ສປປ ລາວ ຮ່ວມປະຊຸມທາງໄກ ອາຊຽນ-ຣັດເຊຍ ວ່າດ້ວຍການຕ້ານ ການລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດອາຊຽນ-ຣັດເຊຍ ວ່າດ້ວຍການຕ້ານການແພ່ລະບາດພະຍາດໂຄວິດ-19 ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ນາງ ເຣັດໂນ ແອວພີ ມາສຸດິ (Retno L.P. Marsudi) ລັດຖະມົນຕີ ຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ ເຊີເກ ລາຣອບ (Sergey Lavrov) ລັດຖະມົນຕີ ຕ່າງປະເທດຣັດເຊຍ, ມີບັນດາລັດຖະມົນຕີ ຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ຕາງໜ້າຈາກກະຊວງ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ຣັດເຊຍ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນວິໄສທັດ ກໍ່ຄືບົດຮຽນທີ່ດີໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19. ພິເສດ ຍັງໄດ້ຢືນຢັນຈະສືບຕໍ່ ແລະ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນເພື່ອໃຫ້ສາມາດຜ່ານພົ້ນວິກິດການດັ່ງກ່າວໃນເວລາອັນໄວ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ແຈ້ງສະພາບການຫລ້າສຸດ ກ່ຽວກັບການແພ່ລະບາດໂຄວິດ-19 ຢູ່ ສປປ ລາວ, ໂດຍສະເພາະ ໃນວັນທີ 10 ມິຖຸນາ 2020 ຜ່ານມາ, ລັດຖະ ບານ ໄດ້ປະກາດຜົນສຳເລັດເບື້ອງຕົ້ນໃນການແກ້ໄຂ ແລະ ຮັບມືກັບພະຍາດດັ່ງກ່າວ, ຊຶ່ງທ່ານນາ ຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ປະກາດຜົນສຳເລັດເບື້ອງຕົ້ນດັ່ງກ່າວ, ໂດຍປັດໄຈຫລັກທີ່ສາມາດຍາດໄດ້ຜົນສຳເລັດ ເປັນຕົ້ນແມ່ນ ມີການຊີ້ນຳ-ນຳພາ ອັນແທດເຖິງຈາກການນຳສູງສຸດ. ພິເສດ, ໄດ້ມີແນວທາງນະໂຍບາຍ, ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ ເຊິ່ງທຸກອົງການຈັດຕັ້ງໃນຂອບເຂດທົ່ວປະເທດໂດຍສະເພາະ 3 ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ລວມທັງອົງການ ຈັດຕັ້ງພົນລະເຮືອນ ແລະ ປວງຊົນລາວທຸກຖ້ວນໜ້າ ໄດ້ຮ່ວມມືຈັດຕັ້ງປະຕິບັດທຸກມາດຕະການທີີ່ວາງອອກຢ່າງເຂັ້ມງວດ ແລະ ປະກອບສ່ວນຢ່າງຫ້າວຫັນ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງໃນການຕ້ານ ແລະ ຮັບມືກັບການແພ່ລະບາດພະຍາດໂຄວິດ-19 ໂດຍສະເພາະແພດໝໍ, ທະຫານ, ຕຳຫລວດ ລວມທັງອຳນາດການປົກຄອງທຸກຂັ້ນ ໄດ້ອອກເຫື່ອເທແຮງເຂົ້າໃນການປະຕິບັດໜ້າທີ່ ທີ່ຖືກມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ປະສົບຜົນສຳເລັດຈົບງາມ ແລະ ຍ້ອນມີການພົວ ພັນຮ່ວມມືຊ່ວຍເຫລືອ ຈາກວົງຄະນະຍາດສາກົນ ທັງຂອບສອງຝ່າຍ ແລະ ຫລາຍຝ່າຍ. ພິເສດ, ມີການຮ່ວມມືຢ່າງໃກ້ຊິດກັບອົງການອະນາໄມໂລກ. ເຖິງວ່າ, ສປປ ລາວ ຈະປະສົບຜົນສຳເລັດເບື້ອງຕົ້ນກໍ່ຕາມ, ແຕ່ບໍ່ໃຫ້ປະໝາດ ແລະ ໃຫ້ສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ ແລະ ຕິດຕາມສະພາບການພະຍາດໂຄວິດ-19 ຢ່າງໃກ້ຊິດ.

ສໍາລັບທິດທາງໃນຕໍ່ໜ້າໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ-19, ທ່ານລັດຖະມົນຕີ ສະ ເຫລີມໄຊ ກົມມະສິດ ໄດ້ສະເໜີກອງປະຊຸມພິຈາລະນາ ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບສະພາບການກໍຄືມາດຕະການ ແລະ ບົດຮຽນທີ່ດີ ໃນການແກ້ໄຂພະຍາດໂຄວິດ-19, ໃຫ້ການຊ່ວຍເຫລືອດ້ານເຕັກນິກ-ວິຊາການ ລວມທັງການຮ່ວມກັນຄົ້ນຄວ້າ ແລະ ພັດທະນາ (RαD) ຢາປິ່ນ ປົວ ກໍຄື ຢາປ້ອງກັນພະຍາດໂຄວິດ-19, ລວມທັງຮ່ວມກັນຜະລິດຢາດັ່ງກ່າວ ແລະ ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ພາຍຫລັງສິ້ນສຸດການລະບາດໂຄວິດ-19.

ຂ່າວ: ສົມຫວັງ ພາບ ຂັນໄຊ

ທີ່ມາ: ຂ່າວສານປະເທດລາວ

Comments