​ມອບ-ໂອນ ສະໜາມບິນທົ່ງໄຫຫີນ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບ

ໃນວັນທີ 12 ມິຖຸນາ 2020 ຜ່ານມາ ໄດ້ມີພິທີມອບ-ໂອນສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ ໂດຍການກ່າວມອບຂອງ ທ່ານ ບຸນແຕງ ສີມູນ ຮອງຫົວໜ້າກົມການບິນ ພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າກ່າວຮັບແມ່ນ ທ່ານ ພັນໂທ ແສງ ຖະໜອມ ບຸດຕະວົງ ຫົວໜ້າຫ້ອງການກອງບັນຊາການທະຫານອາກາດ, ເຂົ້າຮ່ວມເປັນພະຍານ ຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງ ກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກົມການບິນພົນລະເຮືອນ ໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາສອງກອງວິຊາການຄື: ກອງສະໜາມບິນລາວ ແລະ ກອງຈະລາຈອນທາງອາກາດລາວ ລວມທັງບໍລິສັດສາຍການບິນໃນການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນເລື້ອຍໆ ເຊັ່ນ: ດ້ານວຽກງານສະໜາມບິນ, ມີການພັດທະນາລະບົບພື້ນຖານ ໂຄງລ່າງຈຳນວນໜຶ່ງເປັນຕົ້ນ: ລານຈອດເຮືອບິນ, ຮົ້ວສະໜາມບິນ, ການບໍລິການພາກພື້ນດິນ, ລົດດັບເພີງ, ໄຟຟ້າ, ການປ້ອງກັນຄວາມປອດໄພການບິນ, ປັບປຸງເດີ່ນຫຍ້າ ແລະ ການພັດທະນາດ້ານບຸກຄະລາກອນໃຫ້ໄດ້ມາດຕະຖານ, ດ້ານວຽກງານຈະລາຈອນອາກາດ ໄດ້ມີການພັດທະນາລະບົບການບໍລິການຈະລາ ຈອນອາກາດເຊັ່ນ: ຕິດຕັ້ງລະບົບວິທະຍຸສື່ສານ, ວິທະຍຸນໍາທາງ, ວິທະຍຸຕິດຕາມເປົ້າໝາຍ, ລະບົບອຸຕຸນິຍົມການບິນ, ການຍົກລະດັບຂີດຄວາມສາມາດດ້ານບຸກຄະລາກອນນັກບັນຊາຈະລາຈອນອາກາດ ແລະ ນາຍຊ່າງ ສ້ອມແປງວິທະຍຸການບິນ.​ ພ້ອມທັງໄດ້ມີການຍົກລະດັບ ການບໍລິການຂົນສົ່ງຜູ້ໂດຍສານ ດ້ວຍການນໍາໃຊ້ເຮືອບິນທີ່ມີຄວາມທັນສະໄໝລະດັບ 70 ບ່ອນ ນັ່ງທີ່ສ້າງຄວາມເຊື່ອໝັ້ນໃຫ້ ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ. ຕະຫຼອດໄລຍະ 22 ປີ ທີ່ມີການນໍາໃຊ້ສະໜາມບິນຮ່ວມກັນ, ກົມການບິນພົນລະເຮືອນໄດ້ສ້າງກົດໝາຍ, ລະບຽບການ ແລະ ຄູ່ມືໃນການຄຸ້ມຄອງວຽກງານການບິນໃນຂອບເຂດທົ່ວປະເທດ ເຊິ່ງໃນນັ້ນສະໜາມບິນທົ່ງໄຫຫີນ ກໍແມ່ນສະໜາມບິນແຫ່ງໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງທີ່ສອດຄ່ອງກັບສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອເຮັດໃຫ້ການບໍລິການວຽກງານການບິນພົນລະເຮືອນຢູ່ສະໜາມບິນທົ່ງໄຫຫີນ ສາມາດຈັດຕັ້ງປະຕິບັດສອດຄ່ອງຕາມມາດຕະຖານສາກົນ.

