ດ່ານສາກົນລາວ-ຈີນ ປະຕິບັດຄໍາສັ່ງລັດຖະບານຢ່າງເຂັ້ມງວດ ເພື່ອບໍ່ໃຫ້ແຜ່ລະບາດໂຄວິດ-19​ ຄືນໃໝ່

ຕາມຂ່າວ CRI, ວັນທີ 17 ມິຖຸນານີ້, ສື່ມວນຊົນລາວທຸກພາກສ່ວນ ແລະ​CRI​ ທີ່ນໍາພາໂດຍສູນສື່ສານເພື່ອສຸຂະພາບ ແລະສຸຂະສຶກສາ ກະຊວງສາທາລະນະສຸກ ແລະອົງການ UNCEF ປະຈໍາລາວ ໄດ້ລົງຕິດຕາມການຄວບຄຸມ ແລະຕ້ານການແຜ່ລະບາດໂຄວິດ-19 ຢູ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ແຂວງຫຼວງນໍ້າທາ.

ທ່ານ ພັທ ກອງແກ້ວ ສີງມີໄຊ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນໃຫ້ຮູ້ວ່າ, ເພື່ອບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຄືນໃໝ່ໃນສປປ ລາວ ການເຂົ້າ-ອອກດ່ານແມ່ນມີສະເພາະແຕ່ລົດຂົນສົ່ງສິນຄ້າ​ ລາວ-ຈີນເທົ່ານັ້ນ ສ່ວນຄົນຈີນທີ່ມີຈຸດປະສົງຈະເຂົ້າມາລາວຕ້ອງໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດຂັ້ນແຂວງຢ່າງເຂັ້ມງວດ.

ນອກຈາກນີ້, ທ່ານ ດຣ ຫຍຸ້ງ ລໍຄໍາ ຫົວໜ້າຄວບຄຸມພະຍາດຕິດຕໍ່ແຂວງຫຼວງນໍ້າທາ ທັງເປັນຜູ້ຊີ້ນໍາການກັກກັນພະຍາດໂຄວິດ-19 ກ່າວວ່າ, ໃນໄລຍະປິດດ່ານຍັງມີວິຊາການຂອງຈີນເດີນທາງເຂົ້າມາລາວ, ສ່ວນຫຼາຍແມ່ນນັກລົງທຶນ, ວິຊາການທາງລົດໄຟ ແລະຕ້ອງມີໃບຢັ້ງຢືນການກວດພະຍາດໂຄວິດ-19 ກ່ອນ 72 ຊົ່ວໂມງ ແລະມີວີຊາບີສອງ ເຊິ່ງຈະມີທີມແພດ​ ສົມທົບກັບເຈົ້າຫນ້າທີ່ປກສ,​ປກຊ ກວດວັດແທກອຸນຫະພູມ ສອບປະຫວັດ ສະແກນໜັງສືເດີນທາງ ສະແກນກະເປົາ.

ຖ້າຜູ້ໃດຫາກມີອຸນຫະພູມກາຍ 37,5 ອົງສາແມ່ນໃຫ້ກັບຄືນສູ່ດ່ານ ສປ ຈີນ ຖ້າອຸນຫະພູມບໍ່ເກີນແມ່ນຈະມີລົດຂົນສົ່ງຄົນເຈັບມາຮັບຢູ່ດ່ານ ແລ້ວໄປໄວ້ສູນທີ່ແຂວງກໍານົດໄວ້ເພື່ອກັກກັນໄລຍະ 14 ວັນ ແລະໄດ້ເອົາຕົວຢ່າງເຍື່ອເມືອກຈາກຮູປາກ ຮູດັງ ເພື່ອເອົາໄປກວດຢູ່ແຂວງຫຼວງນໍ້າທາ ແລະນະຄອນຫຼວງວຽງຈັນ ແລະຕ້ອງຢູ່ໃນການຕິດຕາມຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ຫາກຜົນກວດບໍ່ພົບເຊື້ອທາງແຂວງກໍ່ຈະອອກໃບຢັ້ງຢືນໃຫ້ແລ້ວໃຫ້ຜູ້ຮັບປະກັນມາຮັບຢູ່ສູນດັ່ງກ່າວ.

ທ່ານກ່າວວ່າ, ສໍາລັບບໍລິສັດທີ່ຈະເປີດດໍາເນີນການ ທາງກອງເລຂາ ແລະທີມແພດຂອງແຂວງຫຼວງນໍ້າທາໄດ້ລົງປະເມີນຄວາມພ້ອມເຊັ່ນ: ບ່ອນກວດອຸນຫະພູມ, ບ່ອນແຍກປ່ຽວ, ສະຖານທີ່ບໍ່ແອອັດ, ມີຜ້າອັດປາກອັດດັງ, ເຈວລ້າງມື ຈຶ່ງອະນຸຍາດໃຫ້ເຄື່ອນໄຫວກິດຈະການໄດ້.

ນອກຈາກນີ້, ທ່ານ ຄໍາຫຼ້າ ບຸນມະນີ ຮອງດ່ານພາສີສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ, ໃນໄລຍະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນມີລົດສິນຄ້າຈີນທີ່ເຂົ້າມາລາວ​ບໍ່ຫລາຍ ເຮັດໃຫ້ການເກັບລາຍຮັບໃນກາງເດືອນກຸມພາຫລຸດລົງ ຈາກແຜນການ 27,60%,​ເດືອນ​ມີນາມີພຽງ 0,93% ແລະ ໃນເດືອນເມສາ ຫຼຸດລົງ 55,71% ຖ້າທຽບໃສ່ແຜນການ.

ພາບ-ຂ່າວ: cri fm 93

Comments