ເປີດດ່ານສາກົນທຸກດ່ານ ສໍາລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.

2) ອະນຸຍາດໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ (VISA) ກັບ ສປປ ລາວ ແບບສອງຝ່າຍ
ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈໍາເປັນຕ້ອງຂໍVISA.

3) ສໍາລັບພົນລະເມືອງຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນ VISA ກັບ ສປປ ລາວ ແມ່ນ ສາມາດຂໍ VISA
ຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈໍາຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື
ຂໍ VISA ກັບດ່ານ ຢູ່ ດ່ານສາກົນ ທີ່ມີຫນ່ວຍງານ VISA ກັບດ່ານ.

4) ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 18 ປີ ຂຶ້ນໄປ ທີ່ບໍ່ທັນມີ
ໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATF) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະຫນາມບິນ ຫຼື ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອ ອີກ. ສ່ວນຜູ້ທີ່ມີ ໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ ຮຽກຮ້ອງໃຫ້ມີການກວດຫາເຊື້ອໂຄວິດ-10 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປລາວ,

5) ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງ
ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ, ຊຶ່ງສາມາດນໍາໃຊ້ການບໍລິການປິ່ນປົວ ຢູ່ໂຮງຫມໍລັດ, ໂຮງຫມໍເອກະຊົນ ຫຼື ປິ່ນປົວຕິດຕາມຕົນເອງ ຢູ່ສະຖານທີ່ພັກ (Home isolation) ຕາມທີ່ໄດ້ກໍານົດໃນຄໍາແນະນໍາຂອງກະຊວງສາທາລະນະສຸກ.

  1. ເຫັນດີອະນຸຍາດໃຫ້ນໍາໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດ ຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄໍາແນະນໍາ ກ່ຽວກັບການນໍາໃຊ້ພາຫະນະສ່ວນ ຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.
  2. ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດ ຜູ້ປະກອບການ ທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ການປັບປຸງ ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານບໍລິການ ແລະ ການທ່ອງທ່ຽວ ແມ່ນເປັນຄວາມຮັບຜິດຊອບລວມ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.
  3. ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ໃຫ້ເອົາໃຈໃສ່ປະຕິບັດຕາມມາດຕະການ ປ້ອງກັນໂຄວິດ19 ຢ່າງເຂັ້ມງວດ.
  4. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສົມທົບ ກັບຂະແຫນງສາທາລະນະສຸກ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ສາຍພັນໃຫມ່ ເພື່ອ ຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດຫມາຍທີ່ວາງໄວ້.
  5. ມາດຕະການທີ່ໄດ້ລະບຸ ແຕ່ຂໍ້ທີ 1 ຫາ ຂໍ້ທີ 5 ຂ້າງເທິງ ແມ່ນໃຫ້ຈັດຕັ້ງປະຕິບັດ ເລີ່ມແຕ່ ວັນທີ 09 ພຶດສະພາ 2022 ເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

May be an image of text
May be an image of text

Comments