ຂ່າວ ພາຍໃນປະເທດ

ຈີນ-ລາວ ໄປຄຽງຄູ່ກັນຕາມເສັ້ນທາງແຫ່ງການຮ່ວມມື, ເຂັ້ມແຂງ, ຟື້ນຟູ ແລະ ເຕີບໂຕ (“ໜຶ່ງແລວໜຶ່ງເສັ້ນທາງ”ຈະເຕົ້າໂຮມພະລັງແຫ່ງຄວາມສາມັກຄີ)

ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສເປັນລາຍລັກອັກສອນຕໍ່ກອງປະຊຸມວິດີໂອລະດັບສູງ ກ່ຽວກັບການຮ່ວມມືສາກົນໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໂດຍຊີ້ໃຫ້ເຫັນວ່າ ຈະສ້າງ”ໜຶ່ງແລວໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງການຮ່ວມມືທີ່ສາມັກຄີກັນຮັບມືກັບບັນດາສິ່ງທ້າທາຍ, ເປັນເສັ້ນທາງແຫ່ງຄວາມເຂັ້ມແຂງ ທີ່ຮັກສາສຸຂະພາບ ແລະຄວາມປອດໄພຂອງປະຊາຊົນ, ເປັນເສັ້ນທາງແຫ່ງການຟື້ນຟູທີ່ສົ່ງເສີມເສດຖະກິດ-ສັງຄົມ ແລະ ເປັນເສັ້ນທາງແຫ່ງການເຕີບໂຕທີ່ກະຕຸ້ນກໍາລັງແຮງ ຂອງການພັດທະນາ ທີ່ໄດ້ຊີ້ບອກທິດທາງການສົ່ງເສີມ”ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອ ສືບຕໍ່ຮ່ວມມືແບບຍືນຍົງ ແລະ ບັນລຸບົດບາດສໍາຄັນດ້ານການຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ພັດທະນາໃນໄລຍະຍາວ ພາຍໃຕ້ສະຖານະການໃໝ່. “ໜຶ່ງແລວໜຶ່ງເສັ້ນທາງ”ຈະເຕົ້າໂຮມພະລັງແຫ່ງຄວາມສາມັກຄີ ແລະ ການຮ່ວມມືຢ່າງກວ້າງຂວາງ ເຊິ່ງຄວາມສາມັກຄີ ແລະ ການຮ່ວມມືແມ່ນ “ຄຳຫລັກ” ທີ່ທ່ານປະທານປະເທດ ສີ ຈິ້ນຜິງ ເຄີຍນໍາໃຊ້ຫລາຍຄັ້ງໃນການຊຸກຍູ້ການຮ່ວມມືສາກົນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19. ໃນ 7 ປີນັບຕັ້ງແຕ່ “ໜຶ່ງແລວໜຶ່ງເສັ້ນທາງ” ເລີ່ມຕົ້ນມາ ໂດຍຖືເອົາຫລັກການແຫ່ງ ການປຶກສາຫາລືຮ່ວມກັນ ກໍ່ສ້າງ ແລະ ຊົມໃຊ້ຮ່ວມກັນ, 137 ປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມໃນການພັດທະນາຫລາຍກ່ວາ 2.000 ໂຄງການ, ໂຄງການນີ້ ໄດ້ຂະຫຍາຍຕົວເປັນເວທີການຮ່ວມມືສາກົນ ທີ່ໃຫຍ່ທີ່ສຸດຂອງໂລກ. ໝາກຜົນດັ່ງກ່າວນີ້ ...

Read More »

ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!!

ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!! – ແອັດຊັງພິເສດ ປັບຂຶ້ນ 240 ກີບ/ລິດ – ແອັດຊັງທຳມະດາ ປັບຂຶ້ນ 240 ກີບ/ລິດ – ກາຊວນ ປັບຂຶ້ນ 220 ກີບ/ລິດ    

Read More »

ທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນຊ່ວງໂຄວິດ-19 ປະກອບເອກະສານຕາມນີ້ເລີຍ!!!

ສຳລັບທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນໄລຍະການແຜ່ລະບາດ COVID-1️⃣9️⃣ ປະກອບເອກະສານຕາມນີ້ເລີຍເນາະ ❗️❗️❗️ https://lncci.la/claim-money-from-nssf-during-covid19/  

Read More »

ຂ່າວດ່ວນ!!! ລັດວິສາຫະກິດໄຟຟ້າລາວ ນະໂຍບາຍຄ່າໄຟຟ້າໃໝ່ ຂະຫຍາຍເວລາ ຮອດ ທ້າຍປີ 2020

ຂ່າວດີ! ພາຍຫຼັງທີ່ ທ່ານນາຍົກ ໄດ້ມີການຊີ້ແຈງ ຕໍ່ກອງປະຊຸມ ສະພາແຫ່ງຊາດ ສອງສາມວັນທີ່ຜ່ານມາ ຕໍ່ກັບນະໂຍບາຍ ແລະ ມາດຕະການກ່ຽວກັບໄຟຟ້າລາວ. ມາຮອດມື້ນີ້ວັນທີ 29 ມິຖຸນາ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ເພີ່ມໄລຍະເວລາຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19 (ຈາກເດືອນ 7,8,9 ໄປຈົນເຖີງ ເດືອນ ທັນວາ 2020). ຕິດຕາມລາຍລະອຽດໄດ້ທີ່: http://www.edl.com.la/

Read More »

ສານຈາກພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດຄົບຮອບ 33 ປີ

ພີ່ນ້ອງຮ່ວມຊາດ ທີ່ ຮັກແພງ ທັງຫລາຍ ໃນທ່າມກາງ ທີ່ທົ່ວພັກ, ທົ່ວລັດ  ແລະ  ທົ່ວປວງຊົນລາວ ພວມໄດ້ເອົາໃຈໃສ່ ໃນການປ້ອງກັນພະຍາດປອດອັກເສບ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢ່າງເອົາຈິງເອົາຈັງ, ພວກເຮົາກໍຍັງໄດ້ ພ້ອມກັນ ກັບປະຊາຊາດ ໃນທົ່ວໂລກ ສະເຫລີມ ສະຫລອງ ວັນສາກົນຕ້ານ ຢາເສບຕິດຄົບຮອບ 33 ປີ, ວັນທີ 26 ມິຖຸນາ 2020 ຊຶ່ງຖືເປັນໂອກາດ ແຫ່ງການສະເໜີ ຜົນງານ ໃນການຕໍ່ສູ້ ເພື່ອສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາ ຢາເສບຕິດ ທີ່ ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໄດ້ດຳເນີນ ໃນປີຜ່ານມາ. ເປັນທີ່ຊາບກັນດີແລ້ວວ່າ ຢາເສບຕິດ ແມ່ນບັນຫາກວມລວມຂອງໂລກ ທີ່ເປັນໄພອັນຕະລາຍຕໍ່ມວນມະນຸດ, ເປັນບໍ່ເກີດແຫ່ງການກໍ່ອາຊະຍາກຳ, ກົດໜ່ວງທ່ວງດຶງ ການສ້າງສາ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ທັງຍັງສ້າງ ຄວາມເສຍຫາຍ ຢ່າງໃຫຍ່ຫລວງຕໍ່ບຸກຄົນ ແລະ ຄອບຄົວ ...

Read More »

ຮອງນາຍົກ ຊີ້ແຈງມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ

ລັດຖະບານ ຈະສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ ເພື່ອຍົກສູງປະສິດທິພາບໃນການຈັດເກັບ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ມອບພັນທະໃຫ້ຫຼາຍຂຶ້ນ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງວັນທີ 25 ມິຖຸນາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງກ່ຽວກັບນະໂຍບາຍ, ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດໃນສະພາບປັດຈຸບັນ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ. ທ່ານ ສົມດີ ດວງດີ ກ່າວວ່າ: ໃນສະພາບປັດຈຸບັນທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ເຊິ່ງກະຊວງການເງິນໄດ້ມີບາງນະໂຍບາຍ ແລະ ມາດຕະການ ທາງດ້ານການເງິນ – ງົບປະມານ ໃນ 6 ເດືອນທ້າຍ ປີ 2020. ໃນນີ້, ນະໂຍບາຍ ແລະ ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ...