ໂດຍປະຕິ ບັດຕາມທິດຊີ້ນຳຂອງລັດຖະບານກໍຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ສະບັບເລກທີ 01/ຫສນຍ, ລົງວັນທີ 12 ກຸມພາ 2020. ດັ່ງນັ້ນ, ກົມການບິນພົນລະເຮືອນ ຈຶ່ງມອບຄືນຄວາມຮັບຜິດຊອບ ການຄຸ້ມຄອງວຽກງານການບິນ ໃນເຂດສະໜາມບິນທົ່ງໄຫຫີນ ໃຫ້ໄປຂຶ້ນກັບຄວາມຮັບຜິດຊອບ ໂດຍກົງຂອງກອງບັນຊາການທະຫານອາກາດກະຊວງປ້ອງກັນປະເທດ, ເພື່ອເຮັດໃຫ້ສະໜາມບິນແຫ່ງນີ້ ໄດ້ມີການສືບຕໍ່ພັດທະນາ ແລະ ສາມາດຮັບປະກັນຄວາມປອດໄພດ້ານຕ່າງໆ ສອດຄ່ອງຕາມລະບຽບການ ແລະ ມາດຕະຖານສາກົນ ເພື່ອສ້າງໃຫ້ສະໜາມບິນແຫ່ງນີ້ ເປັນສະໜາມບິນໃຊ້ຮ່ວມກັນ ແລະ ສືບຕໍ່ພັດທະນາວຽກງານການບິນຮ່ວມກັນ ແນໃສ່ຮັບປະກັນໃນການປະຕິບັດ ການບິນມີຄວາມສະດວກ, ວ່ອງໄວ ແລະ ປອດໄພສູງສຸດ.

ທ່ານ ບຸນແຕງ ສີມູນ ກ່າວວ່າ: ສະໜາມບິນທົ່ງໄຫຫີນຊຽງຂວາງ ໃນເມື່ອກ່ອນແມ່ນສ້າງຂຶ້ນມາ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ເພື່ອເຮັດໃຫ້ການນໍາໃຊ້ສະໜາມບິນດັ່ງກ່າວໃຫ້ມີຜົນປະໂຫຍດສູງສຸດ ໃນການຮັບໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ຂອງແຂວງຊຽງຂວາງ ຈຶ່ງໄດ້ມອບ-ໂອນໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ.

ທ່ານ ພັນໂທ ແສງຖະໜອມ ບຸດຕະວົງ ກ່າວວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືຂອງກະຊວງປ້ອງກັນປະເທດ ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ມີແບບແຜນທີ່ທັນສະໄໝ ໄປຄຽງຄູ່ກັບການປັບປຸງກໍ່ສ້າງກຳລັງ, ກໍ່ສ້າງເຫຼົ່າຮົບວິຊາສະເພາະຂອງກອງທັບ ໃຫ້ນັບມື້ນັບເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ໃນນີ້ ເຫຼົ່າຮົບທະຫານອາກາດກໍແມ່ນເຫຼົ່າຮົບໜຶ່ງທີ່ມີພາລະບົດບາດ ແລະ ໜ້າທີ່ອັນສໍາຄັນໃນການປະຕິບັດເຮັດໜ້າທີ່ວິຊາສະເພາະ ຂົງເຂດວຽກງານການບິນ ເພື່ອປົກປັກຮັກສາເຂດນ່ານຟ້າຂອງປະເທດໃຫ້ມີຄວາມສະຫງົບ, ຮັບໃຊ້ການລຳລຽງຂົນສົ່ງທາງອາກາດ ກໍຄືການບິນຮັບໃຊ້ການນໍາ ພັກ-ລັດ, ຮັບໃຊ້ສັງຄົມ, ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນໃນການນໍາໃຊ້ເດີ່ນບິນທົ່ງໄຫຫີນແຫ່ງນີ້ ເພື່ອຮອງຮັບເຂົ້າໃນວຽກງານເຝິກແອບຮໍ່າຮຽນການບິນ ແລະ ນໍາໃຊ້ເຂົ້າໃນວຽກງານຍຸດທະສາດ ການທະຫານຂອງກອງທັບປະຊາຊົນລາວ ແລະ ຈະນໍາໃຊ້ສະໜາມບິນແຫ່ງນີ້ ໃຫ້ເກີດປະໂຫຍດ ສູງສຸດໃນການບິນບໍລິການສັງຄົມ ແລະ ກຽມພ້ອມປົກປ້ອງນ່ານຟ້າ ສປປ ລາວ.

ແຫຼ່ງຂໍ້ມູນ:

Comments