ໃນຕອນທ້າຍຂອງກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ທີ່ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 17 ມິຖຸນາ 2020 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນທ້າຍ ເດືອນມິຖຸນາ ແລະ ເດືອນກໍລະກົດ 2020 ດັ່ງນີ້:
- ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນຄວາມເປັນຈິງ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ.
- ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ໂດຍສະເພາະ ສຸມໃສ່ ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຮັບປະກັນການເບີກຈ່າຍເງິນເດືອນ, ຄຸ້ມຄອງອັດຕາ ແລກປ່ຽນ ໃຫ້ຢູ່ໃນເກນທີ່ກຳນົດໄວ້ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ຊຸກຍູ້ສົ່ງເສີມການ ລົງທຶນ, ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ເພື່ອໃຫ້ພາກທຸລະກິດ ສາມາດສືບຕໍ່ເຄື່ອນໄຫວທຸລະກິດໄດ້.
- ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດອີກຮອບໃໝ່ ຢູ່ ສປປ ລາວ ແລະ ຄົ້ນຄວ້າ ມາດຕະການຜ່ອນຜັນ ຫຼັງຈາກວັນທີ 30 ມິຖຸນາ 2020. ພ້ອມກັນນີ້, ໃຫ້ຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍ ນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດ COVID-19 ຕໍ່ເສດຖະກິດຂອງ ສປປ ລາວ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດານະໂຍບາຍ ແລະ ມາດຕະການດ້ານເສດຖະກິດ ທີ່ລັດຖະບານ ໄດ້ຮັບຮອງແລ້ວ ຢ່າງມີປະສິດທິຜົນ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
- ໃຫ້ກະຊວງສາທາລະນະສຸກ ສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວີ ເອົາໃຈໃສ່ວຽກງານປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ, ລວມທັງພະຍາດ ຕາມລະດູການອື່ນໆ. ພ້ອມກັນນັ້ນ, ກໍ່ປຸກລະດົມໃຫ້ທຸກຄົນໃນສັງຄົມ ເປັນເຈົ້າການປະຕິບັດ ມາດຕະການປ້ອງກັນຢ່າງເຂັ້ມງວດ.
- ໃຫ້ກະຊວງສຶກສາທິການ ແລະ ກິລາ ຊີ້ນຳສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃຫ້ດຳເນີນການຮຽນ-ການສອນ ຕາມຫຼັກສູດ ແລະ ກະກຽມສອບເສັງຈົບຊັ້ນ-ເລື່ອນຊັ້ນ ຕາມແຜນທີ່ໄດ້ກຳນົດໄວ້ ທັງຮັບປະກັນຄຸນນະພາບ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນພະຍາດໂຄວິດ 19 ຕາມຄຳແນະນຳຂອງຄະນະສະເພາະກິດ.
- ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ລົງຊຸກຍູ້ການຜະລິດລະດູຝົນ, ຕ້ານແລ້ງ-ຕ້ານຖ້ວມ, ກະກຽມສະກັດກັ້ນ ແລະ ແກ້ໄຂການລະບາດຂອງສັດຕູພືດ. ພ້ອມກັນນັ້ນ ກໍ່ກະກຽມຮັບມືກັບໄພພິບັດທຳມະຊາດ ທີ່ອາດຈະເກີດຂຶ້ນ.
- ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການບໍລິການ; ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວ ໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນ.
- ໃຫ້ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງກະກຽມຮອບດ້ານໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຜ່ານລະບົບກອງປະຊຸມທາງໄກຂອງທ່ານນາຍົກລັດຖະມົນຕີ. ພ້ອມກັນນັ້ນ, ໃຫ້ສືບຕໍ່ຕິດຕາມສະພາບການຂອງພາກພື້ນືແລະ ສາກົນ ທີ່ມີທ່າອ່ຽງ ແລະ ຄວາມສ່ຽງ ທີ່ອາດມີຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ.
- ໃຫ້ບັນດາສະມາຊິກລັດຖະບານ ກະກຽມເຂົ້າຮ່ວມກອງປະຊຸມສາມັນ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ລວມທັງກະກຽມເນື້ອໃນຕອບຄຳຊັກຖາມຂອງສະມາຊິກະສະພາແຫ່ງຊາດ.
- ສືບຕໍ່ປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນປີ 2021 ເພື່ອນຳເຂົ້າພິຈາລະນາ ໃນກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ.
ໃນຕອນທ້າຍ, ກອງປະຊຸມ ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ; ໃຫ້ສື່ມວນຊົນ ລວມທັງ ສື່ອອນລາຍຕ່າງໆ ອອກຂ່າວ ແລະ ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງຄົມ.