ຂ່າວ ພາຍໃນປະເທດ

ມອບ-ຮັບ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ວ່າການ ອໍານວຍການຜູ້ໃໝ່ ‼️ ພ້ອມແຕ່ງຕັ້ງ ຮອງຜູ້ອໍານວຍການ ເພີ່ມຕື່ມ 4 ທ່ານ…

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2020 ຢູ່ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ ຂອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບໍານານ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການເງີນ, ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບແຂກທີ່ຖືກເຊີນ ເຂົ້າຮ່ວມ. ລັດວິສາຫະກິດໄຟຟ້າລາວ ເປັນຫົວໜ່ວຍທຸລະກິດຂອງລັດ ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ຕາມກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ຜູ້ຊົມໃຊ້ໄຟຟ້າທັງພາຍໃນ ແລະ ຂາຍອອກຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ...

Read More »

ກະຊວງສຶກສາ ແລະ ກິລາ ແຈ້ງລະອຽດ ກໍານົດມື້ສອບເສັງຈົບຊັ້ນສາຍສາມັນສຶກສາ ປ5, ມ4, ມ7

ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ ເລື່ອງ ການສອບເສັງຈົບຊັ້ນສາຍສາມັນສຶກສາປະຈໍາສົກຮຽນ 2019-2020, ສະບັບເລກທີ 1767/ຫກ, ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກໍານົດວັນເວລາສອບເສັງຂອງສາຍສາມັນວ່າ: ຊັ້ນປະຖົມສຶກສາ ການສອບເສັງຈົບຊັ້ນປະຖົມ ປ5 ກໍານົດເອົາ 3 ວິຊາຄື ພາສາລາວ(ພາກຫັດແຕ່ງ, ພາກຂຽນທວາຍ, ຄໍາຖາມ), ຄະນິດສາດ ແລະ ໂລກອ້ອມຕົວເຮົາ. ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ5, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງຫ້ອງສອງພາສາລາວ-ຝຣັ່ງ, ຈໍານວນຫ້ອງ, ສູນສອບເສັງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020. ວັນທີ 16-17 ກໍລະກົດ 2020 ສອບເສັງຈົບຊັ້ນ ປ5. ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສໍາລັບນັກຮຽນ ປ5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ. ວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ5 ເຖິງກົມສາມັນສຶກສາ, ກະຊວງສຶກສາທິການ ...

Read More »

ກົມໃຫ່ຍການເມືອງ ປກສ ແຈ້ງບໍ່ຮັບເອກະສານທຸກພາກສ່ວນ ທີ່ສະເໜີຂໍຝາກລູກຫຼານ ເຂົ້າຮຽນ

ກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ຈື່ງແຈ້ງມາຍັງທ່ານ ກ່ຽວກັບການບໍ່ຮັບເອກະສານທຸກພາກສ່ວນທີ່ສະເໜີຂໍຝາກລູກ, ຫຼານເຂົ້າໂຮງຮຽນວັດທະນະທຳຫຼັກ 67 ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງມໍ 4 ພິເສດ ຢູ່ໂຮງຮຽນວັດທະນະທຳເລກ 1 ສສ ຫວຽດນາມ ສົກປີ 2020-2021. ໝາຍເຫດ: ຍ້ອນສະພາບຄວາມເປັນຈິງຂອງພື້ນຖານໂຄງລ່າງ: ຫ້ອງຮຽນ, ຫໍພັກ ມີຄວາມແອອັດບໍ່ສາມາດຕອບສະໝອງໄດ້ຕາມຄວາມຮຽກຮ້ອງຕ້ອງການ. ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.  

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສປປ ລາວ ປະຈໍາເດືອນ 5 ປີ 2020 ບັນລຸໄດ້ປະມານ 711 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ບັນລຸໄດ້ປະມານ 711 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 264 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 447 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 183 ລ້ານໂດລາສະຫາລັດ      ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 264 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 33 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ , ໝາກກ້ວຍ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…) ມີມູນຄ່າປະມານ 19 ລ້ານໂດລາສະຫະລັດ, ...

