ລາວ-ຍີ່ປຸ່ນ ລົງນາມຮ່ວມມື ໃຫ້ການຊ່ວຍເຫລືອ ແຮງງານລາວ ທີ່ກັບມາຈາກຕ່າງປະເທດ ເພື່ອຕ້ານໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ລົງນາມຂໍ້ຕົກລົງການຮ່ວມມື ໂຄງການ ການເພີ່ມທະວີການກຽມ ພ້ອມເພື່ອປ້ອງກັນ ການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ແຮງງານເຄື່ອນຍ້າຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບຈາກການເຄື່ອນຍ້າຍ ໃນສປປ ລາວ, ເຊິ່ງລົງນາມໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ນາງ ຊີນ່າ ແວນ ແປມເມວໂຟກເນີ ຮັກສາການຫົວໜ້າຫ້ອງການ ອົງການ IOM ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການດັ່ງກ່າວ, ໄດ້ຖືກອອກແບບໂດຍຜ່ານການປຶກສາຫາລືຢ່າງໃກ້ຊິດ ລະຫວ່າງ ກົມພັດ ທະນາສີມືແຮງງານ ແລະ ຈັດຫາງານ ແລະ ອົງການ IOM ເພື່ອຮັບປະກັນການເຂົ້າເຖິງຂໍ້ມູນການປ້ອງກັນຕົນເອງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຊອກຫາວຽກເຮັດງານທໍາໃຫ້ແກ່ແຮງງານ ເຄື່ອນຍ້າຍທີ່ໄດ້ຮັບຜົນກະທົບນັ້ນ ໂດຍມີໄລຍະເວລາຈັດຕັ້ງປະຕິບັດຮອດວັນທີ 30 ກັນຍາ 2020 ແນໃສ່ຊ່ວຍເຫລືອແກ່ຜູ້ອອກແຮງງານທີ່ໄດ້ຮັບຜົນກະທົບ ໃຫ້ສາມາດຮັບຮູ້ ແລະ ເຂົ້າໃຈເຖິງວິທີການປ້ອງກັນ ຕົນເອງຈາກເຊື້ອພະຍາດໂຄວິດ-19 ຢ່າງຖືກຕ້ອງ, ພ້ອມທັງຊຸກຍູ້ໃຫ້ເຂົາເຈົ້າ ສາມາດເຂົ້າເຖິງຕຳແໜ່ງງານຫວ່າງ ຢູ່ພາຍໃນປະເທດ ແລະ ການໄປອອກແຮງງານຢູ່ຕ່າງປະເທດແບບຖືກກົດໝາຍຫລາຍຂຶ້ນ.

ການປິດກິດຈະການຂອງຫົວໜ່ວຍທຸລະກິດ ແລະ ການຈຳກັດການເດີນທາງຢູ່ປະເທດໃກ້ຄຽງ ໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງແຮງງານເຄື່ອນຍ້າຍ, ອີງຕາມການລາຍງານຂອງ ຄະນະສະເພາະກິດ ໃຫ້ຮູ້ວ່າ ມີແຮງງານເຄື່ອນຍ້າຍຫລາຍກວ່າ 1 ແສນຄົນ ໄດ້ເດີນທາງກັບມາປະເທດລາວ ນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ-19.

ຂປລ. 

Comments