ນະຄອນຫຼວງ ເລັ່ງແກ້ໄຂບັນຫາຮ່ອງລະບາຍນໍ້າ ກ່ອນເຂົ້າລະດູຝົນ

ປັດຈຸບັນ ການດຳເນີນໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ໄດ້ມີຄວາມຄືບໜ້າຫຼາຍໜ້າວຽກເປັນຕົ້ນ ວຽກງານໄກ່ເກ່ຍ ແລະ ບຸກເບີກ ປະຕິບັດໄດ້ 9,33%, ວຽກຖົມດິນ 2,81%, ວຽກອອກແບບໄດ້ລົງກວດກາ ສະໜາມຕົວຈິງ ແລະ ອື່ນໆ.

ໃນໂອກາດທີ່ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງ ທືນນະຄອນຫຼວງວຽງຈັນ, ພ້ອມຄະນະ ໄດ້ລົງຕິດຕາມກວດກາ ການປະຕິບັດໂຄງການທາງດ່ວນ ນວ ໝາຍເລກ 1 ຢູ່ບໍລິເວນຈຸດວາງທໍ່ຮ່ອງລະບາຍນໍ້າ ບ້ານຮ່ອງສຸພາບ ແລະ ບ້ານໂຊກໃຫຍ່ ເມືອງໄຊເສດຖາ (ເຂດເສັ້ນທາງຕັດໃໝ່ 450 ປີ) ເຫັນວ່າການກໍ່ສ້າງເສັ້ນທາງດັ່ງກ່າວ ເປັນຈຸດເຊື່ອມຕໍ່ ແລະ ຈະມີການສ້າງເປັນຂົວຂ້າມຕັດຜ່ານເສັ້ນທາງ 450 ປີ ອາດມີຄວາມສ່ຽງ ທີ່ຈະເກີດມີນໍ້າຖ້ວມຂັງໃນການດຳເນີນໂຄງການ ເນື່ອງຈາກວ່າໄດ້ຖົມດິນ ແລະ ວາງທໍ່ລະບາຍນໍ້າ ໃຫ້ລົດຂອງໂຄງການແລ່ນຜ່ານໄປ-ມາຊົ່ວຄາວ, ເຊິ່ງອາດມີຄວາມສ່ຽງທີ່ຈະບໍ່ສາມາດ ຮອງຮັບນໍ້າໃນເວລາທີ່ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ອາດນໍ້າໄຫຼບໍ່ທັນ ກາຍເປັນນໍ້າຖ້ວມຂັງ ແລະ ສ້າງຜົນເສຍຫາຍໃຫ້ກັບປະຊາຊົນໃນເຂດດັ່ງກ່າວ.

ເບື້ອງຕົ້ນໄດ້ສະເໜີໃຫ້ພະແນກ ຍທຂ ນະຄອນຫຼວງວຽງຈັນ ປະສານກັບອຳນາດການປົກຄອງ ເມືອງໄຊທານີ ເອົາຂົວເກົ່າທີ່ຮື້ຖອນອອກຈາກຂົວຫ້ວຍນໍ້າເຄັມ ເມືອງໄຊທານີ ມາປ່ຽນແທນໃສ່ ເພື່ອເຮັດໃຫ້ນໍ້າໄດ້ໄຫຼສະດວກໃນໄລຍະລະດູຝົນນີ້.

ພ້ອມນີ້, ທ່ານ ພູຂົງ ບັນນະວົງ ຍັງໄດ້ຊີ້ນໍາໃຫ້ອໍານາດການປົກຄອງ ເມືອງໄຊເສດຖາ ປະສານກັບພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂການບຸກລຸກທີ່ຖົມດິນ ກວມເອົາຂອບເຂດສະຫງວນທາງ ຢູ່ຮບໍລິເວນດັ່ງກ່າວ, ເຊິ່ງໄດ້ມີການຈົກຖົມດິນອອກມາຕິດກັບເຂດສະຫງວນທາງ ເຮັດໃຫ້ການດຳເນີນໂຄງການມີຄວາມຫຍຸ້ງຍາກ. ບັນຫານີ້, ຈະໄດ້ເລັ່ງແກ້ໄຂຢ່າງຮີບດ່ວນ ເພື່ອເຮັດໃຫ້ການດຳເນີນໂຄງການສໍາເລັດຕາມແຜນການທີ່ວາງໄວ້.

ທີ່ມາ: ຂ່າວສານປະເທດລາວ

ຮູບພາບ: ໜັງສືພິມເສດຖະກິດ-ການຄ້າ

Comments