Read More »

ການນໍາສອງປະເທດ ຈີນ-ລາວ ຝາກຄວາມຢື້ຢາມຖາມຂ່າວ ເຊິ່ງກັນແລະກັນ ກ່ຽວກັບການຮ່ວມມືກັນ ຕ້ານກັບພະຍາດໂຄວິດ-19

ວັນທີ 15 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວກ່ຽວກັບຈີນ ແລະ ລາວໄດ້ຮ່ວມມືກັນຕ້ານກັບພະຍາດໂຄວິດ-19. ທ່ານສີຈິ້ນຜິງກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດຕະພາບຈາກສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດ. ເມື່ອໄດ້ຮູ້ວ່າການຊ່ວຍເຫຼືອຂອງຈີນໃຫ້ກັບລາວໃນການຕ້ານກັບພະຍາດໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍ. ນະທີ່ນີ້, ຂ້າພະເຈົ້າຂໍຕາງໜ້າພັກ-ລັດແລະປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຝ່າຍລາວທີ່ໄດ້ຮັບໄຊຊະນະເປັນກ້າວໆໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດພາຍໃຕ້ການນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດເປັນແກນນຳ. ຈີນຍິນດີຮ່ວມກັບລາວເພີ່ມທະວີການຮ່ວມມືໃນການຕ້ານກັບພະຍາດ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນລະຫວ່າງຈີນ-ລາວກໍຄືປະຊາຄົມໂລກ, ຈະໄດ້ຮັບໄຊຊະນະໄລຍະສຸດທ້າຍຂອງບັ້ນຕ້ານກັບພະຍາດຄັ້ງນີ້ຢ່າງແນ່ນອນ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນຂອງສອງພັກສອງລັດຈີນ-ລາວ, ຍິນດີຮ່ວມກັບສະຫາຍພະຍາຍາມຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໜັກແໜ້ນ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.   ແຫຼ່ງຂ່າວ: CRI China is ready to strengthen cooperation with Laos in fighting #COVID19 epidemic, Xi Jinping tells President of Laos, Bounnhang Vorachith, in a verbal message xhne.ws/4tfRl Xinhua News

Read More »

ສປປ ລາວ ຈະມີການໃຫ້ບໍລິການການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ການດໍາເນີນກິດຈະການໃຫ້ບໍລິການ ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນລາຍເຊັນເອເລັກໂຕຣນິກ, ການໃຫ້ການບໍລິການ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ. ສະນັ້ນ, ຈຶ່ງໄດ້ມີກົດໝາຍທີ່ຕິດພັນກັບ ກິດຈະການລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນກິດຈະການໃຫ້ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ແລະ ວ່ອງໄວ ແນ່ໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.      ລາຍເຊັນເອເລັກໂຕຣນິກ ແມ່ນຕົວອັກສອນ, ເຄື່ອງໝາຍ, ສັນຍາລັກຕົວເລກ, ສຽງ ຫຼື ສິ່ງອື່ນທີ່ສ້າງຂື້ນໃນຮູບແບບເອເລັກໂຕຣນິກທີ່ຕິດກັບຂໍ້ມູນເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນ ຕົວຕົນຂອງຜູ້ລົງລາຍເຊັນ ແລະ ຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ. ໃນນັ້ນ, ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ມີ 2 ລະດັບ ຄື: ຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (National Root Certificate Authority) ແມ່ນໜ່ວຍງານໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແກ່ຜູ້ອອກໃບຮັບຮອງລາຍເຊັນເອເລັກໂຕຣນິກຍ່ອຍ ເຊິ່ງແມ່ນ ສູນອິນເຕິເນັດແຫ່ງຊາດ ...

Read More »

ສູນກວດສຸຂະພາບແຮງງານ ຈະລົງກວດສຸຂະພາບປະຈຳປີ ໃນເຂດເສດຖະກິດພິເສດທົ່ວປະເທດ…

ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດໂຮງຫມໍມິດຕະພາບໄດ້ຈັດພິທີ ລົງນາມບັນທຶກຮ່ວມມືການຈັດຕັ່ງປະຕິບັດວຽກງານການກວດສຸຂະພາບປະຈຳປີ ໃຫ້ແຮງງານຢູ່ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ  ຂື້ນໃນວັນທີ 12 ມິຖຸນາ ນີ້, ຢູ່ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ທ່ານ ຈຳປາ ຄຳສຸກໃສ ຫົວ ຫນ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກ່າວວ່າ: ປັດຈຸບັນ ສປປ ລາວ ໄດ້ມີສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ເງື່ອນໄຂ ແລະ ສະພາບຄວາມຮຽກຮ້ອງຕ້ອງການຂອງແຮງງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທາງດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ດຳນົດໄວ້ໃນກົດຫມາຍ, ສູນດັ່ງກ່າວແມ່ນໄດ້ຮັບການສ້າງຕັ້ງຂື້ນໂດຍການຮ່ວມມືລະຫວ່າງ ກະຊວງ ສາທາລະນະສຸກ ແລະ ກະຊວງແຮງງານ ແລະ ...