Read More »

 ລັດຖະມົນຕີ 4 ກະຊວງ ຊີ້ແຈງຫລາຍບັນຫາຕໍ່ສະມາຊິກສະພາແຫ່ງຊາດ

ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນ ຕອນເຊົ້າຂອງວັນທີ 25 ມິຖຸນາ 2020, ບັນດາລັດຖະມົນຕີຈາກ 4 ກະຊວງ ປະກອບມີ: ທ່ານ ສອນໄຊ ສີ ພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ກ່ຽວກັບການ ເຄື່ອນໄຫວວຽກງານທີ່ກ່ຽວ ຂ້ອງໃນຂົງເຂດຂອງຕົນ, ພ້ອມທັງເປີດໂອກາດໃຫ້ບັນດາ ສສຊ ໄດ້ປຶກສາຫາລື ແລະ ມີຄຳເຫັນຊັກຖາມບັນຫາທີ່ມີຄວາມສົນໃຈຕື່ມອີກ ໂດຍບັນດາລັດຖະມົນຕີກໍໄດ້ອະທິບາຍຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງກັບທີ່. ຂປລ

Read More »

ສະພາແຫ່ງຊາດ ເຫັນວ່າຫລາຍຄາດໝາຍຂອງລັດຖະບານ ມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ

ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ເຫັນວ່າຍັງມີຫລາຍຄາດໝາຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເນື່ອງຈາກການຂະຫຍາຍຕົວຂອງບັນດາຂະແໜງການ ໃນໂຄງປະກອບເສດຖະກິດແຫ່ງຊາດ ຫລຸດລົງ ໂດຍສະເພາະຂະແໜງບໍລິການ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ຊຶ່ງທັງໝົດນັ້ນ ຈະສົ່ງຜົນກະທົບ ຕໍ່ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ ປີ 2020 ຈະບໍ່ບັນລຸໄດ້ຕາມແຜນ ກໍຄືຕາມມະຕິຂອງກອງປະຊຸມສະພາແຫ່ງຊາດຮັບຮອງໄວ້ 6,5%. ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ການຜະລິດກະສິກຳ ແລະ ການຄ້ຳປະກັນສະບຽງອາຫານ ໂດຍລວມແລ້ວຍັງບໍ່ໄດ້ຕາມແຜນການທີ່ວາງໄວ້ ເປັນຕົ້ນ ການຜະລິດພືດ ສະບຽງ, ການຜະລິດເຂົ້າເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂກຕາແມ່ນ 50 ພັນໂຕນ ສົ່ງອອກແລ້ວ 15 ພັນໂຕນ; ການສົ່ງອອກສັດລ້ຽງງົວ-ຄວາຍ ແຜນການປີແມ່ນ 1 ແສນໂຕ, ສົ່ງອອກແລ້ວ ...

Read More »

ລາວ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີ ຕ່າງປະເທດ ກັບບັນດາປະເທດອາຊຽນ ແບບບໍ່ເປັນທາງການ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 (ແບບທາງໄກ) ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມແບບທາງໄກ ລັດຖະມົນຕີຕ່າງ ປະເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26, ພາຍໃຕ້ການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ, ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະ ພາບການເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະຄວາມພະຍາຍາມ ແລະ ມາດຕະການໃນການຮັບມື ...

Read More »

ເຊີນເຂົ້າຮ່ວມປະມູນ ຊື້ໄມ້ຢຶດໄດ້ ທີ່ແຂວງເຊກອງ

ຄະນະກຳມະການຮັບຜິດຊອບປະມູນໄມ້ຢຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ໄດ້ອອກແຈ້ງການເລກທີ 028/ພອຄ.ຊກ, ລົງວັນທີ 16 ມິຖຸນາ 2020 ເພື່ອແຈ້ງເຊີນມາຍັງ ອໍານວຍການໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີໄມ້ສໍາເລັດຮູບພາຍໃນແຂວງ ແລະ ຕ່າງແຂວງ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຢຶດເປັນຂອງລັດ ທີ່ແຂວງເຊກອງ ຄັ້ງວັນທີ 01 ກໍລະກົດ 2020.      ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ສາມາດຢຶດໄມ້ໄດ້ຈຳນວນ 2,209 ຕັບ/ເສັ້ນ, ບໍລິມາດ 84,002 ແມັດກ້ອນ (ແປດສິບສີ່ ຈຸດ ສູນສູນສອງ ແມັດກ້ອນ). ທ່ານໄດທີ່ສົນໃຈໃນການປະມູນ ກະລຸນາເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ (ຂະແໜງການນໍາເຂົ້າ ແລະ ສົ່ງອອກສິນຄ້າ) ໃນໂມງລັດຖະການ. ເງື່ອນໄຂຜູ້ເຂົ້າຮ່ວມປະມູນ ມີດັ່ງນີ: ແມ່ນ ບໍລິສັດ/ໂຮງງານປຸງແຕ່ງໄມ້ ທີ່່ຜ່ານການດັດສົມ ແລະ ຮັບອະນຸຍາດດໍາເນີນທຸລະກິດການຜະລິດປຸງແຕ່ງໄມ້ ທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ...

Read More »