ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນ ໃນວັນທີ 24 ມິຖຸນາ ນີ້

ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງ ວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ6) ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ). ພິທີຖະແຫລງຂ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 17 ມິຖຸນາ 2020 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ຫລັກ 6 ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິ ການສະພາແຫ່ງຊາດ.
ທ່ານ ນາງ ສວນສະຫວັນ ໄດ້ກ່າວວ່າ: ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ໄດ້ປະສານສົມທົບກັບລັດຖະບານ, ກະ ຊວງ ແລະອົງການ ໃນການກະກຽມເນື້ອໃນ ຂອງແຕ່ລະພາກສ່ວນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ມາເຖິງປັດຈຸບັນ ເຫັນວ່າຄົບຖ້ວນ ແລະ ສອດຄ່ອງກັບລະບຽບການ, ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້: ພາກລາຍງານຂອງລັດຖະບານປະກອບ ມີ: ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020; ການຊີ້ແຈງຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ຕໍ່ຄໍາຊັກຖາມ ຂອງກອງປະຊຸມສະພາແຫ່ງຊາດຈໍານວນໜຶ່ງ.
ສຳລັບພາກລາຍງານຂອງສະພາແຫ່ງຊາດ ຈະໄດ້ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງ ບຸກຄະລາກອນພາຍໃນສະພາແຫ່ງຊາດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ; ບົດລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງການສໍາຫລວດ ແລະ ການຂຸດຄົ້ນແຮ່ທາດ, ຫີນແຮ່ ແລະ ຫີນຜາ. ນອກຈາກນີ້, ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 5 ສະບັບ ເປັນຕົ້ນ: ຮ່າງກົດໝາຍວ່າດ້ວຍສະພາແຫ່ງຊາດ; ຮ່າງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ; ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ; ຮ່າງກົດໝາຍວ່າດ້ວຍ ພາສີ; ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດ ໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.
ໂອກາດດຽວກັນນີ້, ທ່ານ ນາງ ສວນສະຫວັນ ຍັງຂໍເຊີນພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວ ທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້. ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້. ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີ ໄປຍັງກອງປະຊຸມ ໄດ້ຕາມວິທີລຸ່ມນີ້:
•ໂທລະສັບບໍ່ເສຍຄ່າ ໝາຍເລກ: 156
•ໂທລະສານ ໝາຍເລກ: 021 413528
•ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662
•ສົ່ງອີເມວ: [email protected]

ຂ່າວ: ມະນີທອນ, ພາບ: ອ່າຍຄຳ

Comments