Read More »

ເສັ້ນທາງດ່ວນ!!! ວຽງຈັນ-ວັງວຽງ ສໍາເລັດໄປແລ້ວ 70% ພ້ອມເປີດໃຊ້ງານ ຢ່າງເປັນທາງການ ໃນ ວັນຊາດ ທີ່ 2 ທັນວາ 2020 ນີ້…

ປັດຈຸບັນ ໄດ້ສໍາເລັດການປູຢາງຫມາກຕອຍ ຊັ້ນທໍາອິດ ສໍາເລັດແລ້ວ ຫຼາຍກ່ວາ 50 ກມ ແລະ ການເຈາະອຸໂມງ ເຂດພູພະ ກໍ່ໄດ້ສໍາເລັດສົມບູນແລ້ວ. ປະຈຸບັນ ອີກຫນຶ່ງໜ້າວຽກທີ່ດໍາເນີນການຢູ່ ຄືການຕິດຕັ້ງລະບົບໄຟຟ້າ ຕາມເສັ້ນທາງ ແລະ ໃນອຸໂມງ. ໂຄງການເສັ້ນທາງດ່ວນ ວຽງຈັນ ວັງວຽງ ເລີ້ມຕົ້ນການກໍ່ສ້າງ ມາແຕ່ ທ້າຍປີ 2018 ແລະ ໃນເບື້ອງຕົ້ນ ຄາດວ່າ ຈະສໍາເລັດ ໃນທ້າຍປີ 2021, ແຕ່ ໃນຕົວຈິງ ແມ່ນຈະສ້າງສໍາເລັດ ໃນປີ 2020. ເສັ້ນທາງດ່ວນດັງກ່າວ ເປັນເສັ້ນທາງ ຄູ່ຂະໜານ ມີຄວາມກ້ວາງ ໃນອຸໂມງ 900 ແມັດ. ລາຄາການບໍລິການໃຊ້ທາງດ່ວນ ແມ່ນ 550 ກີບຕໍ່ ກິໂລແມັດ ຫຼື ລວມທັງໝົດ 62,000 ກີບ ຈົນຮອດວັງວຽງ. ລົງທຶນໂດຍ ນັກລົງທຶນຈາກປະເທດຈີນ ມີອາຍຸ ສໍາປະທານທັງໝົດ 50 ປີ, ມີມູນຄ່າການກໍ່ສ້າງທັງໝົດ 1.2 ...

Read More »

Breaking news !‼️ ຕົກລົງແຕ່ງຕັ້ງຜູ້ວ່າການຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວຄົນໃໝ່…

ອີງຕາມແຈ້ງການວັນທີ 8 ມິຖຸນາ 2020 ສະບັບເລກທີ 1439/ກງ ເລື່ອງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ. ລັດຖະມົນຕີກະຊວງການເງິນໄດ້ຕົກລົງ ແຕ່ງຕັ້ງທ່ານ ຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ວ່າການ ຜູ້ອໍານວຍການຂອງລັດວິສາຫະກິດໄຟຟ້າລາວ ເຊິ່ງລາຍລະອຽດຕາມຂໍ້ຕົກລົງລຸ່ມນີ້ ແຫຼ່ງຂໍ້ມູນ:

Read More »

ອອກມາແລ້ວ!!! ນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນຊ່ວງ ໂຄວິດ-19

ອອກມາແລ້ວ❗️❗️❗️ ນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບ ຊ່ວງ ໂຄວິດ -19  ຈາກອົງການປະກັນສັງຄົມແຫ່ງຊາດ 👉👉ທ່ານສາມາດສະຫມັກເຂົ້າເປັນສະມາຊິກໄດ້ ທີ ສຄອຊ 📍 ຖະໜົນ ໄກສອນພົມວິຫານ(ຫຼັກ05), ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ 📍 https://her.is/2LNVPpn ☎️ 021 453 312-4 ຕໍ່ສາຍ 108 📧 [email protected] 🌐 www.lncci.la

Read More »